ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເນປານ

ກຸ່ມຄອມມູຍນິດ ຮຽກປະທ້ວງ ທົ່ວປະເທດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/12/2009 14:08 TU

ກຸ່ມຄອມມູຍນິດ ຮຽກຮ້ອງປະທ້ວງ ທົ່ວປະເທດReuters

ກຸ່ມຄອມມູຍນິດ ຮຽກຮ້ອງປະທ້ວງ ທົ່ວປະເທດ
Reuters

ຝ່າຍຄ້ານ ກຸ່ມຄອມມູຍນິດ ນິຍົມແນວຄິດ ມາວ ເຈີຕຸງ ຮຽກຮ້ອງ ໃຫ້ເຮັດການປະທ້ວງ ລະດັບຊາດ ອີກເທື່ອໃໝ່ ໃນມື້ນີ້.

ຫລັງຈາກ ການປັດເຄັ່ຽຫົວໜ້າ ຂອງພັກດັ່ງກ່າວນີ້ ອອກຈາກຕຳແໜ່ງ ນາຍົກລັຖມົນຕຣີ ຄືທ່ານ ພຣະຈັນດາ ໃນເດືອນ ພຶສພາ ແລ້ວນີ້, ກຸ່ມ ຄອມມູຍນິດ ນິຍົມແນວຄິດ ມາວ ເຈີຕຸງ ຮຽກຮ້ອງ ຫາຊາວເນປານ ເປັນປະຈຳ ໃຫ້ເຮັດການປະທ້ວງ ທົ່ວປະເທດ.

 

ປະເທດ ເນປານ ຢຸດສະງັກ, ການສັນຈອນຖືກຫ້າມ, ຮ້ານຄ້າ ຖືກປິດ ນັບແຕ່ ວັນອາທິດຕອນເຊົ້າ ວັນທີ 20 ທັນວາ 2009 ນີ້ເປັນຕົ້ນໄປ.

 

ເຖີງແມ່ນໄດ້ມີການ ຕໍ່ລອງໃນຍະລະສຸດທ້າຍ, ແຕ່ ລັຖບານກໍ ບໍ່ສາ ມາດ ໄກ່ເກັ່ຽ ຝ່າຍຄ້ານ ຄອມມູຍນິດໄດ້ ເພື່ອໃຫ້ຢຸດທຳການປະທ້ວງ ລະດັບຊາດ ຊຶ່ງເປັນການປະທ້ວງ ທີ່ ປະຊາຊົນ ສ່ວນໃຫຍ່ ບໍ່ເຂົ້າໃຈ ເຖີງ ທ່າທີ ຂອງອຸດົມການ ຝ່າຍຄ້ານ ຄອມມູຍນິດ ນັ້ນດີ.

 

ຝ່າຍຄ້ານ ຄອມມູຍນິດ ນິຍົມແນວຄິດ ມາວ ເຈີຕຸງ ຕ້ອງການເຮັດ ໃຫ້ ກິຈະການຊາດ ຢຸດສະງັກ ເພື່ອກົດດັນໃຫ້ມີ ການແບ່ງປັນ ອຳນາດ ຄື ການຈັດຕັ້ງລັຖະບານປະສົມ ພ້ອມກັບ ຕູ່ກ່າວຫາ ປະທາ ນາທິບໍດີ ວ່າ ໃຊ້ສິດເກີນຄວນ ໃນການປົດໜ້າທີ່ ນາຍົກລັຖມົນຕຣີ ຂອງຝ່າຍຄອມມູຍນິດ.

 

ການປົດໜ້າທີ່ ນາຍົກ ພຣະຈັນດາ ນັ້ນ ຍຸຍົງ ໃຫ້ຝ່າຍຄອມມູຍນິດ ປິດປະຕູບໍ່ຮ່ວມໃນຄນະລັຖບານ ແລະ ແຕ່ນັ້ນມາ ໄດ້ກາຍເປັນຝ່າຍ ຄ້ານ ແລະພະຍາຍາມ ໃຫ້ ສະພາຢຸດສະງັກ ໂດຍໃຫ້ເຫດຜົນວ່າ ຫລັກການ ປະຊາທິປະຕັຍ ບໍ່ຖືກນັບຖື.

 

ເຫດຜົນ ຂອງ ກຸ່ມຄອມມູຍນິດ ນິຍົມແນວຄິດ ມາວ ເຈີຕຸງ ບໍ່ອາດ ຜິດໝົດທຸກຢ່າງ ກ່ຽວກັບການປ້ອງກັນ ລະບຽບການ ແຕ່ວ່າ ການຕັດ ສິນໃຈ ຢ່າງເດັດດ່ຽວຂອງ ເຂົາເຈົ້າ ສາມາດສົ່ງຜົນກະທົບໃຫ້ປະເທດ ຈົມລົງ ໃນວິກິດການ ການເມືອງ ແລະ ເສຖະກິດຄັ້ງໃໝ່.

 

ເຖີງຢ່າງໃດກໍດີ, ການປະທ້ວງທົ່ວໄປຄັ້ງໃໝ່ນີ້ ຈະບໍ່ສ້າງຜົນກະທົບໃສ່ ລັຖບານ ພໍເທົ່າໃດ ແລະກໍບໍ່ຍືດເຍື້ອຍາວນານໄດ້ ເພາະຊາວ ເນປານ ທີ່ຫາເຊົ້າກິນຄໍ່າ ໃນຂ້າງຖນົນ ມີຄວາມລຳບາກ ໃນການຄອງຊີບຢູ່ ແລ້ວ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU