ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ-ຝຣັ່ງ

ນາຍົກ ຟີ່ຍົ່ງ ສິ້ນສຸດການຢ້ຽມຢາມ ຈີນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/12/2009 13:10 TU

ຍານາງ ລ່າກ່າກດ໌, ທ່ານ ຟີ່ຍົ່ງ ແລະ ທ່ານ ເຫວີນReuters

ຍານາງ ລ່າກ່າກດ໌, ທ່ານ ຟີ່ຍົ່ງ ແລະ ທ່ານ ເຫວີນ
Reuters

ນາຍົກລັຖມົນຕຣີຝຣັ່ງ ທ່ານ ຝຣັ່ງຊົວ ຟີ່ຍົ່ງ ສິ້ນສຸດການຢ້ຽມຢາມ ສປ ຈີນ ຊຶ່ງເປັນບາດກ້າວໃໝ່ ເພື່ອສ້າງຄວາມຖືກຕ້ອງປອງດອງ ກັນຄືນ ແລະ ຈົບລົງດ້ວຍ ສັນຍາ ຮ່ວມມື ດ້ານການຄ້າຫລາຍດ້ານ

 

ພິທີ ຕອນຮັບ ທ່ານ ຟີ່ຍົ່ງ ທີ່ປັກກິງReuters

ພິທີ ຕອນຮັບ ທ່ານ ຟີ່ຍົ່ງ ທີ່ປັກກິງ
Reuters

 

 

ທ່ານ ຝຣັ່ງຊົວ ຟີ່ຍົ່ງ ໄດ້ກ່າວຄຳປຣາສັຍ ຕໍ່ໜ້າບັນດານັກສຶກສາ ມະຫາວິທະຍາລັຍ ອາວະກາດ ແລະ ຈັກະວານດວງດາວ ໃນນະຄອນຫລວງ ປັກກິງ ໂດຍສະເພາະແມ່ນ ກ່ຽວກັບເຣື້ອງວິກິດການ ເສຖະກິດ ຂອງໂລກທີ່ຜ່ານມາໃນລະຍະຫລັງນີ້.

 

ທ່ານໄດ້ສັນລະເສີນ ການຕັດສິນໃຈຂອງກອງປະຊຸມ 20 ປະເທດອຸສະຫະກັມກ້າວໜ້າ ທີ່ປະສົມດ້ວຍປະເທດຮັ່ງມີ ແລະປະເທດທີ່ກຳລັງພຸ່ງພົ້ນທາງດ້ານເສຖະກິດ, ແຕ່ວ່າ ຍັງມີອີກຫລາຍຢ່າງຈະຕ້ອງປະຕິບັດຕໍ່ໄປ. ສ່ວນ ຈີນ ໃນຖານະເປັນມະຫາອຳນາດເສຖກິດ ທີ ສອງຂອງໂລກ ນັ້ນ ແມ່ນມີພາກສ່ວນຮັບຜິດຊອບແກ້ໄຂບັນຫາ ຮ່ວມນຳຄືກັນ.

 

ນາຍົກ ຟີ່ຍົ່ງ ໄດ້ກ່າວເຖີງ ບັນຫາ ອັຕຣາການແລປ່ຽນເງີນ ຄືກັນ, ເພາະເງີນ ຢວນຂອງຈີນ ນັ້ນຕົກຕໍ່າເກີນຄວາມເປັນຈິງ ແຕ່ກໍອຳນວຍໃຫ້ ຈີນ ສວຍໂອກາດ ຂາຍສິນຄ້າ ຂາອອກໃນຣາຄາ ຖືກ ແລະສາມາດຕີຕລາດໂລກໄດ້ຢ່າງຖ້ວມລົ້ນ. ຈີນ ບໍ່ຄ່ອຍພໍໃຈປານໃດ ທີ່ປະຊາຄົມສາກົນ ຮຽກຮ້ອງໃຫ້ ຍົກຄຸນຄ່າ ເງີນຢວນ ຂື້ນໃຫ້ສົມເຫດສົມຜົນ ໂດຍອ້າງວ່າ ຈີນ ຍັງຢູ່ໃນຈຳພວກ ປະເທດ ທີ່ກຳລັງ ພັທພນາ.

 

ທ່ານ ພີ່ຍົ່ງ ໄດ້ຍົກຕົວຢ່າງມາຊີ້ໃຫ້ ນັກສຶກສາເຫັນວ່າ "ມັນບໍ່ທັມມະດາ ໃນເມື່ອຣາຄາ ຜົນຜລິດ ທຽບເທົ່າກັນ, ແຕ່ ເຮືອບິນ ທີ່ຜລິດໃນເອີຣົບນັ້ນ ແພງກວ່າ ເຮືອບິນ ທີ່ຜລິດໃນ ສຫລ ອາເມຣິກາ.

 

ໃນການພົນປະສົນທະນາ ກັບບັນດາ ຜູ່ນຳ ຈີນຄັ້ງນີ້ ຖືໄດ້ວ່າ ເປັນເວລາ ທີ່ຄວນ ລຸດຜ່ອນຄວາມເຄັ່ງຕຶງ ແລະ ສ້າງຄວາມຖືກຕ້ອງປອງດອງກັນຄືນໃໝ່ ຫລັງຈາກ ຂັດແຍ້ງກັນ ໃນບັນຫາ ຕິເບດ ລະຫວ່າງ ປາຣີ ແລະ ປັກກິງ.

 

ສັນຍາດ້ານ ອາວະກາດ

ຫົວໜ້າບໍຣິສັດ ຕ່າງໆຂອງຝຣັ່ງ ຫລາຍຄົນໄດ້ຕິຕາມ ນາຍົກ ຟີ່ຍົ່ງ ນັ້ນໄດ້ຮັບສັນຍາການຄ້າ ຫລາຍດ້ານ ເຊັ່ນ ປະທານບໍຣິສັດຜລິດຍົນ ສ່າຝຣັ່ງ SAFRAN ໄດ້ເຊັນສັນຍາການຄ້າ ກ່ຽວກັບການ ສົ່ງຫົວຈັກຍົນ ສຳຫລັບຍົນໃໝ່ຂອງຈີນ ຄື ຍົນຈີນ C919 ທີ່ຈະສ້າງຂື້ນນັ້ນ ແມ່ນສຳຫລັບ ແຂ່ງກັບ ຍົນແອບິສ A320 ແລະ ຍົນໂບອິງ B737.

 

ສັນຍາ ສົ່ງຫົວຈັກນີ້ ຕົກຢູ່ໃນວົງເງີນ 15 ພັນລ້ານເອີໂຣ ສຳຫລັບ 20 ປີຂ້າງໜ້າ ພ້ອມທັງສັນຍາ ສີ້ມແປງອີກດ້ວຍ.

 

ດ້ານພະລັງງານນິວຄະເລັຍ

ບໍ່ມີພຽງແຕ່ການຮ່ວມມືທາງ ອາວະກາດເທົ່ານັ້ນ ທີ່ ຝຣັ່ງ ແລະ ຈີນ ຮ່ວມມືກັນ, ຍັງມີອີກຫລາຍດ້ານ ເຊັ່ນ ດ້ານພະລັງງານນິວຄະເລັຍ ກໍຄືກັນ ບໍຣິສັດ ເອີເດ່ແອຟ EDF ແລະ ເຊເຊ່ແອ່ນເປ່ເຊ່ CGNPC ຂອງຈີນ ໄດ້ເຊັນສັນຍາ ສ້າງສູນນິວເຄັຽ ເອີເປ່ແອ EPR.

 

ສັນຍາທີສອງ ໃນດ້ານນິວຄະເລັຍນີ້ ແມ່ນບໍຣິສັດ ອາເຣ່ວ່າ AREVA ຈະຕ້ອງຜລິດຫົວຈັກ ປັ່ນໄຟຟ້າໃຫ້ບໍຣິສັດ ເຊເຊ່ແອ່ນເປ່ເຊ່ CGNPC.

 

ສ່ວນ ປະທານບໍຣິສັດ ເອີອາເດ່ແອສ EADS ນັ້ນ ກໍໝັ້ນໃຈວ່າ ຈະບັນລຸຜົນ ກ່ຽວກັບການສະລຸບຜົນ ໃນການຂາຍຍົນ ແອບິສ A350 ໃຫ້ ຈີນ ແລະ ສັນຍາ ເຈຕະນາ ຊື້ ຍົນດັ່ງກ່າວນີ້ 20 ລຳ ກໍໄດ້ ເຊັນກັນ ມາໄດ້ຫລາຍປີແລ້ວ ໃນຕອນສະມັຍ ປະທາ ນາທິບໍດີ ຊີຣັກ ພຸ້ນ, ແຕ່ຍັງບໍ່ທັນເປັນຮູບ ພຣະທັມເທື່ອ.

 

ຝຣັ່ງ ຈັດເປັນປະເທດ ທີ 14 ຂອງໂລກ ທີ່ເຂົ້າໄປລົງທຶນໃນ ສປ ຈີນ ແລະ ເປັນປະເທດ 4 ໃນ ເອີຣົບ.

 

ທ່ານ ຝຣັ່ງຊົວ ຟີ່ຍົ່ງ ໄດ້ໄປເຖີງ ປັກກິງ ໃນຕອນບາຍວັນທີ 20/12 ແລະ ໄດ້ພົບພໍ້ ກັບຄູ່ກຳຕຳແໜ່ງ ທ່ານ ເວີນ ເຈັ້ຽປາວ ແລະ ປະທາ ນາປະເທດ ຫູ ຈິນທ່າວ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU