ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສ.ປ. ຈີນ

ຫລີວ ຊີອ່າວໂບ ຕິດຄຸກ 11 ປີ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/12/2009 14:20 TU

ທ່ານ ຫລີວ ຊີອ່າວໂບ

ທ່ານ ຫລີວ ຊີອ່າວໂບ

ຫລີວ ຊີອ່າວໂບ ຖືກພິພາກສາ ໃນມື້ນີ້ ທີ່ ປັກກິງ ໃນຖານ ກໍ່ກວນ ຄວາມວຸ້ນວາຍ, ຕຳນິ ລະບອບຄອມມູຍນິດ ແລະ ຮຽກຮ້ອງ ໃຫ້ ປ່ຽນເປັນ ລະບອບປະຊາທິປະຕັຍ ຖືກລົງໂທດຈຳຄຸກ 11 ປີ.

ແນ່ນອນ, ທະນາຍຄວາມຂອງຜູ່ກ່ຽວ ໄດ້ຮ້ອງຂໍ ຕໍ່ສານວ່າ ບໍ່ມີຄວາມ ຜິດແຕ່ປະການໃດເລີຍ", ສຳຫລັບ ທ່ານ ຫລີວ ຊີອ່າວໂບ 54 ປີ, ເປັນນັກປັນຍາຊົນຈີນ ແຕ່ສານກໍໄດ້ ຕັດສິນລົງໂທດຈຳຄຸກ ເຖີງ 11 ປີ ໃນຖານ ຖືກກ່າວຫາວ່າ ກໍ່ກວນຄວາມວຸ້ນວາຍ ດ້ວຍການຕຳນິ ລະບອບຄອມມູຍນິດ.

ທ່ານ ຫລີວ ຊີອ່າວໂບ ເຄີຍໄດ້ຮ່ວມໃນ ຂະບວນການປະຊາທິປະຕັຍ ທີ່ໄດ້ທຳ ການປະທ້ວງ ທີ່ສນາມ ຕຽນ ອັນເມິນ ໃນປີ 1989.

 

ບັນດານັກການທູດ ຂອງປະເທດຕາເວັນຕົກ ເອີຣົບ, ອາເມຣິກາ, ການາດາ, ແລະ ອົສຕຣາລີ ບໍ່ໄດ້ຖືກອະນຸຍາດເຂົ້າໄປໃນສານ ແລະ ພ້ອມດຽວກັນນັ້ນ ທາງການ ຈີນ ກໍໄດ້ ປະນາມການ ແຊກແຊງ ຂອງ ຕ່າງດ້າວ ໃນວິທິການດຳເນີນຄະດີພາຍໃນຂອງຈີນ.

 

ສ່ວນບັນດາ ອົງການປ້ອງກັນສິດທິມະນຸດ ນັ້ນກໍປະນາມ ການໃຊ້ ນະໂຍບາຍ ການເມືອງ ຢ່າງເຂັ້ມງວດ ໃນຈີນ ຫລັງຈາກ ທ່ານ ຫລີວ ຊີອ່າວໂບ ໄດ້ຖືກລົງໂທດຈຳຄຸກ 11 ປີ ແລະຖືວ່າ ເປັນໂທດ ໜັກເກີນໄປ.

 

ສຫລ ອາເມຣິກາ ແລະ ສະຫະພາບ ເອີຣົບ ປະນາມການລົງໂທດ ໜັກເກີນໄປ ຕໍ່ທ່ານ ຫລີວ ຊີອ່າວໂບ ແລະຮຽກຮ້ອງໃຫ້ປ່ອຍຕົວ ຜູ່ກ່ຽວ.

ທ່ານ ຫລີວ ຊີອ່າວໂບ ເຄີຍຖືກຄຸກ ມາ ຫລາຍຄັ້ງແລ້ວ ຍ້ອມມີ ຄວາມເຊື່ອໝັ້ນ ໃນລະບອບ ປະຊາທິຕັຍ.

ຫລັງຈາກ ກັບມາແຕ່ ສຫລ ອາເມຣິກາ ຊຶ່ງເປັນປະເທດ ທີ່ທ່ານ ໄດ້ເປັນອາຈານສອນ ທີ່ມະຫາວິທະຍາລັຍ ໂກລົມເບັ່ຽ ທີ່ລັດ ນິວ ຢ໊ອກ, ໃນປີ 1989 ນັ້ນ, ທ່ານໄດ້ ມາສອນ ຢູ່ທີ່ ມະຫາວິທະລັຍ ປັກກິງ. ທ່ານໄດ້ຂຽນ ຕຳນິຕິຕຽນ ອຳນາດຄອມມູຍນິດຈີນ ແລະ ນັກສຶກສາທີ່ລືມອຸດົມການ ປະຊາທິປະຕັຍ ໃນການຕໍ່ສູ້ ຂອງເຂົາເຈົ້າ.

 

ເພື່ອປະເຊີນໜ້າກັບ ຄວາມເປັນຜະເດັດການຂອງລະບອບ, ທ່ານ ຫລີວ ຊີອ່າວໂບ ໄດ້ທຳການປະທ້ວງ ແບບ ອົດອາຫານ ທີ່ລານ ສາທາຣະນະ ໃນນະຄອນຫລວງປັກກິງ ກັບ ນັກຮ້ອງ ຄົນນຶ່ງ ຊື່ວ່າ ຫູ່ ເດຈ່ຽນ ແລະນັກປັນຍາຊົນ ອີກສອງທ່ານ ຄື ຊູ່ ດູໂອ ແລະ ກາວ ຊິນ.

 

ຕອນກອງທະຫານ ບຸກເຂົ້າມາສະກັດກັ້ນ ເພື່ອໃຫ້ການປະທ້ວງ ແບບ ອົດອາຫານນັ້ນ ແຕກສລາຍ , ທ່ານ ຫລີວ ຊີອ່າວໂບ ໄດ້ພະຍາຍາມ ຕໍ່ລອງ ແບບສັນຕິວິທີ ເພື່ອຢຸດທຳການປະທ້ວງ, ແຕ່ເຈົ້າໜ້າທີ່ ບໍ່ສົນ ໃຈ ແລະ ໄດ້ຈັບຜູ່ກ່ຽວ ໄປກັກຂັງ ປີເຄີ່ງ ໂດຍບໍ່ໄດ້ຖືກສານ ຕັດສິນ ລົງໂທດ ແຕ່ປະການ ໃດເລີຍ.

 

ຕໍ່ມາຜູ່ກ່ຽວ ຍັງມີບັນຫາ ກັບອຳນາດຄອມມູຍນິດ ໃໝ່ອີກ ແລະໄດ້ຖືກ ຈັບ ສົ່ງໄປສູນສັມມະນາ ແຕ່ປີ 1996 ຫາ 1999 ໃນຖານ ຮຽກ ຮ້ອງ ໃຫ້ມີການປະຕິຮູບ ລະບອບການເມືອງ ແລະ ຮຽກຮ້ອງ ໃຫ້ ປ່ອຍຕົວ ພວກທີ່ຮ່ວມ ໃນການປະທ້ວງ ໃນປີ 1989 ນັ້ນອີກ.

 

ທ່ານ ຫລີວ ຊີອ່າວໂບ ຫລັງຈາກໄດ້ຖືກປົດອອກຈາກ ການເປັນ ອາຈານສອນ ທີ່ມະຫາວິທະຍາລັຍ ປັກກິງ ແລ້ວໄດ້ມາເປັນ ນຶ່ງໃນ ຄນະນຳພາ ສູນວິຈັຍ ຂອງກຸ່ມນັກຂຽນ ແລະນັກປະພັນ.

 

ຜູ່ກ່ຽວທຳການພົວພັນຢ່າງໃກ້ຊິດ ກັບສັງຄົມປັນຍາຊົນ ເຖີງແມ່ນວ່າ ຜູ່ກ່ຽວບໍ່ສາມາດ ເຜີຍແຜ່ບົດຄວາມໃນ ສປ ຈີນໄດ້ ກໍຕາມ ເຊັ່ນ ປື້ນຂອງ ເຂົາ ຊື່ວ່າ "ສວັນໂປຣດ ຂອງພວກກຳອຳນາດ, ນາຣົກ ຂອງຄົນທຸກ" ທີ່ຖືກເຜີຍຜ່ໃນ ຮົງກົງ.

 

ໃນໂອກາດ ຄົບຮອບ 60 ປີ ແຫ່ງການປະກາດໃຊ້ ກົດບັດ ສິດທິ ມະນຸດ ໃນປີ 2008 ຜ່ານມານີ້, ທ່ານ ຫລີວ ຊີອ່າວໂບ ໄດ້ຮ່ວມ ເຊັ່ນ ໃນບັນຊີ 300 ລາຍເຊັນ ເພື່ອຮຽກຮ້ອງ ໃຫ້ມີການນັບຖື ສິດທິ ມະນຸດ ແລະ ເສຣີພາບ ຂີດຂຽນແລະປາກເວົ້າ ພ້ອມກັບຮຽກຮ້ອງໃຫ້ ສະຖາປະນາ ການເລືອກຕັ້ງ ສຳຫລັບ ປະເທດ ເສຣີ, ປະຊາທິປະຕັຍ ແລະ ມີລັຖະທັມມະນູນ.

 

ທ່ານ ຫລີວ ຊີອ່າວໂບ ໄດ້ຂຽນເພື່ອ ອູ້ມຊູລະບອບປະຊາທິປະຕັຍ ມາໄດ້ 20 ກວ່າປີແລ້ວ ກ່ອນໜ້າ ປີ 1989 ນັ້ນອີກ, ແຕ່ ຜູ່ກ່ຽວໄດ້ ຖືກຈັບ ມາໄດ້ປີກວ່າແລ້ວ ໃນຖານ ເຜີຍບົດຂຽນ ທີ່ມີຫົວຂໍ້ວ່າ "ບັນຍັດ 08" ຊຶ່ງເປັນ ບົດຄວາມທີ່ຮຽກຮ້ອງ ໃຫ້ປະຕິຮູບ ລະບອບ ປະຊາທິປະຕັຍ ໃນ ສປ ຈີນ.

 

ເມື່ອວັນພຸດແລ້ວນີ້, ຕຳລວດ ພະຍາຍາມ ສະກັດກັ້ນ ບໍ່ໃຫ້ ພັກພວກ ຂອງ ທ່ານ ຫລີວ ຊີອ່າວໂບ ເຂົ້າໄປໃນສານ. ພັກພວກ ທຸກຄົນ ໄດ້ມັດ ຜ້າສີເຫລືອງ ອັນມີຄວາມໝາຍວ່າ "ສັນຕິພາບ" ສຳຫລັບ ຫລີວ ຊີອ່າວໂບ ແລະພາກັນຮ້ອງວ່າ "ປະຊາທິປະຕັຍຈົ່ງຈະເຣີນ, ຫລີວ ຊີອ່າວໂບ ຈົ່ງຈະເຣີນ"

 

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU