ຄົ້ນຫາຂໍ້ມູນ

/ languages

Choisir langue
 

ນາຍົກລັຖມົນຕຣີ ໄທ

ປະກາດສົ່ງ ອົພະຍົບລາວມົ້ງ ກັບຄືນປະເທດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/12/2009 13:46 TU

ອົພະຍົບ ລາວມົ້ງ ຫລາຍພັນຄົນ ຖືກກັກໃນສູນອົພະຍົບ ຫ້ວຍນໍ້າຂາວ

ອົພະຍົບ ລາວມົ້ງ ຫລາຍພັນຄົນ ຖືກກັກໃນສູນອົພະຍົບ ຫ້ວຍນໍ້າຂາວ

ທາງການໄທ ປະກາດຢ່າງເປັນທາງການ ມື້ນີ້ ວ່າຈະສົ່ງ ອົພະຍົບ ລາວມົ້ງ ປະມານ 4.000 ຄົນ ທີ່ສູນ ຫ້ວຍນໍ້າຂາວ ກັບຄືນປະເທດ ລາວ ເຖີງແມ່ນວ່າ ເຂົາເຈົ້າ ຈະຊ່ຽງຕໍ່ ການຖືກທຳຮ້າຍກໍຕາມ

ພວກອົພະຍົບເລົ່ານີ້ ໄດ້ຢື່ນໃບ ຂໍລີ້ພັຍການເມືອງໃນປະເທດໄທ ໂດຍ ໃຫ້ເຫດຜົນວ່າ ພວກເຂົາ ອາດຖືກທຳຮ້າຍ ໂດຍລັຖະບານ ລາວ ຖ້າ ຫາກ ພວກເຂົາ ຖືກສົ່ງກັບຄືນປະເທດ.

 

ນາຍົກລົຖມົນຕຣີ ອະພິສິດ ເວຊຊາຊີວະ ໄດ້ປະກາດໃນມື້ວ່າ ທາງ ການໄທ ຄໍ້າປະກັນ ການຈັບອົພະຍົບດັ່ງກ່າວນີ້ ກັບຄືນປະເທດ ຈະ ໃຫ້ເປັນໄປ ຢ່າງສງົບ ແລະ ຢ່າງຖືກຕ້ອງຕາມ ກົດບັດ ສິດທິມະນຸດ.

 

ໃນດືອນ ມິນາ ແລ້ວນີ້, ທາງການ ໄທ ແລະ ລາວ ໄດ້ຕົກລົງກັນ ຈັດສົ່ງ ອົພະຍົບດັ່ງກ່າວນີ້ ໃຫ້ເຊັດສີ້ນ ໃນທ້າຍປີນີ້.

 

ໂຄສົກຂອງ ກອງທັບ ໃນເຂດ ເພດສະບູນໄດ້ຖະແລງວ່າ ໃນລະຍະ ຫລາຍປີ ຜ່ານມານີ້ ອົພະຍົບລາວມົ້ງ ປະມານ 3.000 ຄົນ ໄດ້ຖືກ ສົ່ງ ກັບຄືນປະເທດໄປແລ້ວ ດ້ວຍຄວາມສະມັກໃຈ ຂອງພວກເຂົາ ເອງ.

 

ອົງການຂ້າຫລວງໃຫຍ່ ສຫປ ຊາຊາດ ດ້ານອົພະຍົບ ດັ່ງດຽວກັບ ນັກການທູດ ແລະອົງການ ມະນຸສທັມ ຄາດວ່າ ມີອົພະຍົບບາງສ່ວນ ຄວນໄດ້ຮັບ ສະຖານະພາບເປັນ ອົພະຍົບ ຂໍລີ້ພັຍການເມືອງ ຖ້າຫາກ ມີການ ພິຈາຣະນາ ແຕ່ກໍຣະນີ ຢ່າງຖີ່ຖ້ວນ ເພາະມີບາງພວກ ຕ້ອງ ການ ຖືກປົກປ້ອງ ຄວາມປອດພັຍ.

 

ແຕ່ທາງການໄທ ຢ້ານວ່າ ຖ້າມີການອະນຸມັດໃຫ້ ເປັນອົພະຍົບ ການ ເມືອງແລ້ວ, ມັນອາຈະມີຜົນ ຍຸຍົງໃຫ້ດຶງດູດ ພວກອົພະຍົບ ເຂົ້າເມືອງ ຜິດກົດໝາຍ ອີກໃໝ່ຢ່າງບໍ່ມີວັນສີ້ນສຸດ.

 

ສ່ວນ ນັກການທູດ ເອີຣົບ ທີ່ ບາງກອກ ໄດ້ສະແດງຄວາມເປັນຫ່ວງ ໃຫ້ທາງການ ໄທ ຊາບວ່າ ພວກອົພະຍົບ 158 ທີ່ໄດ້ຮັບສະຖານະ ພາບ ເປັນ ອົພະຍົບການເມືອງ ໂດຍ ສຫປ ຊາຊາດແລ້ວນັ້ນ ຊຶ່ງ ປັດຈຸບັນນີ້ ພວກເຂົາຍັງຖືກກັກຂັງ ຢູ່ໃນສູນແຫ່ງນຶ່ງ ໃນແຂວງ ໜອງຄາຍນັ້ນ ຈະຖືກຈັບສົ່ງ ກັບຄືນປະເທດ ຄືກັນ ຫຼືບໍ່, ແຕ່ ທ່ານ ອະພິສິດ ໄດ້ປະຕິເສດ ວ່າພວກນີ້ ບໍ່ຕົກຢູ່ໃນກໍຣະນີ ຂອງພວກ ທີ່ຢູ່ສູນຫ້ວຍນໍ້າຂາວ.

 

ມື້ວານນີ້, ສະມາຊິກ ສະພາສູງ ອາເມຣິກາ 9 ທ່ານໄດ້ສົ່ງສາຣຫາ ນາຍົກຣັຖມົນຕຣີໄທ ທ່ານ ອະພິສິດ ເວຊຊາຊີວະ ເພື່ອສະແດງເຖີງ ຄວາມເປັນຫ່ວງ ຫລັງຈາກ ທ່ານໄດ້ປະກາດວ່າ ຈະຈັບສົ່ງ ອົພະຍົບ ລາວມົ້ງ 4.000 ຄົນ ກັບຄືນປະເທດ ລາວ.

 

ຂໍ້ຄວາມຕອນນຶ່ງ ໃນສາຣໄດ້ ຫຍໍ້າວ່າ "ເຖີງແມ່ນພວກເຮົາຮູ້ວ່າ ປະເທດ ໄທ ຮັບແບກນໍ້າໜັກ ອົພະຍົບ ເປັນຈຳນວນ ຫລວງຫລາຍ ກໍດີ ແຕ່ພວກເຮົາຂໍຮ້ອງ ຕໍ່ທ່ານ ບໍ່ໃຫ້ຈັບສົ່ງ ອົພະຍົບ ຈັກຄົນ ກັບ ຄືນ ປະເທດ ລາວ ໃນປັດຈຸບັນນີ້".

 

ບັນດາສະມາຊິກສະພາສູງ ຈາກພັກ ເດໂມກຣັດ ທີ່ໄດ້ຮ່ວມລົງລາຍ ເຊັນ ມີ : ຣັສ ແຟ່ນໂຄນ Russ Feingold, ປາຕຣີກ ລີ່ອີ່ Patrick Leahy, ບາກບາຣາ ບົກເຊີ້ Barbara Boxer, ແຊນດອນ ໄວ່ຮາວ Sheldon Whitehouse, ມາກ ບີ ກີຊ Mark Begich, ເອມີ່ ກໂລບູຊາຣ໌ Amy Klobuchar, ແອນ ຝຣັ່ງເກີ່ນ Al Franken, ແລະ ສະມາຊິກສະພາສູງ ຈາກພັກ ເຣປູຍບຣິກແກນ ອີກສອງທ່ານ ຄື : ຣີ່ຊາກດ໌ ລູກ່າ Richard Lugar ແລະ ລີ່ຊ່າ ມວກໂຕຟສກີ່ Lisa Murkowski.

 

ບັນດາສະມາຊິກສະພາສູງ ເລົ່ານີ້ ທັກທ້ວງວ່າ ໃນການຈັບສົ່ງ ອົພະ ຍົບດັ່ງກ່າວ ຂອງລັຖບານ ໄທ ນີ້ ຂາດຄວາມໂປ່ງໄສ ໃນການຄັດ ເລືອກຢ່າງຖືກຕ້ອງ ວ່າ ແມ່ນໃຜເປັນ ອົພະຍົບ ການເມືອງ ທີ່ຕ້ອງ ການຂໍລີ້ພັຍການເມືອງຢ່າງແທ້ຈິງ ແລະແມ່ນໃຜ ເປັນອົພະຍົບເສຖະ ກິດ, ພ້ອມທັງຫຍໍ້າວ່າ ພວກຕົນ ເຄີຍໄດ້ສະເນີ ເປັນປະຈຳ ຕໍ່ຣັຖະ ບານ ໄທ ແຕ່ລະຊຸດ ໃຫ້ຮ່ວມມືກັບ ບັນດາອົງການ ທີ່ບໍ່ຂື້ນ ກັບ ລັຖະບານ ທີ່ທຳງານໂດຍກົງກັບ ພວກອົພະຍົບນັ້ນ ເພື່ອຄັດເລືອກບຸກ ຄົນ ໃຫ້ຖືກຕ້ອງ ຕາມກົດບັດສາກົນ ວ່າຄວນຈະຖືກ ສົ່ງພວກກ່ຽວ ຫຼື ບໍ່.

 

ທ່ານ ປາຕຣີກ ລີ່ອີ່ Patrick Leahy ໄດ້ປະກາດ ມື້ວານນີ້ ຕໍ່ໜ້າ ສະພາສູງ ອາເມຣິກາວ່າ ພວກຂໍລີ້ພົຍທຸກຄົນ ຕ້ອງຢາກໄດ້ ສະຖາ ນະພາບເປັນອົພະຍົບ ຢ່າງຖືກຕ້ອງນັ້ນ ບໍ່ຄວນຈະຖືກຈັບສົ່ງ ເວັ້ນເສັຍ ແຕ່ ມີຄວາມສະມັກໃຈ.

ທ່ານໄດ້ປຽບທຽບໄສ່ວ່າ ຖ້າຫາກມີການຈັບສົ່ງອົພະຍົບ ລາວມົ້ງ ກັບ ຄືນປະເທດ ເໝືອນດັ່ງ ການຈັບອົພະຍົບ ຊົນເຜົ່າ ອູຍຄູ້ ໃນປະເທດ ຂເມນ ກັບຄືນ ສປ ຈີນ ໃນ ອາທິດແລ້ວນີ້ນັ້ນ, ແນ່ນອນ ພາບພົດ ກອງທັບໄທ ອາດຈະເຊື່ອມເສັຍ ແລະອາດຍຸຍົງເຖີງຜົນກະທົບ ໃນ ການຮ່ວມມື ທາງດ້ານການທະຫານ ລະຫວ່າງ ສຫລ ອາເມຣິກາ ກັບ ໄທ.

 

ອົພະຍົບ ລາວມົ້ງ ຫລາຍພັນຄົນ ໄດ້ມາອາສັຍຢູ່ປະເທດໄທ ໂດຍ ຖືກກັກ ຢ່ໃນູສູນອົພະຍົບ ຫ້ວຍນໍ້າຂາວ ນັ້ນ ມາໄດ້ 30 ກວ່ານີ້ແລ້ວ ໄດ້ພາກັນຂໍລີ້ພັຍການເມືອງ ເພາະຢ້ານຖືກທຳຮ້າຍ ຖ້າຫາກ ເຂົາເຈົ້າ ຫາກຖືກຈັບສົ່ງກັບຄືນປະເທດລາວ ເພາະວ່າ ມີບາງສ່ວນ ເຄີຍໄດ້ ຮ່ວມ ກັບ ກອງທັບ ຝຣັ່ງເສດ ໃນສມັຍສົງຄາມ ອິນໂດຈີນ ແລະ ຕໍ່ມາ ຮ່ວມກັບ ອາເມຣິກັນ ຕໍ່ສູ້ ກຳລັງຄອມມູຍນິດ ໃນປາງສົງຄາມ ວຽດນາມ ແລະປົບໜີອອກຈາກ ລະບອບຄອມມູຍນິດ ວຽງຈັນ ແຕ່ປີ 1975 ມາ.

 

ປະເທດ ລາວ ໄດ້ປະຕິເສດ ຕໍ່ການຕູ່ກ່າວຫາວ່າ ທຳຮ້າຍພວກ ອົພະຍົບ ລາວມົ້ງທີ່ຖືກສົ່ງກັບຄືນປະເທດ, ສ່ວນ ທາງ ໄທ ນັ້ນ ກໍ ປະກາດວ່າ ອົພະຍົບ ລາວມົ້ງ ດັ່ງກ່າວນີ້ ແມ່ນ ລ້ວນແລ້ວແຕ່ ເປັນ ອົພະຍົບ ເສຖະກິດ ທັ້ງນັ້ນ.

 

ແຕ່ອີງຕາມ ນັກການທູດ ແລະອົງການ ປ້ອງກັນສິດທິມະນຸດນັ້ນວ່າ ອົພະຍົບ ລາວມົ້ງ ອາດຖືກ ຈັບສົ່ງກັນຄືນປະເທດ ແຕ່ນີ້ ຫາ ທ້າຍປີ ນີ້.

ລັຖບານໄທ ໄດ້ສັ່ງ ໃຫ້ສົ່ງກຳລັງທະຫານ ເຂົ້າໄປໜູນຄວາມປອດພັຍ ໃນເເຂວງ ເພັດສະບູນ ອີກຕື່ມ ນັ້ນ ຍິ່ງສ້າງຄວາມ ຢ້ານກົວວ່າ ວັນ ກຳນົດ ຈັບສົ່ງຊາວ ລາວມົ້ງ ດັ່ງກ່າວນັ້ນ ອາດເປັນໄປໄດ້ ໃນວັນທີ 31 ທັນວາ ຈະມາເຖີງນີ້.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU