ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຍີ່ປຸ່ນ

ລັຖບານ ຄາດງົປະມານ ສູງສຸດ ໃນປະວັດສາດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/12/2009 13:54 TU

ທ່ານ ຢູກິໂອ ຮາໂຕຢາມາ ນາຍົກລັຖມົນຕຣີ ຍີ່ປຸ່ນAfp

ທ່ານ ຢູກິໂອ ຮາໂຕຢາມາ ນາຍົກລັຖມົນຕຣີ ຍີ່ປຸ່ນ
Afp

ທ່ານ ຢູກິໂອ ຮາໂຕຢາມາ ນາຍົກລັຖມົນຕຣີ ປະກາດວ່າ ຈະລາ ອອກຈາກຕຳແໜ່ງ ຖ້າສຽງປະຊາຊົນສ່ວນໃຫຍ່ ຫາກເຫັນພ້ອມນຳ. ປັດຈຸບັນ ສຽງນິຍົມຂອງທ່ານຕົກຕໍ່າ, ແລະ ລັຖບານ ໄດ້ຄາດ ງົປະມານ ສູງສຸດ ບໍ່ເຄີມມີ ມາກ່ອນ

ບັນດາສື່ມວນຊົນວິເຄາະວ່າ ຖ້າຫາກ ການອະທິບາຍ ກ່ຽວກັບບັນຫາ ການເງີນ ບຳລຸງພັກ ຂອງ ທ່ານ ຢູກິໂອ ຮາໂຕຢາມາ ບໍ່ແຈ່ມແຈ້ງ ແລະ ຍັງເປັນທີ່ ສົງສັຍຢູ່ນັ້ນ, ທ່ານ ຢູກິໂອ ຮາໂຕຢາມາ ຄວນລາ ອອກຈາກຕຳແໜ່ງ.

 

ຕອນທ່ານ ຖືກເລືອກຕັ້ງຂື້ນໃໝ່ໆນັ້ນ, ສຽງຍັ່ງ ປະຊານິຍົມຂອງ ທ່ານ ຢູກິໂອ ຮາໂຕຢາມາ ສູງກາຍ 70%, ແຕ່ຫລັງຈາກ ບັນຫາການເງີນ ດັ່ງກ່າວນີ້, ສຽງນິຍົມຂອງທ່ານ ໄດ້ຕົກລົງ ຕໍ່າກວ່າ 50%.

 

ໃນປັດຈຸບັນນີ້ ທ່ານ ຢູກິໂອ ຮາໂຕຢາມາ ປະຕິເສດ ຕໍ່ທຸກການລາ ອອກ ຈາກຕຳແໜ່ງ ໂດຍທີ່ວ່າ ປະຊາຊົນສ່ວນໃຫຍ່ ຍັງບໍ່ທັນເຫັນ ພ້ອມເທື່ອ, ແຕ່ ຖ້າຫາກ ປະຊາຊົນສ່ວນໃຫຍ່ ຕ້ອງການ ຢາກໃຫ້ ທ່ານລາອອກນັ້ນ, ທ່ານ ກໍຈະປະຕິບັດ ຕາມສຽງມະຫາຊົນ.

 

ບັນຫາທັງໝົດນີ້ ແມ່ນ ຫລັງຈາກ ຜູ່ຮ່ວມມືໃນພັກຂອງ ທ່ານ ຢູກິໂອ ຮາໂຕຢາມາ ໄດ້ຖືກກ່າວຫາ ໄດ້ໃຊ້ທຶນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ສຳຫລັບ ເອົາມາອູ້ມຊູ ທ່ານ ໃນຕອນຫາສຽງເລືອກຕັ້ງ, ແຕ່ທ່ານ ເອງ ບໍ່ໄດ້ມີສ່ວນກ່ຽວຂ້ອງນຳໂດຍກົງ.

 

ທ່ານ ຢູກິໂອ ຮາໂຕຢາມາ ໄດ້ການສຳພາດ ຕໍ່ສື່ມວນຊົນວ່າ "ຂ້າພະເຈົ້າ ຂໍອະພັຍະໂທດ (ພ້ອມດ້ວຍນໍ້າຕາ ຜ່ານ່ວຍ) ວ່າເສັຍໃຈ ໃນຄວາມອັບອາຍຂາຍໜ້າດັ່ງກ່າວນີ້ ແລະຖ້າຫາກມີ ສຽງມະຫາຊົນ ເຫັນດີໃຫ້ ລາອອກ ຂ້າພະເຈົ້າກໍຈະນັບຖື ສຽງມະຫາຊົນ, ແຕ່ວ່າ ຂ້າພະເຈົ້າ ຈະເຮັດສຸດຄວາມສາມາດ ບໍ່ໃຫ້ມີ ເຣື້ອງນີ້ເກີດຂື້ນໃໝ່ ອີກ".

 

ທ່ານ ຢູກິໂອ ຮາໂຕຢາມາ ໄດ້ໃຫ້ເຫດຜົນວ່າ ເປັນຫຍັງ ທ່ານຈຶ່ງ ບໍ່ລາອອກ ຈາກຕຳແໜ່ງ ນາຍົກລັຖມົນຕຣີ ຖ້າຫາກມະຫາຊົນ ສ່ວນໃຫຍ່ ຍັງອູ້ມຊູທ່ານຢູ່, ທັ້ງນີ້ ກໍເພາະວ່າ ໃນຕອນເລືອກຕັ້ງ ເມື່ອວັນທີ 31 ສິງຫາ ຜ່ານມານີ້ ປະຊາຊົນສ່ວນໃຫຍ່ ເຫັນວ່າທ່ານ ມີຄວາມສະມັກໃຈ ໃນການປ່ຽນແປງ ປະເທດຍີ່ປຸ່ນໃໝ່ຢ່າງແທ້ຈິງ ແລະ ເຫັນດີ ໃຫ້ມີຄນະລັຖບານປະສົມ ກາງ-ຊ້າຍ ເພື່ອປ່ຽນຈາກ ການກຳອຳນາດຂອງ ພັກອານຸຣັກ ນິຍົມຂວາ ມາໄດ້ ກາຍເຄີ່ງ ສັຕະວັດແລ້ວນັ້ນ.

 

ແລະດັ່ງນັ້ນ ທ່ານຈຶ່ງຄາດວ່າ ການດຳເນີນການປະຕິຮູບ ຂອງລັຖບານ ປະສົມ ບໍ່ຄວນຈະຖືກຢຸດ.

 

ອີກດ້ານນຶ່ງ, ລັຖບານ ຂອງ ທ່ານ ຢູກິໂອ ຮາໂຕຢາມາ ນີ້ ໄດ້ລົງ ມະຕິຮັບເອົນໂຄງການ ງົປະມານແຫ່ງຊາດ ໃນຈຳນວນສູງສຸດ ບໍ່ເຄີຍ ມີມາກ່ອນ ສຳຫລັບສົກປີ 2010-2011, ຄືໃນວົງເງີນ 92.300 ພັນ ລ້ານເຢັນ (704 ພັນລ້ານ ເອີໂຣ). ແຕ່ໂຄງການ ນີ້ ຈະຕ້ອງນຳໄປ ສະເນີຕໍ່ ສະພາ ຕໍ່າ ແລະ ສູງ ໃຫ້ລົງມະຕິຮັບ ເສັຽກ່ອນ. ພ້ອມນີ້ ລັຖບານ ໄດ້ຄາດວ່າ ໃນປີ 2010-2011 ຈະມາເຖີງນີ້ ການເພີ້ມພູນ ຜລິດຜົນ ຈະສູງຂື້ນ 1,4%.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU