ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຊາວຄຣິສຕັງ 2 ພັນລ້ານຄົນ ສລອງ ບຸນໂນແອ່ນ

ສັນຕະປະປາ ຖືກດຶງກະຊາກ ໃຫ້ລົ້ມ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/12/2009 14:08 TU

ອົງສັນຕະປະປາ ເບີນົ່ວ 16Reuters

ອົງສັນຕະປະປາ ເບີນົ່ວ 16
Reuters

ອົງສັນຕະປະປາ ເບີນົ່ວ 16, 82 ພັນສາ ໄດ້ຖືກ ຍິງຄົນນຶ່ງ ດຶງ ກະຊາກລົງໃຫ້ລົ້ມ ຕອນກຳລັງເລີ້ມ ສະເດັດ ເຂົ້າໄປໃນໂບດ ແຊ່ງ ປີແອຣ໌ ເພື່ອທຳ ພິທີ ມິຊາ ຕອນທ່ຽງຄືນ, ແຕ່ພຣະອົງ ປອດພັຍ ແລະ ໄດ້ດຳເນີນພິທີ ມິຊາຕໍ່ ຢ່າງສະງ່າງາມ, ສ່ວນ ຜູ່ທຳຮ້າຍ ພຣະອົງນັ້ນ ໄດ້ຖືກນຳເຂົ້າໂຮງໝໍ

ເຖີງແມ່ນມີ ມາຕການຮັກສາຄວາມປອດພັຍໃຫ້ແກ່ ພຣະອົງ ຢ່າງເຂັ້ມ ງວດກວດຂັນກໍດີ, ແຕ່ຄວາມປອດພັຍ 100% ເຕັມນັ້ນ ບໍ່ສາມາດຄໍ້າ ປະກັນໄດ້, ຍິງຄົນນຶ່ງ ສາມາດ ໂດດຂ້າມຮົ້ວ ເຂົ້າໄປດຶງ ຜ້າຂອງອົງ ສັນຕະປະປາ ກະຊາກຈົນພຣະອົງລົ້ມລົງພື້ນ ຕອນຂະບວນກຳລັງ ແຫ່ ພຣະອົງ ເຂົ້າມາໃນໂບດ ເພື່ອທຳພິທີ ມີຊາ ຕາມປະເພນີ ທີ່ເຄີຍ ປະຕີບັດມາ ທຸກໆປີ.

 

ສ່ວນຍິງຄົນນັ້ນ ຊື່ວ່າ ສຸສານ່າ ໄມ່ໂອໂລ່, ສັນຊາດ ສວິດສ໌ ເຊື້ອຊາດ ອິຕາລີ່ ຄາດວ່າ ອາດເປັນຄົນຂ້ອນຂ້າງ ຈິດບໍ່ເຕັມ ໄດ້ຖືກນຳສົ່ງ ໂຮງ ພະຍາບານ ແລະອີງຕາມ ສຳນັກງານ ໜັງສືພິມ ອັງສ່າ ຂອງ ອິຕາລີ່ ທີ່ໄດ້ສອບຖາມເຖີງເຣື້ອງລາວຕ່າງໆນັ້ນວ່າ ນາງຄົນນັ້ນ ປາຖນາ ຢາກ ເຂົ້າໃກ້ ພຣະອົງ ໂດຍບໍ່ມີເຈຕະນາຮ້າຍ ແຕ່ປະການໃດເລີຍ. ແຕ່ການ ຢາກເຂົ້າໃກ້ ພຣະອົງນັ້ນ ແມ່ນຮຸ່ນແຮງ ເກີນໄປ.

 

ຕອນພຣະຖືກກະຊາກນັ້ນ, ນ່ວຍຮັກສາ ພຣະອົງ ໄດ້ພາກັນໂດດເຂົ້າ ໄປຊ່ວຍ ຢ່າງສົນລະວົນ ໃນຂະບວນ ຂອງພຣະສົງ ທີ່ກຳລັງແຫ່ ອ້ອມຂ້າງ ພຣະອົງນັ້ນ ໄປນັ້ນ ເປັນເຫດໃຫ້ ອະທິການສົງຝຣັ່ງ (ກ໊າກດີ່ນ່ານ) ຄຸນພໍ່ ໂຣເຊ່ ເອເຊ່ກາຣີ່, ອາວຸໂສ 87 ປີ ຖືກຜັກດັນ ຢ່າງແຮງ ແລະໄດ້ລົ້ມລົງ ຈົນກະດູດຫັກ. ສ່ວນ ສັນຕະປະປານັ້ນ ປອດພັຍ.

 

ພິທີ ມິຊາໄດ້ດຳເນີນໄປ ເປັນປົກະຕິ ໂດຍດີ ຕາມປະເພນີສາສນາ ແລະພຣະອົງ ກໍໄດ້ໃຫ້ ພຣະຣາຊໂອວາດວ່າ "ພວກເຮົາ ຄວນຕື່ນ, ພວກເຮົາຄວນເປັນຄົນທີ່ລະມັດລະວັງຢ່າງແທ້ຈິງ", ອັນໝາຍຄວາມວ່າ ພຣະອົງໄດ້ຊົງຮຽກຮ້ອງ ໃຫ້ຕື່ນເບີກບານ ໃນຄວາມເຊື່ອພຣະເຈົ້າ.

 

ພຣະອົງ ຍັງໄດ້ຊົງ ຕັກເຕືອນ ການເຫັນແກ່ຕົວຂອງມະນຸດ ຫຼືຂອງ ກຸ່ມມະນຸດ ທີ່ ຈັບກັກຂັງ ມະນຸດດ້ວຍກັນ ເພື່ອຜົນປະໂຍດ ຂອງຕົນ ເອງ ຫຼືຂອງກຸ່ມຕົນເອງ ແລະ ກີດກັ້ນ ມະນຸດ ດ້ວຍກັນ ແລະເຮັດໃຫ້ ເກີດ ຄວາມຄັດແຍ້ງ ໃນລະດັບໂລກ ແລະ ໃຫ້ເກີດມີບັນຫາ ຍຸ້ງຍາກ ໃນການພົວພັນ ລະຫວ່າງມະນຸດດຽວກັນ.

 

ການສະຫລອງ ໂນແອນນີ້ ຈະປັສຈາກ ເດັກບໍ່ໄດ້ ສະນັ້ນ ເດັກຈາກ ເກົາຫຼີ, ຟີລິປິນ, ອິຕາລີ ແລະ ກົດຕ໌ ດີວົ່ວຣ໌ 10 ຄົນ ໄດ້ຖືກຮັບມອບ ໝາຍພາກັນຖື ເຄື່ອງບູຊາຖວາຍ ແລະສາງຊໍ່ດອກໃມ້ ສຳຫລັບ ຮູບປັ້ນ ເດັກ ເຍຊູ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU