ຄົ້ນຫາຂໍ້ມູນ

/ languages

Choisir langue
 

ມົ້ງລາວ/ທາງການໄທຍ

ຣະດົມການ ຈັດສົ່ງ ໃຫ້ກ້ຽງພາຍໃນທ້າຍປີ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/12/2009 15:27 TU

ສູນຮອງຮັບ ທີ່ບ້ານຫ້ວຍນ້ຳຂາວ (ພາບ : Flickr)

ສູນຮອງຮັບ ທີ່ບ້ານຫ້ວຍນ້ຳຂາວ (ພາບ : Flickr)

ທາງການທະຫານໄທຍ ຢ້ຳອີກວ່າ ຈະພະຍາຍາມ ດຳເນີນ ມາຕຣາການ ໃນທຸກວິຖີທາງເພື່ອ ຈັດສົ່ງຊາວມົ້ງລາວ ທຸກຄົນ ຈາກ ສູນຮອງຮັບ ຫ້ວຍນ້ຳຂາວ ກັບຄືນໄປ ສປປລາວ ໃຫ້ໄດ້ ທັງໝົດ ພາຍໃນທ້າຍປີ ໒໐໐໙ ນີ້. ໃນຂນະທີ່ ອົງການ ສາກົນ ວ່າດ້ວຍ ສິດທິມະນຸດ Human Rights Watch ກໍໄດ້ຢືນຢັນວ່າ ທາງການໄທຍ ຈະເລີ່ມການສົ່ງ ໃນວັນຈັນທີ ໒໘ ນີ້ໂລດໂດຍຜ່ານ ທາງຂົວມິຕະພາບ. ທັງນີ້ເຖີງວ່າ ຈະມີການທັກທ້ວງ ຮຽກຮ້ອງ ໃຫ້ທົບທວນ ຫຼືພິຈາຣະນາ ຈາກທາງສາກົນ ປານໃດ໋ກໍຕາມ.
ຊົງຣິດ ໂພນເງີນ ລາຍງານຈາກບາງກອກ

ທາງການໄທຍ ຈະສົ່ງມົ້ງລາວ ກັບຄືນລາວ ໃຫ້ກ້ຽງພາຍໃນທ້າຍປີ (3'50)

26/12/2009


ສ່ວນ ອົງການ ສາກົນວ່າດ້ວຍ ສິດທິມະນຸດ Human Rights Watch ກໍໄດ້ຢືນຢັນວ່າ ໃນມື້ນີ້ວ່າ ທາງການໄທຍ ຈະເລີ່ມການສົ່ງ ອົພຍົບມົ້ງ ກັບຄືນລາວ ໃນວັນຈັນ ທີ ໒໘ ນີ້ໂລດ ໂດຍຜ່ານທາງ ຂົວມິຕະພາບ.

ທ່ານ ສຸໃນ ຜາສຸກ ຊ່ຽວຊານກໍຣະນີປະເທດໄທຍ ປະຈຳອົງການ ສາກົນວ່າດ້ວຍ ສິດທິມະນຸດ Human Rights Watch ໄດ້ຊີ້ແຈງຕໍ່ ທາງ ສຳນັກງານການຂ່າວຝຣັ່ງ AFP ໃນມື້ນີວ່າ ທາງການໄທຍ ໄດ້ຕຣຽມການ ຈະເລີ່ມຈັດສົ່ງ ອົພຍົບລາວມົ້ງ ກັບຄືນລາວ ໃນວັນຈັນ ທີ ໒໘ ນີ້ໂລດ ແລະໃນໄລຍະ ການສົ່ງນີ້ ທາງການໄທຍກໍຈະ ທຳການ ລົບກວນ ຄື້ນສັນຍານ ໂທຣະສັບມືຖື ເພື່ອ ກີດກັ້ນ ບໍ່ໃຫ້ຊາວມົ້ງເລົ່ານີ້ ສາມາດຕິດຕໍ່ ສົ່ງຂ່າວອອກ ພາຍນອກໄດ້. ທ່ານ ສຸໃນ ຜາສຸກ ຍັງໄດ້ເຜີຍອີກວ່າ ອົພຍົບລາວມົ້ງ ກຸ່ນນີ້ ຈະຖືກຈັດສົ່ງ ໂດຍຜ່ານທາງ ຂົວມິຕະພາບ ດ້ວຍລົດບັດ ແລະລົດຂົນສົ່ງ ທີ່ທາງການໄທຍ ຈັດຕຣຽມ ຫ້າງຫາໄວ້ ປະມານ ໑໐໐ ຄັນ.

ເດັກນ້ອຍມົ້ງ ທີ່ເປັນພວກ ຄົນເຂົ້າເມືອງ ຜິດກົດໝາຍ (ພາບ : Flickr)

ເດັກນ້ອຍມົ້ງ ທີ່ເປັນພວກ ຄົນເຂົ້າເມືອງ ຜິດກົດໝາຍ (ພາບ : Flickr)

ນອກຈາກນີ້ ໃນຈຳນວນ ຊາວມົ້ງ  ໔ ໐໐໐ ຄົນທີ່ທາງການໄທຍ ຈະຈັດ ສົ່ງກັບລາວ ນີ້ ຍັງຮວມເອົາ ຊາວມົ້ງ ຈຳນວນ ໑໕໘ ຄົນ ທີ່ໄດ້ຮັບ ສະຖາ-ນະພາບ ເປັນອົພຍົບ ຖືກຮັບຮູ້ ຈາກທາງ ອົງການ ຂ້າຫຼວງໃຫ່ຽ ເພື່ອຊາວອົພຍົບ ແຫ່ງອົງການ ສຫະປະຊາຊາດ ແລ້ວ ແລະບາງ ກະແສຂ່າວກໍວ່າ ຍັງຮວມເອົາ ກຸ່ມ ທີ່ໄດ້ອົພຍົບຫຼົບໜີ ເຂົ້າມາໄທຍ ຕັ້ງແຕ່ເມື່ອ ໓໐ ກວ່າປີກ່ອນ ນັ້ນກໍຄື ຕັ້ງແຕ່ສມັຍ ທີ່ລາວ ປ່ຽນຣະບອບ ອັນໄດ້ເຮັດໃຫ້ ຊາວລາວຫຼາຍແສນ ຄົນ ອົພຍົບຫຼົບໜີນັ້ນ ນຳອີກດ້ວຍ. ຊື່ງເປັນທີ່ ໜ້າສັງເກດໄດ້ວ່າ ໃນໄລຍະຫຼັງໆ ມານີ້ ກໍມີຫຼາຍ ກະແສສຽງ ໄດ້ທັກທ້ວງແລະຄັດຄ້ານ ນະໂຍບາຍຂອງ ທາງການໄທຍ ກ່ຽວກັບກໍຣະນີ ຊາວມົ້ງດັ່ງກ່າວ.

ເມື່ອວັນພະຫັດ ທີ່ຜ່ານມາ ທ່ານ ອັງໂຕນີໂອ ກຸຕແຕ່ແຣດສ໌ ປະທານ ອົງການ ຂ້າຫຼວງໃຫ່ຽ ເພື່ອຊາວອົພຍົບ ໄດ້ຮຽກຮ້ອງ ຢ່າງເປັນທາງການ ຂໍໃຫ້ທາງການໄທຍ ຍົກເລີກນະໂຍບາຍ ສົ່ງກັບແບບຮວມໆ ຊາວມົ້ງ ດັ່ງກ່າວ. ສ່ວນ ຄນະຜູ່ແທນສະພາສູງ ອາເມຣິກັນ ກໍໄດ້ສົ່ງສານໄປຍັງ ທ່ານ ອະພິສິດ ເວດຊາຊີວະ ນາຍົກໄທຍ ເພື່ອແຈ້ງບອກ ເຖີງຄວາມ ວິຕົກກັງວົນ ຕໍ່ຊາຕາຊີວິດ ຂອງຊາວມົ້ງ ໂດຍໄດ້ປະຈານນຳພ້ອມວ່າ ການ ຄັດເລືອກ ຫຼືຈັດໄຈ້ແຍກ ຊາວມົ້ງວ່າ ໃຜ໋ເປັນອົພຍົບການເມືອງ ໃຜ໋ເປັນອົພຍົບເສຖະກິດ ນັ້ນ ບໍ່ໂປ່ງໃສບໍ່ແຈ້ງຂາວເລີຍ.

ຊາວມົ້ງ ຫ້ວຍນ້ຳຂາວ ໄຫວ້ວອນຂໍຮ້ອງ ທາງການໄທຍ ບໍ່ໃຫ້ສົ່ງຄືນລາວ (ພາບ : Flickr)

ຊາວມົ້ງ ຫ້ວຍນ້ຳຂາວ ໄຫວ້ວອນຂໍຮ້ອງ ທາງການໄທຍ ບໍ່ໃຫ້ສົ່ງຄືນລາວ (ພາບ : Flickr)

ດ້ານທ່ານ ສຸໃນ ຜາສຸກ ຊ່ຽວຊານກໍຣະນີປະເທດໄທຍ ປະຈຳອົງການ ສາກົນວ່າດ້ວຍ ສິດທິມະນຸດ Human Rights Watch ກໍຍັງໄດ້ກ່າວ ດ້ວຍຄວາມສລົດໃຈວ່າ ທາງອົງການ Human Rights Watch ແມ່ນມີຄວາມວິຕົກກັງວົນທີ່ ໃນວິທີການ ຈັດສົ່ງຂອງທາງການໄທຍ ເພາະມັນບໍ່ແຈ້ງຂາວ ແລະກໍທັງບໍ່ຕ້ອງ ຕາມຫຼັກການ ສາກົນເລີຍ. ທ່ານ ສຸໃນ ຜາສຸກ ຍັງໄດ້ອອກຄວາມເຫັນອີກວ່າ ການກະທຳຂອງໄທຍ ຄັ້ງນີ້ ໄທຍອາດສົ່ງ ພວກທີ່ ສົມຄວນຈະໄດ້ຮັບ ການປົກປ້ອງ ກໍອາດ ເປັນໄດ້. ເວົ້າອີກແບບໜື່ງ ຄື້ອາດ ເປັນການ "ສົ່ງເນື້ອ ເຂົ້າປາກເສືອ" ກໍອາດເປັນໄດ້ ນັ້ນເອງ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU