ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຄົນລາວ ທີ່ຍັງຄ້າງຢູ່ໄທຍ ຕັ້ງແຕ່ ໑໙໗໕

ວິຕົກກັງວົນ ໃນສະຖານະພາບຕົນ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/12/2009 13:23 TU

ທ່ານ ກຸ ແສງພັຍວັນ ປະທານກຸ່ມຄົນລາວ ບໍ່ມີສັນຊາດ ໃນເຂດ ອຸບົນ ປະເທດໄທຍ<br />(ພາບ : ຊົງຣິດ ໂພນເງີນ)

ທ່ານ ກຸ ແສງພັຍວັນ ປະທານກຸ່ມຄົນລາວ ບໍ່ມີສັນຊາດ ໃນເຂດ ອຸບົນ ປະເທດໄທຍ
(ພາບ : ຊົງຣິດ ໂພນເງີນ)

ປີ ໑໙໗໕ ເມື່ອໄດ້ມີການປ່ຽນ ຣະບອບການປົກຄອງ ຈາກພະຣາຊ ອານາຈັກລາວ ມາສະຖາປະນາເປັນ ສາທາຣະນະຣັຖ ປະຊາທິ-ປະໄຕ ປະຊາຊົນລາວ ວິຖີຊີວິດ ຂອງຄົນລາວ ນັບຫຼາຍແສນ ໄດ້ຫັນປ່ຽນ. ເກືອບທຸກຄົວເຮືອນ ມີຫົວໜ້າຄອບຄົວ ຫຼືສະມາຊິກ ຄອບຄົວ ຖືກຈັບໄປ ສຳມະນາ ຫືຼບໍ່ໂຕນຂ້າມຟາກໄທຍ. ໓໐ ກວ່າປີຜ່ານມາ ກໍຍັງມີຄົນລາວ ທີ່ບໍ່ມີໂອກາດຫຼື ບໍ່ຕ້ອງການ ໄປປະເທດທີສາມ ເຫຼືອຄ້າງຢູ່ໄທຍ ຫຼາຍ ພັນຄົນ ພວກເຂົາເຈົ້າ ໄດ້ອອກມາສະແດງການ ຮ້ອງທຸກ ຂໍຄວາມເຫັນໃຈ ຂໍຄວາມ ສະດວກ ໃນການເດີນທາງ ສັນຈອນໄປມາ ພາຍໃນ ປະເທດໄທຍ ໂດຍສະເພາະ ເພື່ອການຊອກຫາ ວຽກເຮັດງານທຳ ຮວມໄປເຖີງ ການປິ່ນປົວ.

ເມື່ອປີ ໑໙໗໕ ເມື່ອໄດ້ມີການປ່ຽນ ຣະບອບການປົກຄອງ ນັ້ນໃນທັນທີ ພຣະເຈົ້າມະຫາຊີວິດ ສຣີສວ່າງວັທນາ ພຣະອັກຄະມະເຫສີ ພ້ອມ ອົງມົງກຸດ ຣາຊກຸມມານ ເຈົ້າຟ້າຊາຍ ແລະເຊື້ອພຣະວົງ ຫຼາຍອົງ ຮວມໄປເຖີງ ບັນດາ ຂ້າຣາຊການ ທະຫານຕຳຣວຈ ຮວມທັງໝົດ ຫຼາຍສີບພັນ ຄົນຖືກຈັບໄປ ສຳມະນາ ຊື່ງບາງຜ່ອງ ທີ່ຍັງໂຊກດີ ກໍໄດ້ກັບສູ່ຄອບຄົວ ແຕ່ສ່ວນໜື່ງ ແມ່ນໂຊກຮ້າຍສຸດ ຊາຕາຂາດ ຢູ່ໃນສູນສຳມະນາ.
ນອກຈາກນີ້ ນັບແຕ່ປີ ໑໙໗໕ ປະຊາຊົນລາວ ປະມານ ໑໐ % ຍັງໄດ້ພາກັນ ໂດດໂຕນໂຍນໜີ ຂ້າມນ້ຳຂອງ ເປັນອົພຍົບ ລີ້ພັຍການເມືອງ ຢູ່ປະເທດໄທຍ. ຊື່ງສ່ວນມາກແລ້ວ ກໍໄດ້ຖືກຮັບ ໄປດຳຣົງຊີວິດ ໃນປະເທດທີສາມ ແຈກກະຈັກກະຈາຍ ໄປເກືອບທົ່ວມູມໂລກ. ຫາກແຕ່ວ່າ ກໍຍັງເຫຼືອອີກ ຈຳນວນໜື່ງ ທີ່ຍັງເຫື້ອຄ້າງ ໄຊ້ຊີວິດ ສ້າງຄອບສ້າງຄົວ ຢູ່ໃນປະເທດໄທຍ ຫາກແຕ່ ກໍກາຍເປັນຄົນຕ່າງຊາດ ບໍ່ມີສັນຊາດ ອັນຖືກຕ້ອງ ຊື່ງປັດຈຸບັນ ຄຳນວນໄດ້ວ່າ ມີປະມານ ໘ ໐໐໐ ກວ່າຄົນ.

ໃນວາຣະ ທີ່ທາງການໄທຍ ຕຣຽມພ້ອມ ຈະສົ່ງຊາວມົ້ງ ຢູ່ຫ້ວຍນ້ຳຂາວ ກັບຄືນປະເທດລາວ ໃຫ້ໝົດກ້ຽງ ຕາມທີ່ໄດ້ຕົກກັນ ແບບສອງຝ່າຍ ກັບທາງການລາວນີ້ ພວກຄົນລາວ ບໍ່ມີສັນຊາດ ກຸ່ມນີ້ໄດ້ອອກມາ ສະແດງການ ຮ້ອງທຸກ ຂໍຄວາມເຫັນໃຈ ກັບທາງການໄທຍ ດ້ວຍການ ຂໍຄວາມສະດວກ ໃນການເດີນທາງ ສັນຈອນໄປມາ ພາຍໃນປະເທດໄທຍ ໂດຍສະເພາະ ເພື່ອການຊອກຫາ ວຽກເຮັດງານທຳ ຮວມໄປເຖີງ ການປິ່ນປົວພະຍາດ.
ຊົງຣິດ ໂພນເງີນ ຜູ່ສື່ຂ່າວຂອງພວກເຮົາ ທີ່ປະເທດໄທຍ ໄດ້ມີໂອກາດ ພົບພໍ້ສຳພາດ ພວກເຂົາເຈົ້າ.

ຊື່ງທ່ານສາມາດກລິກຟັງ ຢູ່ລຸ່ມນີ້ໄດ້

ສາຣະຄະດີ : ລາວ ບໍ່ມີສັນຊາດ ທີ່ຄ້າງຢູ່ໄທຍ ວິຕົກກັງວົນ (5'38)

27/12/2009


ທ່ານ ກຸ ແສງພັຍວັນ ແລະຄອບຄົວ ເມື່ອຕອນ ໄປຮ່ວມ ການຊຸມນຸມຕ້ານ ໂຄງການສ້າງເຄື່ອນ ຢູ່ບ້ານກຸ່ມ ເມື່ອວັນທີ ໑໔ ຜ່ານມານີ້ (ພາບ : ຊົງຣິດ ໂພນເງີນ)

ທ່ານ ກຸ ແສງພັຍວັນ ແລະຄອບຄົວ ເມື່ອຕອນ ໄປຮ່ວມ ການຊຸມນຸມຕ້ານ ໂຄງການສ້າງເຄື່ອນ ຢູ່ບ້ານກຸ່ມ ເມື່ອວັນທີ ໑໔ ຜ່ານມານີ້ (ພາບ : ຊົງຣິດ ໂພນເງີນ)



 

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU