ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາ ອົພຍົບ ລາວ-ມົ້ງ ບ້ານຫ້ວຍນໍ້າຂາວ

ໄທຍເລີ້ມຈັດສົ່ງ ຊຸດສຸດທ້າຍ ກັບ ສປປ ລາວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/12/2009 14:47 TU

ອົພຍົບລາວເຜົ່າມົ້ງຊຸດສຸດທ້າຍ ຖືກນຳສົ່ງກັບ ສປປ ລາວ ໂດຍທາງຣົດຍົນຂົນສົ່ງ ຂອງທາງ
ການໄທຍ (ພາບ: Reuters)

ອົພຍົບລາວເຜົ່າມົ້ງຊຸດສຸດທ້າຍ ຖືກນຳສົ່ງກັບ ສປປ ລາວ ໂດຍທາງຣົດຍົນຂົນສົ່ງ ຂອງທາງ ການໄທຍ (ພາບ: Reuters)

ເລີ້ມແລ້ວ ປະຕິບັດການຂອງທາງການໄທຍ ຈັດສົ່ງຊາວອົພຍົບລາວເຜົ່າມົ້ງ
ທີ່ສູນບ້ານຫ້ວຍນໍ້ຂາວ ກັບຄືນ ສປປ ລາວ ເປັນຊຸດສຸດທ້າຍ 4400 ຄົນ ໂດຍ
ຣັຖບານໄທຍໄດ້ຈັດສົ່ງກຳລັງທະຫານແລະ ຕຳຣວດໄປຄວບຄຸມປະຕິບັດການ
ດັ່ງກ່າວ

ລາຍງານຂ່າວແຈ້ງວ່າ ປະຕິບັດການດຳເນີນໄປດ້ວຍດີ ໂດຍບໍ່ມີເຫດການຮ້າຍແຮງໃດໆ
ເກີດຂຶ້ນ

ສຫຣ ອະເມຣິກາ ທີ່ປະຕິເສດບໍ່ຮັບເອົາຊາວມົ້ງໄປຕັ້ງຫລັກແຫລ່ງໃໝ່ ກໍໄດ້ຂໍຮ້ອງເມື່ອ
ວານນີ້ໃຫ້ ທາງການໄທຍຍົກເລີກການຈັດສົ່ງ ແຕ່ຝ່າຍໄທຍກໍບໍ່ຟັງສຽງ

ໃນທຳນອງຄ້າຍຄືກັນ ອົງການຂ້າຫລວງໃຫຍ່ສະຫະປະຊາຊາດ ກໍໄດ້ຂໍຮ້ອງໃຫ້ທາງການ
ໄທຍ ພິຈາຣະນາບາງກໍຣະນີທີ່ອາດເປັນອົພຍົບການເມືອງ ແຕ່ກໍບໍ່ໄດ້ຜົນຄືກັນ

ທາງ ສຫພຢຸໂຣບ ກໍຕົກຕະລຶງ ອອກມາສະແດງຄວາມຫ່ວງໃຍ ເຫັນວ່າເປັນການຂັດຕໍ່
ສົນທິສັນຍາສາກົນກ່ຽວກັບອົພຍົບການເມືອງ

ນອກຈາກນີ້ ສຫພ ຢຸໂຣບ ຍັງອອກຖແລງການຮຽກຮ້ອງໃຫ້ທາງການໄທຍ ພິຈາຣະນາ
ຄືນໃໝ່ກໍຣະນີ 158 ຊາວມົ້ງລາວ ທີ່ສູນໜອງຄາຍ ທີ່ອົງການຂ້າຫລວງໃຫຍ່ສະຫະປະ
ຊາຊາດເພື່ອຊາວອົພຍົບ ໄດ້ຮັບຮູ້ຖານະລີ້ໄພການເມືອງໃຫ້ແລ້ວ

ທາງດ້ານນາຍົກ ຣມຕ ໄທຍ ທ່ານອະພິສິດ ເວຊຊາຊີວະ ໄດ້ກ່າວໃນມື້ນີ້ວ່າ ຖ້າຕ່າງປະ
ເທດຈະຮັບເອົາຊາວອົພຍົບລາວເຜົ່າມົ້ງ ໄປຕັ້ງຫລັກແຫລ່ງໃໝ່ ກໍສາມາດໄປຕິດຕໍ່
ແລະຕົກລົງກັບຣັຖບານລາວເອົາເອງ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU