ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາຜູ້ຂໍລີ້ໄພ ລາວເຜົ່າມົ້ງ

ທາງການໄທຍ ເສັດສິ້ນການສົ່ງ ກັບຄືນ ປະເທດລາວແລ້ວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 29/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 29/12/2009 12:36 TU

ຊາວລາວເຜົ່າມົ້ງ ທີ່ຖືກສົ່ງກັບຄືບປະເທດລາວ ຈາກສູນບ້ານຫ້ວຍນໍ້າຂາວ ປະເທດໄທຍ ໄດ້ເດີນ
ທາງເຖິງສູນພັກຊົ່ວຄາວ ທີ່ແຂວງບໍລິຄຳໄຊ (ພາບ: Reuters)

ຊາວລາວເຜົ່າມົ້ງ ທີ່ຖືກສົ່ງກັບຄືບປະເທດລາວ ຈາກສູນບ້ານຫ້ວຍນໍ້າຂາວ ປະເທດໄທຍ ໄດ້ເດີນ ທາງເຖິງສູນພັກຊົ່ວຄາວ ທີ່ແຂວງບໍລິຄຳໄຊ (ພາບ: Reuters)

ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ ບໍ່ມີຊາວລາວເຜົ່າມົ້ງ ທີ່ຂໍຮັບຖານະຜູ້ລີ້ໄພການເມືອງ
ທີ່ສູນອົພຍົບບ້ານຫ້ວຍນໍ້າຂາວ ອຳເພີເຂົາຄໍ້ ຈັງຫວັດເພັຊບູນ ໃນພາກເໜືອ
ຕອນລຸ່ມ ຂອງປະເທດໄທຍ ຕໍ່ໄປອີກແລ້ວ

"ການສົ່ງກັບຄືນປະເທດລາວ ໄດ້ເສັດສິ້ນລົງຢ່າງສົມບູນແລ້ວ ບໍ່ມີປັນຫາໃດໆທັງໝົດ"
ນາຍົກ ຣມຕ ໄທຍ ທ່ານອະພິສິດ ເວຊຊາຊີວະ ໄດ້ກ່າວຕໍ່ຜູ້ສື່ຂ່າວໃນມື້ນີ້ (ອັງຄານ 29
ທັນວາ 2009)

"ພວກເຮົາໄດ້ຕ້ອນຮັບຊາວລາວເຜົ່າມົ້ງທຸກຄົນ" ໂຄສົກກະຊວງການຕ່າງປະເທດ
ລາວ ທ່ານເຄນທອງ ນວນທະສິງ ໄດ້ກ່າວຢືນຢັນ

ກ່ອນໜ້ານີ້ ທະຫານໄທຍຈຳນວນ 5000 ຄົນ ບັນດາເຈົ້າໜ້າທີ່ໄທຍອື່ນໆ ຕະຫລອດ
ຮອດບັນດາອາສາສະໝັກ ໄດ້ເຂົ້າໄປໃນສູນບ້ານຫ້ວຍນໍ້າຂາວ ເພື່ອຈັດການນຳເອົາ
ຊາວລາວເຜົ່າມົ້ງຈຳນວນ 4371 ຄົນ ຂຶ້ນຣົດຍົນບັນທຸກ ເດີນທາງກັບຄືນປະເທດລາວ

ຣັຖບານບາງກອກຖືວ່າຊາວລາວເຜົ່າມົ້ງເຫລົ່ານີ້ ເປັນພວກເຂົ້າເມືອງຜິດກົດໝາຍ
ເພື່ອຈຸດປະສົງທາງເສຖກິດ ຈຶ່ງບໍ່ອະນຸຍາດໃຫ້ອົງການຂ້າຫລວງໃຫຍ່ສະຫະປະຊາ
ຊາດເພື່ອຊາວອົພຍົບ (HCR) ເຂົ້າໄປສັມພາດແລະພິຈາຣະນາມອບຖານະອົພຍົບໃຫ້
ຫລື ບໍ່ໃຫ້

ບໍ່ສະເພາະແຕ່ຈັດສົ່ງຜູ້ຂໍລີ້ໄພການເມືອງລາວເຜົ່າມົ້ງ 4371 ຄົນເທົ່ານັ້ນ ແຕ່ທາງ
ການໄທຍ ຍັງໄດ້ຈັດສົ່ງຊາງລາວເຜົ່າມົ້ງ 150 ຄົນ ຈາກສູນໜອງຄາຍ ທີ່ໄດ້ຮັບຖາ
ນະອົພຍົບການເມືອງແລ້ວ ຈາກເຈົ້າໜ້າທີ່ HCR ທີ່ໄດ້ກ່າວຫາວ່າຣັຖບານໄທຍລະ
ເມີດສົນທິສັນຍາສາກົນ

ຫລາຍຄົນໃນຈຳນວນນີ້ ຢ້ານກົວວ່າ ຈະຖືກປະຕິບັດບໍ່ດີເມື່ອເດີນທາງກັບເຖິງລາວ ແຕ່
ເຈົ້າໜ້າທີ່ລາວ ກໍໃຫ້ຫລັກປະກັນວ່າ ພວກເຂົາເຈົ້າມີຄວາມປອດໄພ

"ບໍ່ຄວນລືມວ່າ ກ່ອນການເດີນທາງກັບລາວຂອງຊາວລາວເຜົ່າມົ້ງຊຸດຫລ້າສຸດແລະ
ສຸດທ້າຍນີ້ ໄດ້ມີຊາວລາວເຜົ່າມົ້ງຈາກສູນບ້ານຫ້ວຍນໍ້າຂາວ ເດີນທາງກັບປະເທດ
ລາວກ່ອນແລ້ວ 3173 ຄົນ ຈົນຮອດດຽວນີ້ບໍ່ມີໃຜຖືກຄຸມຂັງ ຫລືຖືກຂ້າ ບໍ່ວ່າຈະໂດຍວິ
ທີໃດກໍຕາມ" ທ່ານນາຍພົນບົວສ້ຽງ ຈຳປາພັນ ປະທານຄນະອະນຸກັມມະການຊາຍແດນ
ລາວ-ໄທຍ ໄດ້ກ່າວຕໍ່ຜູ້ສື່ຂ່າວໜັງສືພິມພາສາອັງກິດ "Vientiane Times" ຂອງ
ຣັຖບານລາວ

ຢ່າງໃດກໍຕາມ ເຈົ້າໜ້າທີ່ອົງການປ້ອງກັນສິດທິມະນຸດ "Amnesty International"
ກໍໄດ້ອອກຖແລງການໃນມື້ນີ້ ສະແດງຄວາມຫ່ວງໃຍກ່ຽວກັບປັນຫາອຸປກອນແລະພາ
ຫານະທາງດ້ານມະນຸສຍະທັມ ສຳລັບໃຫ້ການຕ້ອນຮັບຊາວລາວເຜົ່າມົ້ງ ທີ່ເດີນທາງ
ກັບຄືນປະເທດລາວ

ສະຖານທູດອະເມຣິກັນທີ່ນະຄອນວຽງຈັນ ແຈ້ງວ່າທາງການລາວໄດ້ໃຫ້ຫລັກປະກັນວ່າ
ຊາວລາວເຜົ່າມົ້ງ ທີ່ກັບຄືນປະເທດລາວຄັ້ງນີ້ ຈະມີທີ່ພັກແລະອາຫານພຽງພໍກັບ
ຄວາມຕ້ອງການ ຕະຫລອດເຖິງການຊ່ວຍເຫລືອສຳລັບເດີນທາງກັບພູມລຳເນົາເດີມ
ອີກ

"ແຕ່ພວກເຮົາກໍໄດ້ຊຸກຍູ້ສົ່ງເສີມໃຫ້ຣັຖບານລາວ ໄດ້ແຈ້ງຂ່າວຄາວຂອງຊາວລາວ
ເຜົ່າມົ້ງເຫລົ່ານີ້ ໃຫ້ປະຊາຄົມນາໆຊາດຮູ້ນຳ ກ່ຽວກັບຊີວິດຄວາມເປັນຢູ່ແລະການຕັ້ງ
ຖິ່ນຖານໃໝ່ຂອງພວກເຂົາເຈົ້າ" ທ່ານ Shannon Dorsey ໂຄສົກສະຖານທູດໄດ້
ກ່າວ

ທາງດ້ານຣັຖບານລາວ ກໍໄດ້ໃຫ້ຫລັກປະກັນວ່າ ຊາວລາວເຜົ່າມົ້ງທີ່ກັບຄືນປະເທດ
ລາວຄັ້ງຫລັງສຸດນີ້ ຈະຂໍຮ້ອງເດີນທາງກັບຄືນບ້ານເດີມ ຫລືຈະຂໍໄປຕັ້ງຫລັກແຫລ່ງ
ໃນໝູ່ບ້ານພັທນາ ທີ່ທາງການຈັດສັນໃຫ້ ກໍໄດ້ ຫລື ຈະຂໍເດີນທາງໄປຕ່າງປະເທດ
ກໍໄດ້ ຖາຫາກຕອບສນອງເງື່ອນໄຂທີ່ວາງອອກໄດ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU