ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາລາວເຜົ່າມົ້ງ ທີ່ກັບຈາກສູນ ໃນປະເທດໄທຍ

ລາວວ່າ ບໍ່ມີຫຍັງ ຕ້ອງເປັນຫ່ວງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/12/2009 12:58 TU

ຊາວລາວເຜົ່າມົ້ງກັບຈາກສູນບ້ານຫ້ວຍນໍ້າຂາວ ເຂົ້າພັກອາໃສຊົ່ວຄາວທີ່ສູນຕ້ອນຮັບແຂວງ
ບໍຣິຄຳໄຊ (ພາບ: Reuters)

ຊາວລາວເຜົ່າມົ້ງກັບຈາກສູນບ້ານຫ້ວຍນໍ້າຂາວ ເຂົ້າພັກອາໃສຊົ່ວຄາວທີ່ສູນຕ້ອນຮັບແຂວງ ບໍຣິຄຳໄຊ (ພາບ: Reuters)

ທາງການ ສປປ ລາວ ອອກມາໃຫ້ຫລັກປະກັນໃນມື້ນີ້ (ພຸດ 30 ທັນວາ
2009) ວ່າ ສຳລັບຊາວ ລາວເຜົ່າມົ້ງ 4371 ຄົນ ທີ່ເດີນທາງກັບຄືນປະເທດ
ລາວ ຈາກສູນບ້ານຫ້ວຍນໍ້າຂາວ ເມື່ອວັນຈັນທີ່ ແລ້ວນັ້ນ ບໍ່ມີຫຍັງຕ້ອງເປັນ
ຫ່ວງແລະວິຕົກກັງວົນຕໍ່ອະນາຄົດຂອງພວກເຂົາເຈົ້າ ໃນຂະນະທີ່ທາງການ
ໄທຍກໍໃຫ້ການຢືນຢັນຄັກແນ່ວ່າຊາງລາວເຜົ່າມົ້ງທີ່ກັບບ້ານທຸກຄົນ ຈະໄດ້ຮັບ
ການປະຕິບັດຢ່າງດີ

"ພວກເຂົາເຈົ້າ (ຊາວມົ້ງ) ບໍ່ມີຫຍັງຕ້ອງຢ້ານກົວ" ທ່ານເຄນທອງ ນວນທະສິງ ໂຄສົກ
ກະຊວງການຕ່າງປະເທດລາວ ໄດ້ກ່າວໃຫ້ຫລັກປະກັນ ເປັນການຕອບໄປໃນຕົວຕໍ່ອົງ
ການຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອຊາວອົພຍົບ (HCR) ທີ່ຮຽກຮ້ອງຂໍເຂົ້າໄປ
ຢ້ຽມຢາມຊາວລາວເຜົ່າມົ້ງ ທີ່ຖືກສົ່ງກັບຄືນປະ ເທດລາວ

"ພວກເຂົາເຈົ້າເປັນຄົນລາວ ທີ່ກັບຄືນບ້ານເກີດເມືອງນອນ" ທ່ານເຄນທອງ ໄດ້ກ່າວ
ເພີ້ມ

ອີກປະການໜຶ່ງ ທ່ານກະສິດ ພິຣົມ ຣມຕ ຕ່າງປະເທດໄທຍ ກໍໄດ້ອອກມາກ່າວ ພະຍາ
ຍາມໃຫ້ຫລັກປະກັນແດ່ປະຊາຄົມນາໆຊາດວ່າ ຊາວລາວເຜົ່າມົ້ງຈະໄດ້ຮັບການປະຕິບັດ
ຢ່າງດີຈາກທາງການລາວ

"ປະເທດລາວ ໄດ້ໃຫ້ຄຳໝັ້ນສັນຍາກັບໄທຍວ່າ ຈະປະຕິບັດຢ່າງດີທີ່ສຸດຕໍ່ພວກເຂົາເຈົ້າ
ຈະບໍ່ມີການຄຸມຂັງ ພວກເຂົາຈະໄດ້ຮັບໜັງສືເດີນທາງ (Passport) ແລະ ຈະສາມາດພົບ
ປະກັບຄະນະຕົວແທນຈາກປະເທດທີສາມໄດ້ ທີ່ອາດຈະຮັບເອົາພວກເຂົາເຈົ້າໄປຕັ້ງຫລັກ
ແຫລ່ງໃໝ່" ຣມຕ ຕ່າງປະເທດ ໄທຍ ໄດ້ກ່າວ

"ພວກເຮົາເຊື່ອໝັ້ນວ່າ ໃນພາກປະຕິບັດຕົວຈິງ ປະເທດລາວກໍຈະເຮັດຕາມຄຳໝັ້ນສັນ
ຍາ"ທ່ານກະສິດ ພິຣົມ ໄດ້ກ່າວມ້ວນທ້າຍ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU