ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່

ທົ່ວໂລກເພີ້ມ ມາຕຣາການ ຄວາມປອດໄພ ເຂັ້ມງວດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 31/12/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 31/12/2009 14:33 TU

ການຈູດດອກໄມ້ໄຟສົ່ງທ້າຍປີເກົ່າ 2009 ຕ້ອນຮັບປີໃໝ່ 2010 ທີ່ບໍຣິເວນຂົວຂ້າມອ່າວ ນະຄອນ
ຊິດນີ ປະເທດອອສເຕຣເລັຽ (ພາບ: Reuters)

ການຈູດດອກໄມ້ໄຟສົ່ງທ້າຍປີເກົ່າ 2009 ຕ້ອນຮັບປີໃໝ່ 2010 ທີ່ບໍຣິເວນຂົວຂ້າມອ່າວ ນະຄອນ ຊິດນີ ປະເທດອອສເຕຣເລັຽ (ພາບ: Reuters)

ທົ່ວໂລກພາກັນສເລີມສລອງການສົ່ງທ້າຍປີເກົ່າ 2009 ແລະ ຕ້ອນຮັບປີໃໝ່
2010 ດ້ວຍຄວາມຣະມັດຣະວັງ ທັງນີ້ຫລັງຈາກທີ່ເກີດການພຍາຍາມກໍ່ການ
ຮ້າຍເທີງເຮືອບິນໂດຍສານຂອງສາຍການບິນອະເມຣິກັນ Delta Airlines
ແລະ ການນາບຂູ່ວ່າຈະປະຕິບັດການກໍ່ການຮ້າຍຂນານໃຫຍ່ທີ່ ເກາະບາຫລີ
ປະເທດອິນໂດນີເຊັຽ

ໂລກເລີ້ມຕົ້ນການອຳລາວັນທີ 31 ທັນວາ 2009 ແລະ ກ້າວເຂົ້າສູ່ວັນທີ 1 ມັງກອນ
2010 ທີ່ທະວີບ Oceania...ປະເທດທີ່ເລີ້ມຕົ້ນກ່ອນໝູ່ທັງໝົດກໍແມ່ນປະເທດ
"ຕູວາລູ" (Tuvalu) ຊຶ່ງເປັນເກາະໂປລີເນເຊັຽນ້ອຍໆໃນມະຫາສມຸດແປຊີຟິກຕອນ
ໃຕ້

ຫລັງຈາກນັ້ນບັນດາຫົວເມືອງນ້ອຍໃຫຍ່ໃນທົ່ວໂລກ ຕັ້ງແຕ່ "ເວລລິງຕັນ"
(Wellington) ນະຄອນຫລວງຂອງປະເທດນິວຊີແລນດ໌ ໄປຈົນເຖິງ "ແວນຄູເວີ"
(Vancouver) ປະເທດແຄນາດາ ກໍສເລີມສລອງຕິດຕາມກັນມາ

ປະຊາຊົນຂອງບັນດາຫົວເມືອງນ້ອຍໃຫຍ່ໃນທົ່ວໂລກເຫລົ່ານີ້ ມີຈຳນວນຫລາຍສິບລ້ານ
ຫລາຍຮ້ອຍລ້ານ ທີ່ຈະພາກັນສເລີມສລອງຕາມຖນົນຫົນທາງແລະສຖານທີ່ສາທາຣະ
ນະຕ່າງໆ ເພື່ອເປັນການສັ່ງລາປີ 2009 ທີ່ເຕັມໄປດ້ວຍຄວາມຮຸນແຮງການກໍ່ການ
ຣ້າຍ ແລະ ວິກິຕການທາງເສຖກິດແລະການເງີນ

ທີ່ປະເທດອິນໂດນີເຊັຽ ສຖານເອກອັຄຣັຖທູດອະເມຣິກັນທີ່ກຸງຢາກາຕາ ໄດ້ຮັບແຈ້ງ
ຈາກຜູ້ວ່າການເກາະບາຫລີວ່າ ອາດມີການກໍ່ການຮ້າຍຂນານໃຫຍ່ເກີດຂຶ້ນໃນເກາະ
ຊຶ່ງເຄີຍຮັບເຄາະເປັນເປົ້າໝາຍຂອງການກໍ່ການຮ້າຍຂນານໃຫຍ່ມາແລ້ວຫລາຍຄັ້ງ
ໂດຍສະເພາະການກໍ່ການຮ້າຍເມື່ອປີ 2002 ທີ່ເຮັດໃຫ້ມີຜູ້ເສັຽຊີວິດເຖິງ 202 ຄົນ
ໃນນັ້ນເປັນຊາວອອສເຕຣລຍນເຖິງ 88 ຄົນ

ທີ່ນະຄອນຊິດເນ ປະເທດອອສເຕຣເລັຽ ຄາດຄະເນກັນວ່າມີຜູ້ຄົນຢ່າງນ້ອຍ 1.5 ລ້ານ
ຄົນ ອອກມາສເລີມສລອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທີ່ທ່າເຮືອເພື່ອເບີ່ງການຍິງ
ດອກໄມ້ໄຟຈາກຂົວທີ່ມີຊື່ສຽງລືລັ່ນໄປທົ່ວໂລກ ທີ່ຊື່ວ່າ "Sydney Harbour Bridge"

ຣມຕ ຮັບຜິດຊອບກິຈການຕຳຣວດ ທ່ານໄມເຄິລ ດາເລ (Muchael Daley) ໄດ້ອອກ
ມາຮຽກຮ້ອງ ໃຫ້ຊາວອອສເຕຣເລັຽ ຈົ່ງພາກັນຣະມັດຣະວັງໃນການດື່ມເຫລົ້າ

ທີ່ນະຄອນຫລວງປາຣີສ ປະເທດຝຣັ່ງເສດ ນອກຈາກມີການສເລີມສລອງສົ່ງທ້າຍປີ
ເກົ່າແລະຕ້ອນຮັບປີໃໝ່ແລ້ວ ກໍຍັງມີການສເລີມສລອງຄົບຮອບ 120 ປີຂອງຫໍໄອເຟລ
ນຳດ້ວຍ ທີ່ຈະເຮືອງຮຸ່ງໄປດ້ວຍດອກໄມ້ໄຟ ແສງສີ ແລະ ສຽງດົນຕຣີຢ່າງຟົດຟື້ນ ມີ
ຄົນມາຮ່ວມຢ່າງນ້ອຍທີ່ສຸດ 1 ລ້ານຄົນ ຕາມການຄາດຄະເນ

ທີ່ກຸງເບີລີນ ປະເທດເຍີຣະມັນ ຄາດຄະເນກັນວ່າຢ່າງນ້ອຍ 1 ລ້ານຄົນພາກັນອອກຈາກ
ບ້ານ ມາສເລີມສລອງທີ່ປະຕູ "Branderbourg" ສັນຍາລັກແຫ່ງການຮວມປະເທດ
ເປັນອັນໜຶ່ງອັນດຽວ ໃນໃຈກາງຂອງນະຄອນຫລວງ

ສ່ວນທີ່ກຸງລອນດອນ ຊາວນະຄອນຫລວງຂອງອັງກິດກໍພາກັນສເລີມສລອງທີ່ "London
eye" ລໍ້ວົງວຽນຂນາດໃຫຍ່ຮິມແມ່ນໍ້າ Thames ແລະ ສາຍຕາຈັບຈ້ອງໄປທີ່ຫໍໂມງ
ໃຫຍ່ "Big Ben"

ທີ່ກຸງນິວຢອຣ໌ກ ມີການວາງມາຕຣາການຮັກສາຄວາມປອດໄພເຂັ້ມງວດທີ່ສຸດ ເພື່ອຊາວ
ອະເມຣິກັນ ທີ່ຈະອອກນອກບ້ານ ມານັບຖອຍຫລັງກ່ອນເຖິງທ່ຽງຄືນຂອງວັນທີ 31 ທັນວາ
2009 ນີ້ ຕາມສຖານທີ່ສາທາຣະນະຕ່າງໆ ໂດຍສເພາະທີ່ຄຸ້ມ Broadway ມີການຫ້າມ
ນຳເປ້ພາຍຫລັງແລະເຫລົ້າເຂົ້າໄປ

ນອກຈາກນີ້ ກໍຍັງມີເຈົ້າໜ້າທີ່ຕຳຣວດນອກເຄື່ອງແບບທີ່ອອກປະຕິບັດງານຈຳນວນມາກ
ມີກ້ອງວີດີໂອສອດສ່ອງການເຄື່ອນໄຫວ ຕະຫລອດເຄື່ອງມືຈັບວັດຖຸລະເບີດລະບົບຊີວະ
ພາບແລະເຣດີໂອແອ໊ກຕີບ

ທັງໝົດນີ້ ເພາະເຈົ້າໜ້າທີ່ກຳແພງນະຄອນຖືວ່າກຸງນິວຢອຣ໌ກ ຄືເປົ້າໝານອັນດັບທີໜຶ່ງ
ຂອງພວກກໍ່ການຮ້າຍໃນ ສຫຣ ອະເມຣິກາ

ທີ່ ສປປ ລາວ ເຈົ້າໜ້າທີ່ຕຳຣວດຈະຣາຈອນແລະດັບເພີງ ໄດ້ອອກເຄື່ອນໄຫວຂົນຂວາຍ
ຂນານໃຫຍ່ ທີ່ນະຄອນວຽງຈັນຕັ້ງແຕ່ມື້ວານນີ້ ໂດຍປ່າວປະກາດຮຽກຮ້ອງໃຫ້ປະຊາຊົນຜູ້
ໃຊ້ຣົດມໍເຕີໄຊ ໂດຍສເພາະໃນນະຄອນວຽງຈັນ ໃຫ້ມີຄວາມຣະມັດຣະວັງເປັນພິເສດເນື່ອງ
ໃນໂອກາດສລອງສົ່ງທ້າຍປີເກົ່າແລະ ຕ້ອນຮັບປີໃໝ່ນີ້

ມີການແຈກປື້ມຄູ່ມືກົດການຈະຣາຈອນໃຫ້ນຳດ້ວຍ ທັງນີ້ເພື່ອຫລີກເວັ້ນອຸບັດຕິເຫດທ້ອງ
ຖນົນ ທີ່ມີສະຖິຕິສູງ ໂດຍສເພາະໃນຊ່ວງສເລີມສລອງປີໃໝ່

ທີ່ປະເທດໄທຍ ເຈົ້າໜ້າທີ່ກໍໄດ້ອອກປະກາດຫ້າມການຈູດໝາກກະໂພກຢ່າງເດັດຂາດ
ທັງນີ້ເພື່ອຫລີກເວັ້ນອຸບັດຕິເຫດໄຟໄໝ້ ດັ່ງທີ່ເຄີຍເກີດຂຶ້ນມາແລ້ວໃນດິສໂກເທັກແຫ່ງໜຶ່ງ
ໃນນະຄອນຫລວງບາງກອກ ໃນການສລອງປີໃໝ່ເມື່ອຄືນວັນທີ 31 ທັນວາ ປີກາຍນີ້ ເຮັດໃຫ້ມີຜູ້ເສັຽຊີວິດເຖິງ 65 ຄົນ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU