ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ ແລະ ອາຊຽນ

ຍົກເລີກກຳແພງພາສີ ເກືອບທັງໝົດ ແຕ່ມື້ນີ້ເປັນຕົ້ນໄປ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/01/2010 14:07 TU

ເຂດການຄ້າເສຣີ ສປ ຈີນ ແລະ ກຸ່ມປະເທດອາຊຽນ ເຂົ້າສູ່ເຂດມີຜົນບັງຄັບໃຊ້ຕັ້ງແຕ່ມື້ນີ້
ວັນທີ 1 ມັງກອນ 2010 ເປັນຕົ້ນໄປ (ພາບຈາກ Google)

ເຂດການຄ້າເສຣີ ສປ ຈີນ ແລະ ກຸ່ມປະເທດອາຊຽນ ເຂົ້າສູ່ເຂດມີຜົນບັງຄັບໃຊ້ຕັ້ງແຕ່ມື້ນີ້ ວັນທີ 1 ມັງກອນ 2010 ເປັນຕົ້ນໄປ (ພາບຈາກ Google)

ຂໍ້ຕົກລົງການຄ້າເສຣີ ຍົກເລີກກຳແພງພາສີ ລະຫວ່າງ ສປ ຈີນ ແລະ 6 ປະ
ເທດສະມາຊິກອາຊຽນ (ບຣູເນ, ອິນໂດນີເຊັຽ, ມາເລເຊັຽ, ຟີລິບປິນ, ສິງຄະ
ໂປ ແລະ ໄທຍ) ເລີ້ມເຂົ້າສູ່ເຂດມີຜົນບັງຄັບໃຊ້ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ (ວັນທີ
1 ມັງກອນ 2010) ເປັນການຍົກເລີກກຳແພງພາສີສຳລັບສິນຄ້າ ແລະ ການ
ບໍຣິການ ທີ່ຄອບຄຸມເຖິງ 90% ຂອງການແລກປ່ຽນທັງໝົດລະຫວ່າງສອງຝ່າຍ

ບັນດາຊ່ຽວຊານເຊື່ອວ່າ ການທີ່ ສປ ຈີນ ແລະ 6 ປະເທດສະມາຊິກອາຊຽນ ໄດ້ກາຍ
ມາເປັນເຂດການຄ້າເສຣີທີ່ໃຫຍ່ເປັນອັນດັບທີສາມຂອງໂລກ ຕາມບໍຣິມາດການແລກ
ປ່ຽນ ຄືແນວນີ້ແລ້ວ ຈະເປັນປັດໃຈເຮັດໃຫ້ແດນມັງກອນ ສາມາດທົດແທນການຕົກ
ຕໍ່າຂອງການສົ່ງອອກຂອງຕົນໄປຍັງຢຸໂຣບ ແລະ ອະເມຣິກາໄດ້

ນອກຈາກນີ້ ກໍຍັງຈະເປັນປັດໃຈເຮັດໃຫ້ໂສມໜ້າຂອງການແລກປ່ຽນຄ້າຂາຍແລະອຸດສາ
ຫະກັມໃນຂົງເຂດນຳດ້ວຍ ທີ່ມີພື້ນທີ່ກວ້າງໃຫຍ່ເຖິງ 13 ລ້ານກິໂລແມັດມົນທົນ ແລະມີ
ພົລເມືອງທັງໝົດປະມານ 2000 ລ້ານຄົນ

ຂໍ້ຕົກລົງການຄ້າເສຣີລະຫວ່າງ ສປ ຈີນ ແລະ ອາຊຽນ ດັ່ງກ່າວ ຈະເຂົ້າເຂດມີຜົນບັງ
ຄັບໃຊ້ຄອບຄຸມໄປເຖິງອີກ 4 ປະເທດສະມາຊິກອາຊຽນທີ່ເຫລືອ (ລາວ, ວຽດນາມ,
ກຳພູເຈັຽ ແລະ ມຽນມາ) ກໍຕໍ່ເມື່ອເຖິງວັນທີ 1 ມັງກອນ ປີ 2015 ເປັນຕົ້ນໄປ

ນັ້ນກໍຄື 4 ປະເທດສະມາຊິກໃໝ່ອາຊຽນດັ່ງກ່າວ ທີ່ຖືວ່າຍັງຢູ່ໃນຣະດັບທີ່ຍາກຈົນກວ່າປະ
ເທດສະມາຊິກອື່ນໆ ໄດ້ຮັບສິດພິເສດຍົກເວັ້ນເປັນເວລາເຖິງຫ້າປີ ກ່ອນທີ່ຈະກ້າວເຂົ້າໄປ
ຢູ່ໃນເຂດແລກປ່ຽນເສຣີຢ່າງເຕັມຮູບແບບ ໃນເວລານັ້ນການແຂ່ງຂັນຈະເພີ້ມຄວາມເຂັ້ມ
ຂຸ້ນຫລາຍຂຶ້ນ

ບັນດາຊ່ຽວຊານຄາດຄະເນອີກວ່າ ຕັ້ງແຕ່ປີ 2010 ນີ້ເປັນຕົ້ນໄປ ການແລກປ່ຽນລະ
ຫວ່າງ ສປ ຈີນ ແລະ 6 ປະເທດສະມາຊິກອາຊຽນ ຈະເພີ້ມຂຶ້ນເປັນສອງເທົ່າຕົວ ເມື່ອ
ປຽບທຽບກັບປີ 2005 ເວົ້າເປັນຕົວເລກກໍຄື ຈະເພີ້ມຈາກ 100 ຕື້ໂດລາ ໄປເປັນ 200 ຕື້
ໂດລາ ສິນຄ້າປະເພດວັດຖຸດິບ ແລະສິນຄ້າຣາຄາຖືກຂອງຈີນ ຈະຫລັ່ງໄຫລເຂົ້າເຕັມ
ຕລາດຂອງຂົງເຂດເອເຊັຽຕະວັນອອກສຽງໃຕ້

ກ່ອນໜ້ານີ້ ສິນຄ້າຈາກແດນມັງກອນຖືກເກັບພາສີຂາເຂົ້າໃນຣະດັບ 5% ໃນກຸ່ມປະເທດ
ອາຊຽນ ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປແມ່ນຈະມີການເຄື່ອນໄຫວຢ່າງເສຣີ ຈະບໍ່ມີການເກັບ
ພາສີສິນຄ້າຂາເຂົ້າອີກຕໍໄປ ຍົກເວັ້ນສິນຄ້າປະເພດແຜ່ນແພ ແລະ ເຄື່ອງອີເລັກໂຕຣນິກ
ທີ່ຍັງຖືວ່າເປັນສິນຄ້າປະເພດລະອຽດອ່ອນ ກຸ່ມປະເທດອາຊຽນຍັງສງວນສິດເກັບພາສີ
ສິນຄ້າປະເພດນີ້ຢູ່ ຍັງບໍ່ພ້ອມທີ່ຈະປ່ອຍໃຫ້ເຂົ້າສູ່ເຂດແຂ່ງຂັນເສຣີ

ໃນທາງກັບກັນ ບັນດາກຸ່ມປະເທດອາຊຽນກໍຈະສາມາດເພີ້ມການສົ່ງອອກໄປຍັງ ສປ ຈີນ
ສິນຄ້າປະເພດເຂົ້າ ໝາກໄມ້ ຢາງພາຣາ ນໍ້າມັນຕົ້ນປາຣ໌ມ ແລະ ແກ໊ສທັມມະຊາດ

ແຕ່ຢ່າງໃດກໍຕາມ ຂໍ້ຕົກລົງແລກປ່ຽນເສຣີ ຈີນ-ອາຊຽນ ກໍຍັງສ້າງຄວາມວິຕົກກັງວົນຄືກັນ
ທັງນີ້ໂດຍມີຄວາມຫວັ່ນເກງວ່າຈະບໍ່ເປັນການແລກປ່ຽນທີ່ສົມດຸນ ອັນເນື່ອງມາຈາກ
"ນໍ້າໜັກ" ຂອງເມືອງມັງກອນ, ການທີ່ເງີນຫຍວນຂອງຈີນອ່ອນຕົວເກີນຄວາມເປັນຈິງ
ແລະ ບໍຣິສັດຂອງຈີນກໍໄດ້ຮັບເງິນອຸດໜຸນຈາກຣັດ

ປະເທດທີ່ແຂງແຮງທາງເສຖກິດຢ່າງມາເລເຊັຽ ອາດສາມາດສ້າງຄວາມສົມດຸນກັບ
ຈີນໄດ້ ແຕ່ວຽດນາມ ຊຶ່ງເປັນປະເທດນຳໃຊ້ລະບົບພາສີມູນຄ່າເພີ້ມຕໍ່າ ອາດເປັນຝ່າຍ
ເສັຽປຽບ ຕາມທັສນະຂອງບາງຊ່ຽວຊານ

ແຕ່ຊ່ຽວຊານບາງທ່ານກໍເບີ່ງວ່າ ການທີ່ບັນດາປະເທດອາຊຽນສາມາດເພີ້ມປຣິມານ
ການສົ່ງອອກສິນຄ້າທາງດ້ານການກະເສດຂອງຕົນ ໄປຍັງ ສປ ຈີນ ນັ້ນ ຈະເຮັດໃຫ້ກະ
ເສຕກອນຈີນຕາມແນວຊາຍແດນ ທີ່ຕິດກັບກຸ່ມປະເທດອະດີດອິນໂດຈີນ (ມົນທົນຢຸນ
ນານແລະກວາງສີ) ຕົກເປັນຝ່າຍເສັຽປຽບໄດ້ຄືກັນ

ທີ່ຣາຊອານາຈັກກັມພູເຈັຽ ຣັຖບານເບີ່ງເຫັນວ່າຂໍ້ຕົກລົງການຄ້າເສຣີ ຈີນ-ອາຊຽນ ຈະ
ເປີດໂອກາດໃຫ້ຕົນສາມາດ ສົ່ງສິນຄ້າປະເພດກະເສດອອກໄດ້ຫລາຍຂຶ້ນ ທົດແທນ
ການສົ່ງອອກໄປຍັງຢຸໂຣບແລະ ສຫຣ ອະເມຣິກາ ທີ່ຕົກຕໍ່າລົງ

ແຕ່ທີ່ອິນໂດນີເຊັຽ ນັກອຸດສາຫະກັມບາງທ່ານໄດ້ອອກມາສແດງຄວາມວິຕົກກັງວົນວ່າ
ກິຈການຂອງຕົນຈະເຖິງຈຸດອາວະສານ ຍ້ອນການເຂົ້າສູ່ເຂດມີຜົນບັງຄັບໃຊ້ຂອງຂໍ້ຕົກ
ລົງແລກປ່ຽນເສຣີ ຈີນ-ອາຊຽນ ເຈົ້າໜ້າທີ່ຣະກັບສູງຂອງອາຊຽນເອງ ກໍບໍ່ໄດ້ປະຕິເສດ

"ບາງຄັ້ງບາງຄາວພວກເຮົາກໍເປັນຝ່າຍເສັຽປຽບ ແຕ່ໃນຣະຍະຍາວກໍຈະແມ່ນທັງຈີນ
ແລະອາຊຽນ ຈະເປັນຜູ້ໄດ້ຮັບຜົນປໂຍດນຳກັນ" ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດ
ຊອບກິຈການເສຖກິດ ທ່ານ Pushpanathan Sundram ໄດ້ກ່າວຕໍ່ບັນດາຜູ້ສື່ຂ່າວ
ເມື່ອບໍ່ນານມານີ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU