ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໄຂ້ຫວັດ H1N1

ຝຣັ່ງຂາຍຢາ vaccin

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 04/01/2010 12:49 TU

ນາງພະຍາບານ ກຳລັງຕຣຽມ ຢາ vaccin ປ້ອງກັນ ເຊື້ອໂຣກໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ທີ່ໂຮງໝໍ ແຫ່ງໜື່ງ ທີ່ປະເທດ ອາລ໌ເຊຣີ (ພາບ : Reuters)

ນາງພະຍາບານ ກຳລັງຕຣຽມ ຢາ vaccin ປ້ອງກັນ ເຊື້ອໂຣກໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ທີ່ໂຮງໝໍ ແຫ່ງໜື່ງ ທີ່ປະເທດ ອາລ໌ເຊຣີ (ພາບ : Reuters)

ປະເທດຝຣັ່ງ ເລີ່ມນຳຢາ vaccin ປ້ອງກັນ ໄຂ້ຫວັດ H1N1 ຂາຍອອກນອກປະເທດ ພາກສ່ວນໜື່ງ ເພື່ອເປັນການ ຜ່ອນເບົາ ງົບປະມານ ທີ່ໄດ້ໄຊ້ອອກໄປ ເຖີງ ໘໖໙ ລ້ານ ເອີ່ໂຣ ໃນຈຳນວນ ຂນາດໄຊ້ຈຳກັດ (dose) ໙໔ ລ້ານ ຂນາດໄຊ້ຈຳກັດ. ທັງນີ້ແມ່ນ ເມື່ອໄດ້ປະຈັກເຫັນວ່າ ຂນາດໄຊ້ຈຳກັດ ຄັ້ງດຽວ ກໍພຽງພໍແລ້ວ ໃນການປ້ອງກັນ ການຕິດແປດ ເຊື້ອໂຣກໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ດັ່ງກ່າວ.

ເມື່ອມາຮອດ ລະຫວ່າງທ້າຍເດືອນ ພືສຈິກາຜ່ານມາ ນັ້ນ ທາງການ ສາທາຣະນະສຸກ ກໍໄດ້ປະຈັກເຫັນວ່າ ຊາວຝຣັ່ງສ່ວນໃຫ່ຽ ໄດ້ຮັບການ ສັກຢາ ປ້ອງກັນພຽງ ຂນາດໄຊ້ຈຳກັດ ຄັ້ງດຽວ ກໍພຽງພໍແລ້ວ ໃນການ ປ້ອງກັນ ການຕິດແປດ ເຊື້ອໂຣກໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ດັ່ງກ່າວ ເພື່ອເປັນການ ຜ່ອນເບົາ ງົບປະມານ ທີ່ໄດ້ໄຊ້ອອກໄປ ເຖີງ ໘໖໙ ລ້ານ ເອີ່ໂຣ ນັ້ນທາງການຝຣັ່ງ ຈື່ງໄດ້ຕັດສີນໃຈ ນຳຢາ vaccin ປ້ອງກັນ ໄຂ້ຫວັດ H1N1 ຂາຍຕໍ່ ອອກນອກປະເທດ ພາກສ່ວນໜື່ງ. ນີ້ແມ່ນການຢືນຢັນ ຂອງໂຄສົກ ກະຊວງ ສາທາຣະນະສຸກ ຝຣັ່ງເອງ.
ທາງກະຊວງ ສາທາຣະນະສຸກ ຝຣັ່ງ ຍັງໄດ້ຊີ້ແຈງອີກວ່າ ມີປະເທດ "ກາຕ້າກ" ທີ່ໄດ້ຊື້ໄປແລ້ວ ໓໐໐ ໐໐໐ ຫຼອດຂນາດໄຊ້ຈຳກັດ ແລະ ປັດຈຸບັນ ກໍມີ ປະເທດ "ອີ່ຢິບ" ທີ່ຢູ່ໃນໄລຍະ ເຈຣະຈາຊື້ຂາຍ ໒ ລ້ານ ຫຼອດ.

ທົບທວນໃຫ້ຊາບວ່າ ອັນເນື່ອງມາຈາກ ການຄາຄເນ ຂອງອົງການ ອານາມັຍໂລກ OMS ເມື່ອໄລຍະ ຣະດູຮ້ອນຜ່ານມາວ່າ ເຊື້ອໂຣກໄຂ້ ຫວັດໃຫ່ຽ ສາຍພັນໃໝ່ H1N1 ຈະຣະບາດຢ່າງ ຂນານໃຫ່ຽ ໃນທົ່ວ-ໂລກ ເລີ່ມແຕ່ທ້າຍເດືອນ ຕຸລາໂລດນັ້ນ ທາງປະເທດຝຣັ່ງ ຈື່ງໄດ້ສັ່ງຊື້ vaccin ຢາສັກປ້ອງກັນ ເຖີງ ໙໔ ລ້ານ ຂນາດໄຊ້ຈຳກັດ (dose) ໃນວົງເງີນ ໘໖໙ ລ້ານ ເອີ່ໂຣ ໂດຍຄຳນວນໃສ່ວ່າ ຜູ່ຕ້ອງການ ຄວາມປ້ອງກັນ ພະຍາດ ຕ້ອງສັກຢາ ປ້ອງກັນດັ່ງກ່າວ ໒ ຫຼອດ ຂນາດໄຊ້ຈຳກັດ.
ນັບຕັ້ງແຕ່ ການຣົນນະຣົງ ການສັກຢາປ້ອງກັນ ເຊື້ອໂຣກໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ເມື່ອວັນທີ ໒໑ ຕຸລາ ຜ່ານມາ ມີຊາວຝຣັ່ງ ໄດ້ສັກຢາ vaccin ດັ່ງກ່າວ ພຽງແຕ່ ໕ ລ້ານຄົນເທົ່ານັ້ນ.

ເປັນທີ່ ປະຈັກເຫັນວ່າ ບໍ່ມີແຕ່ປະເທດຝຣັ່ງເທົ່ານັ້ນ ທີ່ກຳລັງຊອກຂາຍ ຢາ vaccin ດັ່ງກ່າວ ຫຼາຍປະເທດ ໃນເຂດເອີ່ຣົບ ກຳລັງຊອກຂາຍ ແລະກຳລັງ ຈະກາຍເປັນ ການຂາຍເລຫັຼງຢູ່ ລອມລໍ່. ທັງນີ້ກໍເພາະວ່າ ມີການແຂ່ງຂັນ ຍາດລູກຄ້າກັນ.
ຕົວຢ່າງກໍແມ່ນ ປະເທດຝຣັ່ງກັບ ປະເທດເຍັຽຣະມັນ ຊື່ງກຳລັງ ເຈຣະຈາ ຂາຍ ໃຫ້ກັບປະເທດ ແມ໊ກຊິກ ແລະ ອູຍແກຣ໊ນ ໃນຂນະທີ່ ປະເທດ ໂຮນລັງເດີ ກໍໄດ້ປະກາດຈ່າວ ຂາຍຢາ vaccin ປ້ອງກັນ ເຊື້ອໂຣກ ໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ຈຳນວນ ໑໙ ລ້ານຫຼອດ ເໝືອນກັນ.

ຢ່າງໃດ໋ກໍດີ ກໍເປັນໜ້າສັງເກດເຫັນວ່າ ກ່ອນໜ້ານັ້ນ ທາງປະເທດຝຣັ່ງ ກໍໄດ້ມອບບໍຣິຈາກລ້າໆ ຢາ vaccin ຈຳນວນ ໙ ລ້ານຫຼອດດັ່ງກ່າວໃຫ້ ເປັນກອງກາງ ແກ່ອົງການ ອານາມັຍໂລກ ຕາມນະໂຍບາຍຮ່ວມ ທີ່ມີ ຫຼາຍປະເທດຮັ່ງມີປະກອບສ່ວນນຳ. ເປັນທີ່ຊາບກັນດີວ່າ ບັນດາປະເທດ ສຫະຣັຖອາເມຣິກາ ອົສຕຣາລີ ເບຣ່ຊີນລ໌ ອີຕາລີ ນີວເຊແລນ ນອກເວຊ໌ ຊູຍອີດສ໌ ຝຣັ່ງ ອັງກິດ ໄດ້ຕົກລົງຮ່ວມກັນວ່າ ຈະບໍຣິຈາກ ຢາ vaccin ປ້ອງກັນ ເຊື້ອໂຣກໄຂ້ຫວັດໃຫ່ຽ ສາຍພັນໃໝ່ H1N1 ຂອງຕົນ ໑໐ % ແກ່ອົງການ ອານາມັຍໂລກ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU