ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເຫດການ ໃນໂລກ ໃນປີ 2009

ສີ່ງ ທີ່ສຳຄັນ ທີ່ ເກີດຂື້ນ ໃນໂລກ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 08/01/2010 07:48 TU

ທ່ານ ບ່າຣັກ ໂອບ່າມ່າ    ຮ / ຣຕ

ທ່ານ ບ່າຣັກ ໂອບ່າມ່າ ຮ / ຣຕ

ໃນ ປີ 2009 ຜ່ານມາ ແມ່ນ ມີ ເຫດ ການສຳຄັນ ທີ່ ຄວນຫັນມາ ທົບທວນ ດ້ວຍກັນ ຊື່ງ ແຕ່ ລະເຫດການ ແມ່ນ ພາໃຫ້ ທົ່ວໂລກ ຈັບຕາເບີ່ງ ວ່າ ການ ຕໍເນື່ອງ ແລະ ຜົນສະທ້ອນຂອງມັນ ຈະ ດຳເນີນໄປ ໃນທຳນອງໃດກັນ

 ສະຫະຣັດ ອະເມຣິກາ / ໂອບ່າມ່າ / ຮັບສັຕຍະບັນ :

ບ່າຣັກ ໂອບ່າມ່າ  ອາຍຸ 47 ປີ ໄດ້ກາຍ ເປັນ  ປະທານາທິບໍດີ ຄົນຜິວດຳ ຄົນທຳອິດ ຂອງສະຫະຣັດ ອະເມຣິກາ ແລະພ້ອມໆ ກັນນີ້ ທ່ານ ກໍແມ່ນຈະໄດ້ຜເຊີນໜ້າ ກັບ ສົງຄາມ 2 ແຫ່ງ ຄື ອີຣັກ ແລະ ອັຟການີສຖານ ແລະ ອີກບັນຫາ ນື່ງ ກໍ ແມ່ນ ວິກິຕການ ເສຖກິດ ໃນໂລກ ສີ່ງ ທີ່ທ່ານໄດ້ຕັດສີນໃຈ ກ່ອນອື່ນ
ກໍ ແມ່ນ ການ ປິດຄຸກ ກວນຕານາໂມ່ ອັນ ທີ່ ທ່ານ ໄດ້ໃຫ້ ຄໍາ ໝັ້ນສັນຍາເພາະເປັນທີ່ ບົ່ງເຖີງ ການໃຊ້ອຳນາດ ເກີນຂອບ
ເຂດ ຂອງ ການ ບໍຣິຫານ ໃນ ຍຸກ ທ່ານ ບຸສ ອະດິດ ປະທານາ ທິບໍດີ ຄົນກ່ອນ ໂອ່ບ່າມ່າ ເປັນຜູ່ນຳ ທີ່ ໃຫ້ຄວາມຫວັງ ອັນສຳ
ຄັນ ທີ່ສຸດ ແລະ ຈາກ ວິທີການ ດ້ານການທູດ ຂອງ ທ່ານນັ້ນ
ເອງ ຈື່ງ ມີ ຜົນສະທ້ອນໃຫ້ທ່ານໄດ້ ຮັບ ລາງວັນ ໂນແບລ ສາຂາສັນຕິພາບ ໃນເດືອນ ທັນວາ 2009
      

ປາເເລສຕີ່ນ / ອິສຣາແອລ / ກ່າຊ່າ :
  

ແຜ່ນທີ່ເຂດ ກ່າຊ່າ ໃນປະເທດ ອິສຣາ
ແອລ                    ຮ /ຣຕ

 










 

 

ການປະຕິບັດງານຢ່າງເຂັ້ມແຂງ ຂອງ ອິສຣາແອລ ເພື່ອຖລົ່ມ ກ່າຊ່າ ພາຍໃນລະຍະ 22 ມື້ ມີຜົນໃຫ້ ປະມານ 1 400 ຄົນ ເສັຍ ຊີວິດ ສ່ວນຫລາຍ ແມ່ນ ພົລເຮືອນ . ຈຸດປະສົງ ກໍແມ່ນ ການ ປະ ຕິ ບັດງານນັ້ນ ໄດ້ຖືກເລີ່ມແຕ່ ວັນທີ່ 27 ທັນວາ 2008 ອັນເປັນ ວິທີການ ຖລົ່ມຢ່າງຕໍ່ເນື່ອງ ໂດຍ ມີຈຸດປະສົງ ຕ້ອງການ ຢຸດການ ຍິງ ລູກ ສອນໄຟ ໄປຈາກ ເຂດ ປາແລສຕີນ ຊື່ງແມ່ນ ຂບວນ ການອິສລາມ ຮ່າມາສ ກວດກາຢູ່        

ປະເທດ ກຳພູຊາ / ຂເມນແດງ :

ດຸ໊ກ ອະດິດຫົວໜ້າຂເມນແດງ ທີ່ ສານພິເສດ ອັນເລີ່ມດຳເນີນຄະດີ ມາຕັ້ງແຕ່ເດືອນ
ກຸມພາ 2009         ຮ/ຟລິກ

ດຸ໊ກ ອະດິດຫົວໜ້າຂເມນແດງ ທີ່ ສານພິເສດ ອັນເລີ່ມດຳເນີນຄະດີ ມາຕັ້ງແຕ່ເດືອນ ກຸມພາ 2009 ຮ/ຟລິກ



ມີການ ດຳເນີນຟ້ອງຄະດີ ຈາກສານ ພິເສດສາກົນ ໃສ່ ອະດິດ ຜູ່ນຳຂເມນແດງ ເເກ໊ງ ເກ໊ກອ່ຽວ ທີ່ເອີ້ນກັນ ວ່າ ດຸ໊ກ ຜູ່ຊື່ງ ຖືກຕີລາຄາ ວ່າເປັນຜູ່ສ້າງ ອາຊຍາກັມ ຕໍ່ຊາດມະນຸສ ໃນ
ຄາວ ທີ່ ດຸ໊ກ ເຄີຍເປັນ ຫົວໜ້າ ຮັບຜິດຊອບ ຄຸກ ຕ໊ວນຊະເລງ ອັນເຄີຍເປັນແຫລ່ງ ທີ່ ໄດ້ມີ ຄົນ 15 000 ຄົນ ໄດ້ຖືກ ທໍລະມານ ຢ່າງໂຫດຫ້ຽມ ແລະ ປ່າເຖື່ອນ ກ່ອນ ທີ່ ເຂົາເຈົ້າ

ສານ ພິເສດສາກົນ ທີ່ດຳເນີນການຟ້ອງຮ້ອງ ໃສ່ອະດິດຫົວໜ້າຂເມນແດງ     ຮ/ຟລິກ

ສານ ພິເສດສາກົນ ທີ່ດຳເນີນການຟ້ອງຮ້ອງ ໃສ່ອະດິດຫົວໜ້າຂເມນແດງ ຮ/ຟລິກ


ຖືກປະຫານຊີວິດໄປ ໃນລະຫວ່າງ ປີ 1975 ຫາ 1979 ສ່ວນອີກ 3 ຄົນ ຄື ນວນເຈັຍ ອ່ຽງ ເສຣີ ແລະ ຂຽວສຳພັນ ນັ້ນ ແມ່ນຈະຖືກ ດຳເນີນຄະດີ ໃນຂັ້ນຕໍ່ໄປ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU