ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການລົງທຶນ ຕ່າງປະເທດ ໃນ ສປປ ລາວ

ວຽດນາມ ຈະລົງທຶນ ໃນໂຄງການ ກວ່າພັນລ້ານໂດລາ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/01/2010 12:13 TU

ທ່ານເຄນທອງ ນວນທະສິງ ໂຄສົກກະຊວງການຕ່າງປະເທດຂອງ ສປປ ລາວ (ພາບ: flickr.com)

ທ່ານເຄນທອງ ນວນທະສິງ ໂຄສົກກະຊວງການຕ່າງປະເທດຂອງ ສປປ ລາວ (ພາບ: flickr.com)

ບໍລິສັດວຽດນາມ "Long Thanh Golf Trading and Investment Co." ໄດ້ເລີ້ມຕົ້ນໂຄງການ ລົງທຶນຂນາດມະຫຶມາໃນລາວແລ້ວຕັ້ງແຕ່ວັນອາທິດ ທີ 4 ມັງກອນ 2010

ເປັນໂຄງການມູນຄ່າກວ່າ 1000 ລ້ານໂດລາ ສ້າງສນາມກອລຟ໌ ໂຮງແຮມລະດັບ 5
ດາວ ທີ່ພັກອາໃສ ໂຮງຮຽນ ໂຮງພຍາບານ ແລະ ສິ່ງອຳນວຍຄວາມສດວກອື່ນໆ

ທັງໝົດເທິງພື້ນທີ່ 557 ເຮັກຕາຣ໌ ໃກ້ໆນະຄອນວຽງຈັນ ຕາມການເຜີຍຂອງສຳນັກ
ຂ່າວສານວຽດນາມ (VNA) ທີ່ຢໍ້າອີກວ່າ ໂຄງການທັງໝົດກະຈະແລ້ວເສັດໃນອີກ
12 ປີຂ້າງໜ້າ

ທ່ານເຄນທອງ ນວນທະສິງ ໂຄສົກກະຊວງການຕ່າງປະເທດຂອງລາວ ກໍໄດ້ໃຫ້
ການຢືນຢັນຂ່າວນີ້ຕໍ່ສຳນັກຂ່າວສານ AFP ວ່າ ທາງການລາວ ໄດ້ມີການລົງນາມ
ໃນບັນທຶກຄວາມເຂົ້າໃຈ "MOU" ກັນແລ້ວກັບບໍຣິສັດວຽດນາມ

ທ່ານບອກອີກວ່າ ໂຄງການນີ້ເປັນໂຄງການລົງທຶນຕ່າງປະເທດ ທີ່ໃຫຍ່ທີ່ສຸດ ຮອງ
ລົງມາຈາກໂຄງການ "ນໍ້າເທີນ-2" ມູນຄ່າ 1 450 ລ້ານໂດລາ ທີ່ລົງທຶນຮ່ວມກັນ
ລະຫວ່າງ ຝຣັ່ງ ລາວ ແລະ ໄທຍ

ວຽດນາມນຳໜ້າການລົງທຶນຕ່າງປະເທດໃນລາວ
ເມື່ອເດືອນມິຖຸນາຜ່ານມາ ກອງປະຊຸມບັນດາບໍຣິສັດວຽດນາມກວ່າ 60 ບໍຣິສັດທີ່
ລົງທຶນໃນລາວ ພາຍໃຕ້ການເປັນປະທານຂອງເອກອັຄຣັຖທູດວຽດນາມ ປະຈຳ
ລາວ ທ່ານຕາ ມິນ ໂຈວ ໄດ້ເຜີຍໃຫ້ຮູ້ວ່າ ມູນຄ່າການລົງທຶນຂອງວຽດນາມໃນ
ລາວ ໄດ້ສູງຂຶ້ນເຖິງ 1200 ລ້ານໂດລາແລ້ວ ຍັງຄົງຮັກສາອັນດັບໜຶ່ງຂອງການ
ລົງທຶນຕ່າງປະເທດໃນລາວໄວ້ເໝືອນເດີມ

ການລົງທຶນຂອງວຽດນາມ ເປັນປັດໃຈໜຶ່ງທີ່ຈະເຮັດໃຫ້ຣັຖບານລາວບັນລຸເຖິງ
ເປົ້າໝາຍຂອງຕົນ ຄືການບັນລຸເຖິງການຂຍາຍຕົວຂອງ GDP ໃນຣະດັບ 7.5%
ສຳລັບປີງົບປະມານ  2008 – 2009 ເພື່ອປັບປຸງຊີວິດຄວາມເປັນຢູ່ຂອງປະຊາ
ຊົນໃຫ້ດີຂື້ນ ແລະ ບັນລຸເຖິງເປົ້າໝາຍຫລຸດພົ້ນອອກຈາກ ຖານະປະເທດທີ່ຍາກ
ຈົນທີ່ສຸດໃນໂລກ ໃນປີ 2020

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU