ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອາເມຣິກາ-ຄວາມປອດພັຍ

ໂອບາມາ ເພີ້ມມາຕະການ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/01/2010 12:13 TU

ປະທານາທິບໍດີ ບາຣັກ ໂອບາມາReuters

ປະທານາທິບໍດີ ບາຣັກ ໂອບາມາ
Reuters

ປະທານາທິບໍດີ ບາຣັກ ໂອບາມາ ຮຽກປະຊຸມຄນະຮັບຜິບຊອບ ດ້ານສືບລາຊການລັບ ເພື່ອສອບຖາມເຖີງຄວາມກະຈ່າງແຈ້ງ ກ່ຽວກັບການກໍ່ການຮ້າຍທີ່ບໍ່ສຳເຣັດຜົນ ໃສ່ຍົນ ບໍຣິສັດ ແດ່ນຕ່າ ອາເມຣິກັນ

ຈຸດປະສົງ ແມ່ນເພື່ອແກ້ໄຂຄວາມບົກພ່ອງຕ່າງໆ ທີ່ອຳນວຍໃຫ້ ນັກກໍ່ ການຮ້າຍ ພະຍາຍາມ ລະເບີດຍົນໂດຍສານ ອາເມຣິກັນ ແລະ ເພື່ອ ເອົາມາຕະການ ຈຳເປັນສຳຫລັບຫລີກເວັ້ນ ບໍ່ໃຫ້ເຫດການດັ່ງກ່າວນີ້ ເກີດຂື້ນ ຄືນໃໝ່ອີກ.

 

ປັດຈຸບັນ ຍັງບໍ່ຮູ້ວ່າ ຈະມີການຊັບປ່ຽນໜ້າທີ່ໃໝ່ຫຼືບໍ່ ໃນວົງການສືບ ລາຊການລັບ ແລະຄວາມປອດພັຍແຫ່ງຊາດ, ແຕ່ວ່າ ບັນດາຫົວໜ້າ ສຳຄັນ ຈະຕ້ອງອະທິບາຍ ເຖີງເຫດການຢ່າງລະອຽດ ຕໍ່ ປທນທິບໍດີ ໂອບາມາ ທີ່ວ່າບໍ່ພໍໃຈ ໃນການປະຕິບັດງານ ຂອງບັນດາຫົວໜ້າ ກົມສືບລາຊການລັບນີ້ ແຕ່ຢ່າງໃດ.

 

ນັບແຕ່ ວັນທີ 25 ທັນວາ 2009 ມາ, ການເປີດເຜີຍ ເຖີງຄວາມ ຂາດຕົກ ບົກພ່ອງ ໃນການຄວບຄຸມ ຄວາມປອດພັຍ ນັບມື້ນັບຫລາຍ ຂື້ນ, ຈົນອຳນວຍຄວາມສາມາດ ໃຫ້ນັກສຶກສາໜຸ່ມ ສວຍໂອກາດ ເອົາລະເບີດ ເຊື່ອງຂື້ນຍົນໄດ້, ທັ້ງໆທີ່ວ່າ ພໍ່ ຂອງຜູ່ກ່ຽວເອງ ກໍໄດ້ ແຈ້ງຄວາມຕໍ່ ກົມສືບລາຊການລັບ ຊີໄອເອ່ ແລ້ວວ່າ ລູກຊາຍຂອງ ເຂົາ ໄດ້ເຂົ້າຮ່ວມໃນ ວົງການກໍການຮ້າຍ ອ່ານກ່າຍດ່າ.

 

ທັງໝົດນີ້ເປັນການຂາດ ຄວາມຮ່ວມມືກັນ ລະຫວ່າງ ແຕ່ລະພະແນກ ທີ່ກ່ຽວຂ້ອງ, ການກວດກາ ບັນຊີລາຍຊື່ ຜູ່ທີ່ຕ້ອງສົງສັຍ ປະມານ 5 ແສນກວ່າຄົນ ກໍບໍ່ມີປະສິດທິຜົນ, ການສິ່ງຊອມ ກໍມີ ຄວາມລະເຫລີງ ແລະຂາດຕົກບົກພ່ອງໄປຕາມໆກັນ.

 

ປທນທິບໍດີ ໂອບາມາ ຈະຕ້ອງຢູ່ໃນສາຍຕາຂອງປະຊາຊົນສະເມີວ່າ ເປັນປທນ ທິບໍດີ ທີ່ສາມາດ ປົກປ້ອງຄວາມປອດພັຍໃຫຫ້ ປະຊາຊົນ ຂອງຕົນໄດ້.  ສະນັ້ນ, ຕ້ອງມີການເຂັ້ມງວດ ໃນມາຕະການໃໝ່ ສຳຫລັບກວດກາ ແລະຄວບຄຸມ ໃນເດີນຍົນ ໃນ 14 ປະເທດ ທີ່ຖືວ່າ ຊ່ຽງຕໍ່ການເກີດມີ ການກໍ່ການຮ້າຍ ທີ່ຖືກປະກາດອອກໃຊ້ ໃນມື້ວານນີ້ ວັນຈັນ ທີ 4 ມົກະຣາ 2010 ນີ້ ເປັນຕົ້ນໄປ.

 

ມາຕະການໃໝ່ດັ່ງກ່າວນີ້ ສ້າງຄວາມໝັ້ນໃຈໃຫ້ປະຊາຊົນ ຫລາຍຂື້ນ ກວ່າເກົ່າ, ແຕ່ກໍເປັນການ ສ້າງຄວາມບໍ່ພໍໃຈໃຫ້ ສະມາຄົມປ້ອງກັນ ສິດທິມະນຸດ ທີ່ຖືວ່າເປັນການກຳຈັດ ປັດເປົ່າຊົນຊາດຊົນເຜົ່າ.

 

ອີກດ້ານນຶ່ງ, ສະຖານທູດ ອາເມຣິກາ ໃນນະຄອນຫລວງ ສ່ານ່າ ໄດ້ໄຂຄືນໃໝ່ໃນມື້ນີ້ ຫລັງຈາກໄດ້ ປິດມາ ສອງມື້, ທຳນຽບຂາວ ໄດ້ສັນລະເສີນ ລັຖະບານ ເຢເມັ່ນ ທີ່ໄດ້ເອົາມາຕະການປາບ ສາຂາ ກຸ່ມກໍ່ການຮ້າຍ ອ່ານກ່າຍດ່າ ໃນປະເທດ. ສ່ວນ ສະຖານທູດ ຝຣັ່ງ ແລະ ອັງກິດ ນັ້ນ ຍັງປິດຢູ່.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU