ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອາເມຣິກາ-ການສືບລາຊການລັບຂາດປະສິດທິຜົນ

ໂອບາມາ ຮຽກຮ້ອງໃຫ້ ປະຕິຮູບດ່ວນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/01/2010 11:52 TU

ປທນ ທິບໍດີ ໂອບາມາReuters

ປທນ ທິບໍດີ ໂອບາມາ
Reuters

10 ຫລັງຈາກ ການກໍ່ການຮ້າຍ ໃສ່ຍົນໂດຍສານ ອາເມຣິກັນ ບໍ່ ສຳເຣັດ ແລ້ວນັ້ນ, ປທນ ທິບໍດີ ໂອບາມາ ໄດ້ຕຳນິ ນ່ວຍສືບ ລາຊການລັບ ທີ່ຂາດປະສິດທິຜົນ ແລະໄດ້ຮຽກຮ້ອງໃຫ້ ທຳການ ປະຕິຮູບ ຂໍ້ຜິດພາດດ່ວນ.

ເນື່ອງຈາກ ການສືບລາຊການລັບ ແລະ ການຮັກສາຄວາມປອດພັຍ ຂອງ ອາເມຣິກາ ຂາດການປະສານງານກັນ ແລະ ມີຄວາມລະເຫລີງ ບົກພ່ອງ ໃນໜ້າທີ່ ຫລາຍດ້ານ, ຈຶ່ງອຳນວຍໃຫ້ ນັກກໍ່ການຮ້າຍ ສາມາດ ເຊື່ອງຊ້ອນລະເບີດຂື້ນຍົນ ໂດຍສານ ສາຍການບິນ ແດ່ນຕ່າ ອາເມຣິກັນ ໄດ້ ເພື່ອໝາຍທຳລາຍ ແບບຖວາຍຊີວິດ, ແຕ່ຜູ່ກ່ຽວໄດ້ ຖືກ ສະກັດກັ້ນໄວ້ກ່ອນ.

 

ທ່ານ ໂອບາມາ ໄດ້ຕຳນິວ່າ ນ່ວຍສືບລາຊການລັບ ບໍ່ຮູ້ຈັກວິທີ ວິຈັຍກະແສຂ່າວ ທີ່ກັນດານ ທີ່ມີຢູ່ໃນຄວາມຄອບຄອງ.

 

ແຕ່ເຖີງຢ່າງໃດກໍຕາມ ທ່ານໂອບາມາ ຍັງຄໍ້າປະກັນ ຢ່າງໜັກແໜ້ນ ວ່າ ຈະປິດຄຸກ ກວ່ານຕ່ານ່າໂມ ຕາມທີ່ໄດ້ຄາດໃວ້ນັ້ນຢູ່, ແຕ່ໃນ ປັດຈຸບັນນີ້, ຍັງນັກໂທດ ໃນຄຸກດັ່ງກ່າວຍັງບໍ່ທັນຖືກສົ່ງໄປ ປະເທດ ເຢເມັ່ນ ເທື່ອ, ເພາະ ປທນທິບໍດີ ໂອບາມາ ສັ່ງໃຫ້ໂຈະ ໃວ້ເສັຍ ກ່ອນ.

 

ປທນ ທິບໍດີ ໂອບາມາ ໄດ້ກ່າວວ່າ "ວັນທີ 25 ທັນວາ 2009 ແລ້ວນີ້, ພວກເຮົາ ວຸດວິດກັບ ໂສກນາຕະກັມຄັ້ງໃຫຍ່" ຊຶ່ງເປັນການ ພະຍາຍາມກໍ່ການຮ້າຍໃສ່ຍົນໂດຍສານ ອາເມຣິກັນ, ແລະໂສກນາຕະ ກັມຄັ້ງໃຫຍ່ ດັ່ງກ່າວນີ້ ໄດ້ຖືກສະກັດກັ້ນ ໂດຍພວກຄົນ ໂດຍສານ ແລະຄນະບໍຣິການຍົນນັ້ນເອງ, ແທນທີ່ຈະແມ່ນ ນ່ວຍຮັກສາ ຄວາມ ປອດພັຍ ທັ້ງໆທີ່ ນ່ວຍສືບລາຊການລັບ ອາເມຣິກັນ ໄດ້ຮັບການແຈ້ງ ຂ່າວຕັກເຕືອນ ໄວ້ກ່ອນລ່ວງໜ້າແລ້ວ ອັນເປັນໂອກາດ ຄວນກຳຈັດ ເຫດການ ກໍ່ການຮ້າຍນີ້ ບໍ່ໃຫ້ເກີດຂື້ນໄດ້.

 

ທ່ານ ກ່າວອີກວ່າ "ພວກເຮົາ ບໍ່ມີການຜິດພາດ ໃນການເກັບກຳເອົາ ຂ່າວ, ແຕ່ພວກເຮົາ ຂາດປະສິດທິຜົນ ໃນການວິຈັຍ ແລະ ຂາດຄວາມ ເຂົ້າໃຈ ໃນຂ່າວທີ່ມີຢູ່ໃນຄວາມຄອບຄອງ. ກະແສຂ່າວ ດັ່ງກ່າວ ບໍ່ໄດ້ ຖືກປະເມີນຜົນ ແບບຖືກຕ້ອງເທົ່າທີ່ຄວນ, ອັນເປັນສິ່ງທີ່ ບໍ່ສາມາດຮັບ ໄດ້ ແລະ ຂ້າພະເຈົ້າ ກໍຈະບໍ່ ຜ່ອນສັ້ນຜ່ອນຍາວ ໃນເຣື້ອງນີ້ເລີຍ".

 

ທ່ານ ໂອບາມາ ຫຍໍ້າຄວາມຢ່າງແຂງຂັນວ່າ "ຂ້າພະເຈົ້າຕ້ອງການ ໄດ້ຜົນລາຍງານ ທີ່ເສັດສີ້ນ ໃນອາທິດນີ້ ແລະຕ້ອງການເຫັນ ມາຕະ ການ ແກ້ໄຂໃໝ່ ແບບແນ່ນອນ, ແລະຕ້ອງການ ຢາກໃຫ້ ມາຕະການ ໃໝ່ນີ້ ມີຜົນບັງຄັບໃຊ້ ທັນທີ ເພື່ອບໍ່ເຫດການ ອັນບໍ່ປາຖນານີ້ ເກີດມີ ມາໃໝ່ອີກ ແລະເພື່ອເຕືອນ ຫຼືສະກັດກັ້ນ ກ່ອນຈະມີ ເຫດການກໍ່ ການຮ້າຍ ໃນຄັ້ງຕໍ່ໄປ.

 

ນັບແຕ່ ວັນທີ 25 ທັນວາ ແລ້ວນີ້ມາ, ທຸກຄົນໄດ້ລົງມືປະຕິບັດງານ ຢ່າງເຂັ້ມງວດກວດຂັນ. ວິຊ່າ ບາງສ່ວນ ໄດ້ຖືກ ປະຕິເສດ, ບັນຊີ ລາຍຊື່ ຜູ່ຕ້ອງສົງສັຍ ແລະຖືກຫ້າມບໍ່ໃຫ້ຂື້ນຍົນໄປ ອາເມຣິກາ ກໍໄດ້ ຈົດເຂົ້າຕື່ມ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU