ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປ ຈີນ ເສີມຂຍາຍ ອິດທິພົນ ໃນແອຟຣິກກາ

ຢັ໋ງ ເຈເຊີ ສາລະເວ ຢ້ຽມຢາມ 5 ປະເທດ ໃນທະວີບມືດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/01/2010 12:29 TU

ທ່ານຢັ໋ງ ເຈເຊີ (Yang Jiechi) ຣມຕ ຕ່າງປະເທດຂອງ ສປ ຈີນ ສາລະເວຢ້ຽມຢາມ 5 ປະເທດ
ໃນທະວີບແອຟຣິກກາ (ພາບ: Reuters)

ທ່ານຢັ໋ງ ເຈເຊີ (Yang Jiechi) ຣມຕ ຕ່າງປະເທດຂອງ ສປ ຈີນ ສາລະເວຢ້ຽມຢາມ 5 ປະເທດ ໃນທະວີບແອຟຣິກກາ (ພາບ: Reuters)

ທ່ານຢັ໋ງ ເຈເຊີ (Yang Jiechi) ຣມຕ ຕ່າງປະເທດຂອງ ສປ ຈີນ ສາລະ
ເວຢ້ຽມຢາມ 5 ປະເທດໃນທະວີບແອຟຣິກກາຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍເລີ້ມ
ຕົ້ນທີ່ປະເທດ ເຄນຢາ ກ່ອນທີ່ຈະສືບຕໍ່ຢ້ຽມຢາມ ໄນຈີເຣັຽ, ເຊັຽຣາເລໂອນ,
ແອລຈີເຣັຽ ແລະ ມໍຣົກໂຄ ໃນອັນດັບຕໍ່ໄປ

ເປັນການຢ້ຽມຢາມ ທີ່ແນໃສ່ການເສີມຂຍາຍການມີໜ້າຂອງ ສປ ຈີນ ໃນທະວີບມືດໃຫ້
ຫລາຍຂຶ້ນກວ່າເກົ່າ ໃນຖ້າມກາງການຈັບຈ້ອງເບີ່ງຢ່າງໃກ້ຊິດຂອງບັນດາປະເທດຕະ
ວັນຕົກ ທີ່ເບີ່ງການເສີມຂຍາຍບົດບາດຂອງຈີນໃນແອຟຣິກກາ ດ້ວຍທ່າທີຕຳນິຕິຕຽນ

ເປັນທີ່ໜ້າສັງເກດວ່າໃນຣະຍະ 20 ປີຜ່ານມານີ້ ການເດີນທາງຢ້ຽມຢາມຕ່າງປະເທດ
ຂອງ ຣມຕ ຕ່າງປະເທດຈີນໃນເດືອນມັງກອນຂອງທຸກໆປີ ຕ້ອງແມ່ນຢ້ຽມຢາມທະວີບ
ແອຟຣິກກາ ປີນີ້ກໍບໍ່ໄດ້ແຕກຕ່າງ ເປັນການສແດງໃຫ້ເຫັນວ່າ ເມືອງມັງກອນໃຫ້ຄວາມ
ສົນໃຈເປນພິເສດແກ່ທະວີບນີ້ ທີ່ອຸດົມສົມບູນໄປດ້ວຍຊັພຍາກອນທັມມະຊາດ

ໂດຍທາງການແລ້ວ ການເດີນທາງຢ້ຽມຢາມທະວີບແອຟຣິກກາຂອງ ທ່ານຢັ໋ງ ເຈເຊີ
ຄັ້ງນີ້ ແມ່ນເພື່ອເສີມຂຍາຍການພົວພັນມິຕພາບເທີງພື້ນຖານຂອງຫລັກການທີ່ວ່າຕ່າງ
ຝ່າຍຕ່າງໄດ້ຮັບຜົນປໂຍດ ແລະ ກໍເບີ່ງຄືວ່າຈີນບໍ່ໄດ້ຫົວຊາໃດໆຕໍ່ການຕຳນິຕິຕຽນຂອງ
ໂລກຕະວັນຕົກ ໂດຍສເພາະການເພີ້ມໜີ້ ສິນໃຫ້ແກ່ແອຟຣິກກາ ແລະ ການສັນບສນຸນ
ອູ່ມຊູຂອງຈີນຕໍ່ລະບອບການປົກຄອງແບບຜເດັດການໃນ ຫລາຍປະເທດຂອງທະວີບນີ້

ກ່ອນການເດີນທາງຢ້ຽມຢາມແອຟຣິກກາຂອງ ຣມຕ ຕ່າງປະເທດຈີນຄັ້ງນີ້ ນິຕຍະສານ
"Economy of China" ຂອງມະຫາວິທຍາໄລປັກກິ່ງ ກໍໄດ້ຕີພິມບົດຄວາມເປັນການ
ຕອບໂຕ້ຕໍ່ການຕຳນິນັ້ນ

ໃນສ່ວນທີ່ຖືກກ່າວຫາວ່າທຳໃຫ້ແອຟຣິກກາເປັນໜີ້ສິນເພີ້ມຂຶ້ນ "Economy of China"
ໄດ້ປະຕິເສດຢ່າງສິ້ນເຊິງ ແຕ່ໄດ້ຕອບໂຕ້ກັບຄືນໄປວ່າ ແມ່ນບັນດາກຸ່ມປະເທດຕະວັນຕົກ
ນັ້ນເອງ ທີ່ບໍ່ນັບຖືຄຳໝັ້ນສັນຍາທາງດ້ານການເງີນ (ສັນຍາໃຫ້ການຊ່ວຍເຫລືອແລະລົດ
ຜ່ອນໜີ້ສິນ) ໃນຂນະທີ່ຈີນນັ້ນ ໃຫ້ຄວາມສຳຄັນໃນການຊ່ວຍເຫລືອເພື່ອພັທນາພື້ນຖານ
ໂຄງລ່າງ (Infrastructure) ຂອງແອຟຣິກກາ

ສປ ຈີນ ໄດ້ກາຍມາເປັນປະເທດຄູ່ຄ້າອັນດັບສອງຂອງແອຟຣິກກາຕັ້ງແຕ່ປີ 2008 ເປັນ
ຕົ້ນມາ (ສຫຣ ອະເມຣິກາ ເປັນອັນດັບໜຶ່ງ) ແຕ່ນຳໜ້າປະເທດຝຣັ່ງເສດ ໂດຍມີການ
ແລກປ່ຽນເຖິງ 100 000 ລ້ານໂດລາຕໍ່ປີ

ຢ່າງໃດກໍຕາມ ສປ ຈີນ ກໍບໍ່ໄດ້ພໍໃຈທີ່ຈະຢຸດຢັ້ງຢູ່ພຽງເທົ່ານັ້ນ ແຕ່ຍັງມີແຜນທີ່ຈະເດີນ
ໜ້າຕໍ່ໄປ ດັ່ງເຫັນໄດ້ໃນການກອງປະຊຸມ "ໂຟຣອມ ຈີນ-ແອຟຣິກກາ" ທີ່ມີຂຶ້ນທີ່ເມືອງ
"Charm-el-Cheikh" ປະ ເທດອີຢິບເມື່ອປີກາຍນີ້ ທີ່ມີການປະກາດວ່າ ຈີນປ່ອຍເງິນກູ້
ໃຫ້ແອຟຣິກກາຕື່ມອີກ ຈຳນວນ 10 000 ລ້ານໂດລາ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU