ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດພະມ້າ

ນັກຂ່າວ ຖືກຕັດສີນຈຳຄຸກ ໒໐ ປີ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/01/2010 15:21 TU

ບໍ່ແມ່ນຄວາມຜາສຸກຈີງ ຖ້າປຣາສຈາກ ເສຣີພາບ 
ແລະກໍບໍ່ແມ່ນ ເສຣີພາບຈີງ ຖ້າປຣາສຈາກ ຄວາມກ້າຫານ (ພາບ : Flickr)

ບໍ່ແມ່ນຄວາມຜາສຸກຈີງ ຖ້າປຣາສຈາກ ເສຣີພາບ ແລະກໍບໍ່ແມ່ນ ເສຣີພາບຈີງ ຖ້າປຣາສຈາກ ຄວາມກ້າຫານ (ພາບ : Flickr)

ອົງການສາກົນ ປ້ອງກັນນັກຂ່າວ ຢືນຢັນວ່າ ສານຍຸດຕິທັມ ພະມ້າ ໄດ້ຕັດສີນໃສ່ໂທດ ນັກຂ່າວຖ່າຍພາບວີດີໂອ ສັດຕຣີຄົນໜື່ງ ໃຫ້ ຈຳຄຸກ ໒໐ ປີ. ອັນເປັນເຫດການ ອັນໜື່ງ ທີ່ຊີ້ໃຫ້ເຫັນ ອີກເທື່ອໃໝ່ ເຖີງການສືບຕໍ່ ປະຕິບັດການ ສ້າງຄວາມກົດດັນ ຕ່າງໆນາໆ ຂອງຣະບອບ ໃນສັງຄົມພະມ້າ ກໍຄືປະຊາຊົນພະມ້າ.

ຫະລາ ຫະລາ ຫວີນ ອາຍຸ ໒໕ ປີ ນັກຂ່າວຍີງ ເອກຣາດ ຊາວພະມ້າ ເຮັດຂ່າວປະຈຳ ໃຫ້ໂທຣະພາບ "ສຽງປະຊາທິປະໄຕ ຂອງພະມ້າ" ທີ່ມີ ທີ່ຕັ້ງຫ້ອງການຢູ່ປະເທດ "ນອກແວເຊີ". ນາງຖືກຈັບກຸມ ເມື່ອທ້ອງເດືອນ ກັນຍາ ຜ່ານມາ ພາຍຫຼັງທີ່ໄດ້ໄປ ວັດແຫ່ງໜື່ງທີ່ເມືອງ "ປັກໂກກູ່" ທາງພາກເໜືອ ຂອງປະເທດ. ເມື່ອວັນທີ ໓໑ ທັນວາ ຜ່ານມານີ້ເອງ ນາງກໍໄດ້ຖືກສານ ແຫ່ງເມືອງ "ປັກໂກກູ່" ຕັດສີນໃສ່ໂທດ ໃຫ້ຈຳຄຸກ ໒໐ ປີ ໃນຂໍ້ຫາຣະເມີດກົດໝາຍ ວ່າດ້ວຍຫັຼກການ ເຕັ໊ກນິກເອເລັ໊ກໂທຣນິກ. ແລະກ່ອນໜ້າ ຄືເມື່ອ ທ້ອງເດືອນຕຸລາ ນາງກໍໄດ້ຖືກ ຕັດສີນໃສ່ໂທດ ໃຫ້ຈຳຄຸກ ໗ ປີໃນຂໍ້ຫາ ໄຊ້ຫຼືຂີ່ຣົດຈັກ ທີ່ນຳເຂົ້າມາ ປະເທດ ຢ່າງ ຜິດກົດໝາຍ. ທັງໝົດນີ້ ແມ່ນຕາມການຊີ້ແຈງ ຂອງອົງການ ສາກົນ ນັກຂ່າວບໍ່ມີພົມແດນ ແລະສະມາຄົມນັກຂ່າວພະມ້າ ໃນມື້ນີ້.

ອົງການນັກຂ່າວ ທັງສອງອົງການ ຍັງໄດ້ສະແດງ ຄວາມເຫັນ ຄວາມຮູ້ສືກ ໃນຖແລງການວ່າ : "ພວກເຮົາ ແສນທີ່ຕົກສເງີ້ ຢ່າງ ເກີນຂນາດ ທີ່ໄດ້ຮັບຊາບ ຂ່າວການຕັດສີນຄະດີ ຂອງກໍຣະນີ ນັກຂ່າວ ຍີງ ດັ່ງກ່າວ". ໂດຍທັງສອງອົງການ ຍັງໄດ້ເພີ່ມອີກວ່າ : "ການຕັດສີນ ລົງໂທດ ໜັກເກີນເຫດ ເຖີງຊາວກວ່າປີ ຕໍ່ນັກຂ່າວຍີງ ຄັ້ງດັ່ງກ່າວ ມີຂື້ນ ທັງໆທີ່ໃຜ໋ໆກໍ ຕັ້ງຄວາມຫວັງ ຄອຍຢາກເຫັນສັນຍານ ສະແດງການ ເປີດກວ້າງ ຂອງທາງການ ທະຫານພະມ້າ ໃນປີນີ້ ຊື່ງເປັນປີກຳນົດ ຈະມີການເລືອກຕັ້ງ ປະກອບກັບ ການສະແດງຖແລງນາບຂູ່ ຂອງປະທານ ປະເທດ ພະມ້າ ເມື່ອບໍ່ນານມານີ້ ເຮັດໃຫ້ເຊື່ອວ່າ ຄວາມຫວັງ ມີນ້ອຍ ທີ່ສຸດ ທີ່ຈະໄດ້ ປະຈັກເຫັນການເລືອກຕັ້ງ ດຳເນີນໄປດ້ວຍ ເສຣີພາບ".
ທົບທວນໃຫ້ຊາບວ່າ ເມື່ອວັນຈັນຜ່ານມານີ້ ນາຍພົນ ຕັນ ສະເວ່ ໄດ້ ປະກາດ ຫາປະຊາຊົນ ຢ່າງອອກນອກໜ້າ ເໝືອນກັບ ນາບຂູ່ໄປໃນໂຕ ວ່າ ໃນການປ່ອນບັດ ເລືອກຕັ້ງນັ້ນ ຂໍໃຫ້ທຸກຄົນ ຈົ່ງເລືອກໃຫ້ດີໆ ເວົ້າອີກແບບໜື່ງ ກໍຄືຈົ່ງເລືອກ ຝ່າຍຂອງທາງການ ທະຫານ ນັ້ນເອງ.

ສ່ວນອະທິບໍດີ ຂອງໂທຣະພາບ "ສຽງປະຊາທິປະໄຕ ຂອງພະມ້າ" ທີ່ກຸງ ໂອສໂລ ກໍໄດ້ສະແດງການ ທັກທ້ວງປະທ້ວງ ການຕັດສີນຄະດີ ດັ່ງກ່າວ ຢ່າງເຄ່ງຂືມວ່າ : "ກົດໝາຍພະມ້າ ທີ່ນຳໄຊ້ ຕັດສີນຄະດີ ຂອງນາງ ຫະລາ ຫະລາ ຫວີນ ເປັນພຽງສາກບັງໜ້າ ຂອງທາງການ ທະຫານ ພະມ້າ ທີ່ຕ້ອງການລົງໂທດຕໍ່ນາງ ຖານທີ່ນາງໄດ້ ປະຕິບັດໜ້າທີ່ ນັກຂ່າວຂອງນາງເທົ່ານັ້ນ".

ເປັນທີ່ຊາບກັນດີວ່າ ທີ່ປະເທດພະມ້າ ມີນັກເຄື່ອນໄຫວ ສແວງ ປະຊາ-ທິປະໄຕ ພຣະສົງອົງຄະເຈົ້າ ນິສິດນັກສືກສາ ແລະນັກຂ່າວ ຮວມທັງໝົດ ຫຼາຍຄົນ ໄດ້ຖືກຕັດສີນລົງໂທດໜັກ ໃນຂໍ້ຫາມີບົດບາດ ໃນເຫດການ ປະທ້ວງ ຕ້ານຣັຖບານ ພະມ້າ ເມື່ອທອງປີ ໒໐໐໗ ຫຼືບໍ່ກໍໃນຂໍ້ຫາ ຈັດຕັ້ງ ແລະປະຕິບັດ ການຊ່ວຍເຫຼືອ ຜູ່ຮັບເຄາະ ຈາກລົມພາຍຸ ນາກຄີດສ໌ ເມື່ອທ້ອງເດືອນ ພືສພາ ໒໐໐໘ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກທາງການ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU