ຄົ້ນຫາຂໍ້ມູນ

/ languages

Choisir langue
 

ພະມ້າ/ສຫະປະຊາຊາດ

ສົ່ງຜູ່ຕາງໜ້າ ເບີກທາງ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/06/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/06/2009 11:58 TU

ການສລອງ ວັນຄ້າຍວັນເກີດ ຄົບ ໖໔ ປີ ຂອງຍານາງ ອອງຊັນຊູກີ ເມື່ອ ວັນທີ ໑໙ ຜ່ານມາ ທີ່ກຸງນີວແດນຫຼີ ປະເທດອີນເດັຽ ດ້ວຍ ເຂົ້າໜົມຈຳລອງ ໃນກາງຖນົນ<br />(ພາບ : Reuters)

ການສລອງ ວັນຄ້າຍວັນເກີດ ຄົບ ໖໔ ປີ ຂອງຍານາງ ອອງຊັນຊູກີ ເມື່ອ ວັນທີ ໑໙ ຜ່ານມາ ທີ່ກຸງນີວແດນຫຼີ ປະເທດອີນເດັຽ ດ້ວຍ ເຂົ້າໜົມຈຳລອງ ໃນກາງຖນົນ
(ພາບ : Reuters)

ທ່ານ ອີບຣາຮິມ ກຳບາຣີ ຜູ່ຕາງ
ໜ້າພິເສດ ຂອງສຫະປະຊາຊາດ
ຢ້ຽມຢາມ ປະເທດພະມ້າ ຢ່າງ
ເປັນທາງການອີກ ເທື່ອໜື່ງ ໃນ
ມື້ອື່ນ. ໃນຄັ້ງນີ້ ເພື່ອປູທາງ
ຕຣຽມ ການອາດຈະໄປ ຢ້ຽມ
ຢາມ ພະມ້າ ຂອງ ທ່ານ ບັນ-
ກີມູນ ເລຂາທິການເອກ ຂອງ
ສຫະປະຊາຊາດ. ເພື່ອການນີ້
ທ່ານ ອີບຣາຮິມ ກຳບາຣີ ມີ ກຳນົດ ຈະພົບພໍ້ ສົນທະນາ ກັບທັງຝ່າຍທາງການພະມ້າ ແລະ ທັງກັບຝ່າຍຄ້ານ ນຳພ້ອມ.

ຣະບອບ ທະຫານພະມ້າ ໃຫ້ການຢືນຢັນ ໃນມື້ນີ້ວ່າ ທ່ານ ອີ່ບຣາຮິມ ກຳບາຣີ ຜູ່ຕາງໜ້າພິເສດ ຂອງສຫະປະຊາຊາດ ຈະຢ້ຽມຢາມ ປະເທດ ພະມ້າ ຢ່າງເປັນທາງການ ອີກເທື່ອໜື່ງ ໃນມື້ອື່ນນີ້ ເພື່ອຫ້າງຕຣຽມ ການອາດຈະໄປ ຢ້ຽມຢາມ ພະມ້າ ຂອງ ທ່ານ ບັນກີມູນ ເລຂາທິການ ເອກ ຂອງສຫະປະຊາຊາດ.

ຜູ່ຮັບຜິດຊອບ ຂັ້ນສູງ ບໍ່ປະສົງອອກນາມ ຂອງພະມ້າ ທ່ານໜື່ງ ໄດ້ ຊີ້ແຈງຕໍ່ ສຳນັກງານຂ່າວຝຣັ່ງ ໃນມື້ນີ້ວ່າ ທ່ານ ອີບຣາຮິມ ກຳບາຣີ ຈະພັກເຊົາ ຢູ່ພະມ້າ ເປັນເວລາສອງມື້ ແລະນອກຈາກ ການຢ້ຽມຢາມ ຢ້າງກຸ້ງແລ້ວ ທ່ານ ຍັງມີກຳນົດ ໄປ ໃນປີ່ດໍ້ ນະຄອນຫຼວງໃໝ່ ຂອງ ພະມ້າ ນຳອີກດ້ວຍ.
ດ້ານກະແສຂ່າວ ຈາກທາງອົງການ ສຫະປະຊາຊາດແລ້ວ ກໍວ່າ ທ່ານ ອີ່ບຣາຮິມ ກຳບາຣີ ມີກຳນົດ ຈະພົບພໍ້ ກັບຄນະຕາງໜ້າ ຂອງຝ່າຍ ທາງການພະມ້າ ໃນກໍຣະນີ ທີ່ຈະຕ້ອງ ສົນທະນາ ເພື່ອເປັນການ ຫ້າງຕຣຽມ ການໄປຢາມພະມ້າ ຂອງ ທ່ານ ບັນກີມູນ. ແລະ ເພື່ອການນີ້ ທີ່ສຳຄັນສຸດ ທ່ານຕັ້ງໃຈຈະຕ້ອງ ພົບພໍ້ສົນທະນາ ກັບບັນດາ ບຸກຄົນ ສຳຄັນ ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຂອງຍານາງ ອອງຊັນຊູກີ ນຳພ້ອມ.

ເປັນທີ່ຮູ້ ກັນດີວ່າ ຕັ້ງແຕ່ວັນທີ ໑໔ ຜ່ານມາ ຍານາງ ອອງຊັນຊູກີ ຫົວໜ້າຝ່າຍຄ້ານ ຖືກຂັງຄຸກລໍຖ້າການຕັດສີນ ທີ່ອາດໄດ້ຮັບໂທດຕິດຄຸກ ເຖີງ ໕ ປີ ກໍອາດເປັນໄດ້ ໃນຂໍ້ຫາ ລະເມີດກົດຣະບຽບ ການຖືກ ກັກ ບໍຣິເວນ ເພາະໃຫ້ການຮັບຕ້ອນ ຄົນຕ່າງຊາດ. ການຕັດສີນຄະດີ ດັ່ງກ່າວ ທາງການພະມ້າ ປາກົດ ແກ່ຍາວທ່ວງໄວ້ ຍ້ອນນາໆຊາດ ກົດດັນ.

ທີ່ກຸງບຣຸກແຊນລ໌ ທ່ານ ກອກດ໊ອນ ບຣາວ໌ ນາຍົກ ອັງກິດ ກຳລັງກ່າວ ຄຳປາສັຍ ໃນໂອກາດ ປະຊຸມ ສຸດຍອດ ຂອງ ສຫະພາບ ເອີ່ຣົປ ຊື່ງ ບັນດາ ພາຄີ ກໍສເລີມ ສລອງ ວັນຄ້າຍ ວັນເກີດ ຄົບ ໖໔ ປີຂອງ ຍານາງ ອອງຊັນຊູກີ ອີກແບບໜື່ງ ຄືດ້ວຍການ ເພີ່ມມາຕຣາການ ປິດລ້ອມ ຕໍ່ປະເທດ ພະມ້າ<br />(ພາບ : Reuters)

ທີ່ກຸງບຣຸກແຊນລ໌ ທ່ານ ກອກດ໊ອນ ບຣາວ໌ ນາຍົກ ອັງກິດ ກຳລັງກ່າວ ຄຳປາສັຍ ໃນໂອກາດ ປະຊຸມ ສຸດຍອດ ຂອງ ສຫະພາບ ເອີ່ຣົປ ຊື່ງ ບັນດາ ພາຄີ ກໍສເລີມ ສລອງ ວັນຄ້າຍ ວັນເກີດ ຄົບ ໖໔ ປີຂອງ ຍານາງ ອອງຊັນຊູກີ ອີກແບບໜື່ງ ຄືດ້ວຍການ ເພີ່ມມາຕຣາການ ປິດລ້ອມ ຕໍ່ປະເທດ ພະມ້າ
(ພາບ : Reuters)

ເມື່ອວັນທີ ໑໙ ຜ່ານມາ ອັນເປັນ ຄ້າຍວັນເກີດ ຄົບຮອບ ໖໔ ປີ ຂອງ ຍານາງ ອອງຊັນຊູກີ. ໃນຂນະທີ່ ເຈົ້າຂອງວັນເກີດ ຖືກຂັງ ຢູ່ໃນຄຸກ ນັ້ນ ບັນດາ ຜູ່ສນັບສນູນ ການເຄື່ອນ ໄຫວສແວງ ປະຊາທິປະໄຕ ຂອງ ຍານາງ ຕ່າງກໍພາກັນ ສເລີມສລອງ ເປັນການ ສແດງການ ໃຫ້ກຳລັງໃຈ ຕໍ່ຍານາງ ຢ່າງເປັນຂບວນ ແບບ ບໍ່ເຄີຍມີ ມາກ່ອນ ໃນປວັດສາດ. ບໍ່ວ່າຈະຕາມ ຫົວເມືອງໃຫ່ຽໆ ໃນ ເຂດອາຊີ ຫຼື ແມ້ກະທັງ ທາງສຫະ ພາບ ເອີ່ຣົປພີ້ ກໍໃຫ້ຄວາມສຳຄັນ ຢູ່ບໍ່ຢອກ. ບັນດາຜູ່ນຳ ສຳຄັນໆ ຂອງປະເທດ ພາຄີ ເຊັ່ນທ່ານ ຊ໊າກໂກສີ ປະທານຝຣັ່ງ ທ່ານ ກ໊ອກດອນ ບຣາວ໌ ນາຍົກ ອັງກິດ ຫຼື ຍານາງ ອັງແຄນລາ ແມັກແກນ ຕ່າງ ກໍຍົກເອົາ ກໍຣະນີ ຂອງຍານາງ ອອງຊັນຊູກີ ຂື້ນມາ ທວງທາວເຖີງ ຢ່າງຂນານໃຫ່ຽ

ທີ່ກຸງເຊອູນລ໌ ແມ່ນດ້ວຍ ເຂົ້າໜົມ ເຄັ໊ກແທ້<br />(ພາບ : Reuters)

ທີ່ກຸງເຊອູນລ໌ ແມ່ນດ້ວຍ ເຂົ້າໜົມ ເຄັ໊ກແທ້
(ພາບ : Reuters)

ສຫະຊາຊາດເອງ ກໍແມ່ນ ໄດ້ຮຽກ ຮ້ອງ ທາງການ ທະຫານພະມ້າ ຢ່າງບໍ່ລົດລະ ຂໍໃຫ້ ທຳການ ປົດ ປ່ອຍ ນັກໂທດ ການເມືອງ ພະມ້າ ທັງໝົດ ຮວມທັງໂຕ ຍານາງ ອອງຊັນຊູກີ ຜູ່ທີ່ ຖືກບັ່ນທອນ ເສຣີພາບ ເຄື່ອນໄຫວ ຮວມທັງໝົດ ເຖີງ ໑໓ ປີ ໃນຕລອດໄລຍະ ໑໙ ປີ ທີ່ຍານາງ ກັບຄືນມາເຂົ້າສູ່ ວົງ ການ ການເມືອງ ໃນແຜ່ນດີນແມ່ ນັ້ນ. ນອກຈາກນີ້ ສຫະປະຊາຊາດ ຍັງໄດ້ຊັກຊວນ ສເມີມາ ໃຫ້ທາງ ການ ທະຫາ ນພະມ້າ ປັບປຸງ ຣະບົບ ການເມືອງ ຂອງພະມ້າ ໃຫ້ຫັນ ໄປສູ່ ທາງ ປະຊາທິປະໄຕ. ແຕ່ຈົນແລ້ວ ຈົນລອດ ຮອດປັດຈຸບັນ ກໍຍັງ ບໍ່ປາກົດຜົນ ໃດ໋ໆ ອອກມາ ໃຫ້ເຫັນເລີຍ.

ຢ່າງໃດ໋ກໍດີ ຫຼັງຈາກ ການຢ້ຽມຢາມ ທ້ຽວໃໝ່ນີ້ ທ່ານ ກຳບາຣີ ກໍ ຈະລາຍງານ ໂດຍລະອຽດ ຕໍ່ທ່ານ ບັນກີມູນລ໌ ເຖີງຂໍ້ມູນ ແລະເງື່ອນໄຂ ຕ່າງໆ ວ່າ ຄົບຖ້ວນ ສົມຄວນຫຼືບໍ່ ທີ່ທ່ານ ຈະໄປ ຢ້ຽມເຢືອນ ປະເທດ ພະມ້າ ອີກເທື່ອໃໝ່ ຕາມການ ເຊື້ອເຊີນ ຂອງທາງການພະມ້າ. ຖ້າຫາກ ວ່າ ທ່ານ ບັນກີມູນ ຈະໄປພະມ້າ ກໍຄົງຈະແມ່ນ ຕໍ່ໄປຈາກ ຢ້ຽມຢາມ ປະເທດ ຍີ່ປຸ່ນ ໃນວັນທີ ໓໐ ມິຖຸນາ ຫາ ວັນທີ ໒ ກໍຣະກະດາ ທີ່ຈະມາເຖີງນີ້.
ທ່ານ ບັນກີມູນ ໃນຖານະ ເລຂາທິການເອກ ຂອງສຫະ ປະຊາຊາດ ເຄີຍໄດ້ ໄປຢ້ຽມຢາມ ປະເທດພະມ້າ ເມື່ອ ທ້ອງເດືອນ ພືສະພາ ໒໐໐໘. ເປັນການຢ້ຽມຢາມ ສະເພາະກິຈ ວ່າດ້ວຍມະນຸດສະທັມ ຊ່ວຍເຫຼືອ ຜູ່ໄດ້ຮັບເຄາະ ຈາກລົມພາຍຸ ນ໊າກຈິ໊ດ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU