ຄົ້ນຫາຂໍ້ມູນ

/ languages

Choisir langue
 

ນ້ຳນົມ ມີສານພິດ ໃນ ສປ ຈີນ

ລັຖະບານຈີນ ວ່າບໍ່ມີ ເມ່ລາມີ່ນ ໃນນົມແລ້ວ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/10/2008 15:58 TU

ເດັກເຈັບປ່ວຍ ຍ້ອນນົມຝຸ່ນ ທີ່ມີສານພິດຖີ້ມ ລໍຖ້າເຂົ້າກວດສຸຂພາບ ທີ່ໂຮງໝໍReuters

ເດັກເຈັບປ່ວຍ ຍ້ອນນົມຝຸ່ນ ທີ່ມີສານພິດຖີ້ມ ລໍຖ້າເຂົ້າກວດສຸຂພາບ ທີ່ໂຮງໝໍ
Reuters

ນາຍົກລັຖະມົນຕຣີຈີນ ວ່າຈະເອົາ ມາຕະການ ຢ່າງເຂັ້ມງວດກວດ ຂັນ ຕໍ່ຄຸນະພາບ ທາງດ້ານການ ຜລິດອາຫານ, ສ່ວນ ອົງການ ກວດກາ ແລະຄວບຄຸມຄຸນະພາບ ແຫ່ງຊາດ ກໍວ່າໄດ້ສຳລວດ ອາຫານ ປະເພດນົມ ທົ່ວປະເທດ, ແລະ ແຕ່ວັນທີ 14 ກັນຍາ ນີ້ມາ ບໍ່ມີສານເຄມີ ເມ່ລາມີ່ນ ໃນນ້ຳ ນົມອີກແລ້ວ.

ຕົ້ນຕໍ່ ເຮັດໃຫ້ ນ້ຳນົມຈີນ ມີສານພິດ ?

 

ຕົ້ນຕໍ່ ແມ່ນ ສານເຄມີ ເມລ່າມີນນ໌ ນັ້ນເປັນຕົ້ນເຫດ, ເຮັດໃຫ້ເກີດໜີ້ວ ໃນໝາກໄຂ່ຫລັງ, ເພາະມີການລັກລອບ ເອົາສານດັ່ງກ່າວນີ້ ໃສ່ນົມງົວ ຜູ້ຖືກສົງສັຍ ໄດ້ຮັບສາຣະພາບ ວ່າ ໄດ້ເອົາສານເຄມີ ເມລ່າມີນນ໌ ມາ ປະສົມໃສ່ກັບນົມສົດ, ເພື່ອບໍ່ໃຫ້ມີກິ່ນເໝັນ ແລະ ເຊື່ອງຊ້ອນການເພີ້ມ ທາດ ໂປຣເຕອິນ ແລະເຊື່ອງຊ້ອນນ້ຳ ທີ່ປະສົມໃສ່ນົມ ໃຫ້ມັນເຂັ້ມຂຸ້ນ ເໜືອນກັບນ້ຳນົມແທ້.

ສານເຄມີ ເມລ່າມີນນ໌ ນີ້ເປັນ ສານທີ່ ສຳຫລັບ ຜລິດຢາງ ປຣັດສຕິກ, ເຮັດກາວ, ຫຼືເຮັດຢາງໜຽວ ອື່ນໆ....

 

ມາເຖີງປັດຈຸບັນນີ້, ມີ 4 ຄົນຖືກຈັບ ແລະ 22 ຄົນ ຖືກເກາະໄປສອບ ສວນ. ເຈົ້າຮ້າທີ່ ແຈ້ງວ່າ ຍັງຈະມີ ອີກຫລາຍຄົນ ຈະຖືກຈັບຕື່ມອີກ ໃນຂັ້ນຕໍ່ໄປ.

 

ໃນ ສປ ຈີນ ນີ້ເຄີຍມີບັນຫາ ໃນດ້ານ ເຄື່ອງກິນ ເປັນພິດນີ້ມາແລ້ວ ເຊັ່ນ ເສັ້ນມີ່ ແລະ ເຂົ້າ ມີສານຂ້າແມງໄມ້, ຢາສີແຂ້ວ ຕ້ານຄວາມ ກ້າມ ແລະ ອາຫານໝາ ໃສ່ສານ ເມ່ລາມີ່ນ ດັ່ງນີ້ເປັນຕົ້ນ.

ປະຊາຊົນ ເອົານົມ ມີສານພິດ ມາສົ່ງຮ້ານຄ້າຄືນAfp

ປະຊາຊົນ ເອົານົມ ມີສານພິດ ມາສົ່ງຮ້ານຄ້າຄືນ
Afp

 

ເປັນຫຍັງ ທາງບໍຣິສັດ ແລະ ທາງການ ຈຶ່ງເອົາມາຕການ ກວດກາ ແລະ ຄວບຄຸມ ຊັກຊ້າ ?

 

ນັບຕັ້ງແຕ່ ຄືນວັນທີ 22 ແລະ 23 ກັນຍາ ນີ້ມາ ຂ່າວສານທາງການ ຈີນ ຈຶ່ງໄດ້ເພີ້ມທະວີ ການປ່າວປະກາດ ອອກຕໍ່ມວນຊົນຢ່າງກວ້າງ ຂວາງ ວ່າບໍຣິສັດ ສັ່ນລູ ນີ້ໄດ້ເຊື່ອງຊ້ອນ ຄວາມຈິງ ຕໍ່ນົມທີ່ມີສານພິດ ດ້ວຍທາດ ເມ່ລາມີ່ນ ແລະຫຍ້ຳວ່າ ບໍຣິສັດ ສັ່ນລູ ນີ້ ໄດ້ປິດຄວາມລັບ ຫຼືວ່າ ຕົວະມາໄດ້ຫລາຍເດືອນແລ້ວ.

 

ບໍຣິສັດ ສັ່ນລູ ຕັ້ງຢູ່ໃນແຂວງ ເຮເບີຍ, ຮ່າງຈາກ ປັກກິງ 200 ກລມ, ເປັນນຶ່ງໃນຈຳນວນ ບໍຣິສັດ ຍັກໃຫຍ່ ໃນຈີນ ດ້ານການຜລິດ ອາຫານ ຈາກພື້ນຖານນ້ຳນົມ ເຊັ່ນ ນ້ຳນົມຟຸ່ນ ຫຼື ນົມນ້ຳ, ຢ່າອ້ວກ,   ຫຼືວ່າ ປະກອບ ໃນຂະນົມ ແລະ ອາຫານອື່ນໆ...

 

ຄວາມຈິງ ເຣື້ອງນ້ຳນົມ ມີສານພິດນີ້, ບໍຣິສັດ ສັ່ນລູ ໄດ້ຖືກຮ້ອງຟ້ອງ ຈາກພໍ່ແມ່ເດັກ ມາຕັ້ງແຕ່ ເດືອນ ທນວາ 2007 ພຸ້ນແລ້ວ, ຊຶ່ງຕອນ ນັ້ນ ຍັງບໍ່ຮູ້ວ່າ ແມ່ນຫຍັງ ເປັນຕົ້ນເຫດເທື່ອ.

ຫລັງຈາກ ມີເດັກເຈັບປ່ວຍ ໜັກນ໊າຂື້ນເລື້ອຽໆແລ້ວ ຕໍ່ມາຈຶ່ງທຳການ ວິຈັຍ ແລະຄົ້ນພົບເຫັນ ສານເຄມີ ເມ່ລ່າມີ່ນ ຢູ່ໃນນົມ ກໍຕໍ່ເມື່ອຕົກມາ ເຖີງເດືອນ ມິຖຸນາ ປີ 2008 ແລ້ວ.

 

ທາງບໍຣິສັດຮູ້ຄັກແນ່ ແລ້ວວ່າ ນົມມີສານພິດ, ແຕ່ກໍບໍໄດ້ ແຈ້ງເຕືອນ ໃຫ້ ທາງການຊາບເລີຍ ລໍຖ້າປະມານເດືອນກວ່າ ຈົນເຖີງ ວັນທີ 2 ສິງຫາ ຈຶ່ງໄດ້ແຈ້ງໃຫ້ ຄນະປົກຄອງແຂວງຊາບ.

 

ຫລັງນັ້ນ ທາງການແຂວງ ແລະຄນະຮັບຜິດຊອບພັກຄອມມູຍນິດ ໃນ ແຂວງ ເຮເບີຍ ໃຫ້ຊາບເຣື້ອງນີ້ແລ້ວ ແຕ່ກໍຍັງ ພາກັນຊັກຊ້າຢູ່ອີກ ຈົນ ກວ່າສະຖານະການ ຈະຮ້າຍແຮງຂື້ນນັບມື້.

 

ສເລັ່ຽແລ້ວ ນົມມີສານພິດ ໃດ້ປິດລັບ ມາປະມານ 9 ເດືອນ, ຕ່າງຝ່າຍ ຕ່າງຢ້ານຄວາມຜິດ ແລະຝ່າຍບໍຣິສັດ ກໍຢ້ານເສັຍຊື່ສຽງ ແລະຈຳໜ່າຍ ສິນຄ້າບໍ່ອອກ, ສ່ວນທາງການແຂວງ ກໍມິດງຽບບໍ່ແຈ້ງປ່າວເຕືອນ ປະ ຊາຊົນ ແລະ ຂັ້ນສູງຕໍ່. ຈົນກະທັ້ງ ກ່ອນໜ້າ 2 ມື້ ຈະມີເດັກຜູ່ທຳອິດ ເສັຍຊີວິດ ທາງຄນະປົກຄອງແຂວງ ຈຶ່ງໄດ້ແຈ້ງໃຫ້ລັຖບານກາງ ປັກກິງ ຊາບ.

 

ເພາະສນັ້ນ ທັງໝົດນີ້ ເປັນຍ້ອນມີການຊື້ຈ້າງຈອບອອຍ ແລະ ຂາດ ຄວາມ ຮັບຜິດຊອບ ຈອງຄນະ ບໍຣິຫານ ບໍຣິສັດ ແລະ ຄນະປົກຄອງ ທ້ອງຖີ່ນ. ອີກປະການນຶ່ງ ບໍຣິສັດ ສັ່ນລູ ນີ້ ຍັງເປັນນຶ່ງ ໃນຈຳນວນ ບໍຣິສັດສຳຄັນ ໃຫ້ການອຸປະຖັມ ຫຼື ເປັນ ສະປ່ອນເຊີ້ ໃຫ້ງານແຂ່ງຂັນ ກິລາ ໂອແລມປິກສາກົນ ອີກດ້ວຍ.

 

ຈົນເຣື້ອງບານປາຍ ລັຖະບານກາງ ຊັກຊ້າອີກ 2 ອາທິດ ຈຶ່ງມີ ມີຄຳ ສັ່ງເດັດຂາດ ຫ້າມນົມລ້ຽງເດັກ ຂອງ ສັ່ນລູ ໃນວັນມີ 11 ກັນຍາ ແລະ ວັນທີ່ 18 ກັນຍາ ຈຶ່ງປ່າວສັນຍານພັຍ ຢ່າງກວ້າງຂວາງ ແລະສັ່ງໃຫ້ ເອົາມາຕະການ ຄວບຄຸມ ແລະກວດກາ ດ່ວນ ຕໍ່ສິນຄ້າ ປະເພດດັ່ງກ່າວນີ້.

 

ຕໍ່ມາໃນລະດັບ ສາກົນກໍໄດ້ ແຈ້ງເຕືອນສັນຍານພັຍ ຕໍ່ນົມປົນສານເຄມີ ເມ່ລາມີ່ນ, ຫລາຍປະເທດ ກໍໄດ້ເອົາມາຕການປ້ອງກັນ ໂດຍ ຫ້າມບໍ່ ໃຫ້ ນຳເອົາສິນຄ້າ ປະເພດນ້ຳນົມຈາກ ສປ ຈີນ ເຂົ້າໃນ ປະເທດ ຈົນ  ກ່ວາຈະມີຄຳສັ່ງ ໃໝ່ ເຊັ່ນ ໃນວຽດນາມ, ບຣູໄນ, ໃຕ້ຫວັນ, ຂເມນ, ບັງຄລາເທດ, ບູຣຸ່ນດີ່, ກົກຕ໌ດີວົ່ວ, ມາເລເຊັຍ, ອິໂດເນເຊັຍ, ສິງກະໂປ ແລະ ອື່ນໆ.. ສ່ວນ ສຫພ ເອີຣົບ ນັ້ນໄດ້ ຫ້າມບໍໃຫ້ ສິນ ຄ້າຂອງຈີນ ປະເພດດັ່ງກ່າວນີ້ ເຂົ້າມາຈຳໜ່າຍ ຕັ້ງແຕ່ ປີ 2002 ພຸ້ນ ຍ້ອນການ ກວດກາ ຄວບຄຸມ ຄຸນະພາບ ບໍ່ພຽງພໍ.

 

ກ່ຽວກັບ ພັຍອັນຕລາຍ ໃນການຜລິດອາຫານການກິນ ລະດັບ ອຸສຫະ ກັມ ໃນ ສປ ຈີນ ນີ້ ເຄີຍມີມາ ຫລາຍຄັ້ງແລ້ວ, ເຖີງແມ່ນວ່າ ຜູ່ຮັບ ຜິດຊອບ ຂັ້ນສູງເຄີຍຖືກຕັດສິນປະຫານຊີວິດ ແລະ ຜູ່ຮັບຜິດຊອບ ຫລາຍຄົນ ໄດ້ຕິກຄຸກ ຍ້ອນສໍ້ລາດບັງຫລວງ ແລະ ບໍ່ເອົາໃຈໃສ່ ໃນໜ້າທີ່ ແລ້ວກໍຕາມ, ແຕ່ບັນຫານີ້ ຍັງຊຳເຮື້ອຢູ່, ແລະ ແນ່ນອນ ຄັ້ງນີ້ ຈະຕ້ອງມີການ ສອບສວນກັນຢ່າງຖ້ວນຖີ່ ຄາດວ່າ ມີ ຄນະຮັບ ຜິດຊອບ ທີ່ກ່ຽວຂ້ອງຫລາຍຄົນ ຈະຕິດຄະດີ ໄປຕາມໆກັນ.

ສຸຂພາບແລະອະນາໄມ

ໂຣຄພູມແພ້

ເປັນໂຣຄພູມແພ້ ມັນກໍຄັນດັງ ມີ ຈາມ
ມີ ໄອ ຕລອດ ມື້ນັ້ນເອງ   ຮ/ຟຕລ

ອາການ ໂຣຄພູມແພ້ ພາໃຫ້ ຢູ່ຍາກທີ່ສຸດ

ພຍາດອັນນີ້ ເມື່ອຫາກເກີດຂື້ນ ແກ່ຜູ່ໃດ ແລ້ວ ມັນ ກໍ ເກີດພາໃຫ້ໝຸດໝັດ ເອົາ ແທ້ ເພາະ ນອກຈາກຈາມອອກມາຍ້ອນ ຄັນດັງ ແລ້ວ ກໍແມ່ນ ໄອ ອອກມາອີກ

16/11/2009 11:58 TU

ບັນຫາຫລອດຄໍ ທີ່ເປັນມະເຮັງ

ບັນຫາຫລອດຄໍ ທີ່ເປັນມະເຮັງ
ຮ / ດຕຊມ

ບັນຫາຫລອດຄໍ ທີ່ເປັນມະເຮັງ

ມີການ ກວດເບີ່ງ ພຍາດທີ່ຫລອດຄໍໄດ້ ຫລາຍປະເພດ ເພື່ອນາຍແພດ ຈະສາ ມາດ ກຳໜົດໄດ້ ວ່າ ໃນສີ່ງ ທີ່ມັນເກີດ ຂື້ນຢ່າງ ຜິດປົກະຕິນັ້ນ ແມ່ນ ຈະ ມີສາ ເຫດອັນໃດ ເພາະວ່າ ບັນຫາ ພຽງເປັນ ການເຈັບຄໍ ເທົ່ານັ້ນ ອາດ ບໍຈຳກັດ ວ່າ ອາດ ເປັນຄໍໜ່ຽງໄດ້ ສນັ້ນ ຈື່ງຄວນໄປ ປືກສາ ນາຍແພດເສັຍກ່ອນ ເພື່ອຈະໄດ້ ມີການປົວ ພຍາດທີ່ເກີດ ໃຫ້ທ່ວງທັນ

19/10/2009 13:08 TU

ບັນຫາ ເສັ້ນເລືອດ ຕີບຕັນ

ສມອງ ຂອງ ມະນຸສ      ຮ/ ຟຕລ

ສມອງ ມີບັນຫາ ເມື່ອ ອາຍຸສັງຂານ ເຖີງວັຍຊລາ

Artère Carotide ເປັນເສັ້ນເລືອດ ໃຫຍ່ ອັນສຳຄັນ ທີ່ ຕ້ອງນຳເລືອດ ໄປ ລ້ຽງສມອງຂອງຄົນ

21/09/2009 13:38 TU

ຄຸນຄ່າ ເປັນຢາ ໃນການ ປະກອບອາຫານ

ຜັກອີ່ຕູ່ ໃບຂຽວໆ ທີ່ໃຫ້ຄຸນຄ່າ ເປັນ
ຢາໃນການປະກອບອາຫານ   ຮ/ຟຕລ

ພຶດ ແລະ ທັນຍະພຶດ ໃຫ້ຄຸນຄ່າ ທາງອາຫານ

ຜັກພື້ນບ້ານ ທັມມະດາໆ ແຕ່ສາມາດ ໃຫ້ ປະໂຢດ ແກ່ການບໍຣິໂພກ ດັ່ງ ນັ້ນ ແມ່ຄົວຄົນອາຊີ ຈື່ງໃຊ້ເໝືອດໃສ່ ອາຫານ ໄດ້ທຸກຄາບ

01/09/2009 13:44 TU

ການ ບໍຣິໂພກ ແບບ ມັງສາຣິວັດ

ພຶດ ແລະ ທັນຍະພືດຕ່າງໆ    ຮ / ຟຕລ

ການຮັປະທານ ພຶດ ຜັກ ແລະ ເນີຍ ຫລື ເຕົ້າຫູ໋

ອາຫານ ທີ່ບໍຣິໂພກ ກັນແບບ ມັງສາ ຣິວັດນັ້ນ ສມັຍນີ້ ກໍ ໄດ້ ສແດງ ໃຫ້ ເຫັນວ່າ ມັນເຮັດ ໃຫ້ ຮ່າງກາຍເບົາ ຕົນຕົວ ແທ້

25/08/2009 06:47 TU

ອາຫານພື້ນໆ ຂອງບາງປະເທດ

ອາຫານຍີ່ປຸ່ນ ກີນກັບນ້ຳຊີອີວ ມິໂຊະ
ເພີ່ມຣົສອາຫານໃຫ້ແຊບນົວຂື້ນ ຮ/ຟຕລ

ການບໍຣິໂພກ ພຽງ ອາຫານບໍ່ແພງ ກໍມີຄຸນປະໂຢດໄດ້

ພຽງອາຫານພື້ນໆ ທີ່ ບໍຣິໂພກ ກັນ ໂດຍບໍ່ຕ້ອງ ໄປຊອກຫາ ຂອງແພງ ມາກີນກັນ ມັນ ກໍ ມີຄຸນຄ່າກວ່າຂອງ ແພງກໍເປັນໄດ້

03/08/2009 14:16 TU

ຄວາມຮ້ອນອົບເອົ້າ / ອາຫານການກີນ

ເມື່ອອາກາດຮ້ອນອົບເອົ້າ ກໍແມ່ນຕ້ອງ
ດື່ມນໍ້າກັນເປັນ ປະຈຳທົດແທນນໍ້າເຮື່ອ
ທີ່ຖືດຂັບອອກມາ          ຮ/ຟຕລ

ຍາມຮ້ອນມາເຖີງ ຄວນລະວັງ ການ ບໍຣິໂພກດ້ວຍ

ຄົນເຮົານັ້ນ ຖ້າຫາກ ຢູ່ດີ ກີນດີ ໄດ້ ກີນແຊບ ກີນນົວ ແລ້ວ ກໍແມ່ນ ກີນ ຕາມໃຈມັກ ເອົາແທ້ ຈົນວ່າ ຜົນສະ ທ້ອນ ຕາມມາ ກໍ ແມ່ນ ຕ້ອງມາພາ ກັນ ກີນຢາແກ້ກັນ ຢ່າງໃຫຍ່

27/07/2009 13:41 TU

ຜັກ ພື້ນບ້ານ ແລະ ສຸຂພາບ

ໝາກເເຄ້ງ ພຶດທັມມະດາ ບໍ່ແພງ ທີ່ 
ໃຫ້ຄຸນຄ່າ ທາດກ່ານຊີອ໊ອມ ໂຟສຟໍຣ໌
ໃຫ້ຫົວໃຈ ເຕັ້ນສມໍາສເມີ    ຮ/ກູ່ເກີລ

ຄຸນຄ່າ ຂອງຜັກ ແລະ ທັນຍະພືດ ທີ່ບໍຣິໂພກ

ອາຫານ ກິດຈະວັດ ປະຈຳວັນ ພຽງແຕ່ ຊອກເອົາ ຜັກໆ ພື້ນບ້ານ ມາກີນ ຕາມ ທັມມະດາໆ ແບບ ຊາວບ້ານກີນກັນ ກໍດີແລ້ວ

20/07/2009 12:37 TU

ຕ້ອງເຂົ້າໃຈ ວ່າຊີ້ນສັດອັນ ແຊບຊອຍ ນັ້ນ ເຕັມໄປ ດ້ວຍພຍາດ

ຊີ້ນສັດ ທີ່ນິຍົມກີນກັນ ທຸກຄົນຕາມທຸກ
ຄາບຍ້ອນຄວາມແຊບນົວ    ຮ/ຟຕລ

ອາຫານ ບໍຣິໂພກ ຜິດຈາກ ຫລັກທັມມະຊາດ

ສີ່ງທີ່ບໍຣິໂພກກັນ ທຸກມື້ ເຫັນວ່າ ມັນຜິດ ຫລັກ ທັມມະຊາດ ຢູ່ແລ້ວ ມັນຈື່ງໄດ້ນຳ ພຍາດ ມາສູ່ຄົນໄດ້

18/05/2009 11:36 TU

ໄຂ້ຫວັດສາຍພັນໃຫມ່ a H1N1

ເບີ່ງການແຂ່ງຂັນເຕະບານ ທີ່ ນະຄອນ
ເມກຊີ່ໂກ່ ຊີ່ຕີ່ ຜູ່ເຂົ້າຊົມ ກໍແມ່ນໃສ່ໜ້າ
ກາກອະນາມັຍເພື່ອປ້ອງກັນເຊື້ອໄວຣັສ
ຣ / ຣຕ

ປ້ອງກັນ ແລະ ສກັດກັ້ນ ໂຣຄອັນນີ້

ພຍາດໄຂ້ຫວັດ ສາຍພັນ ຊນິດ A H1 N1 ໄດ້ສ້າງ ຄວາມຫວັ່ນຢ້ານ ໄປທົ່ວ ໂລກ ເພາະວ່າ ມັນລ່າມແຜ່ຂະຫຍາຍ ກ້ວາງຂວາງໄວ

11/05/2009 13:36 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU