ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເງິນໂລກ

CAC40 ຫລົ່ນກວ່າ 10% ໂດຍສເລັ່ຽ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/10/2008 14:47 TU

(PHOTO: REUTERS)

(PHOTO: REUTERS)

ຕລາດຮຸ້ນທະວີບຢຸໂຣບສືບຕໍ່ການດິ່ງພະສຸທາໜັກໜ່ວງຕື່ມອີກໃນມື້ນີ້ເມື່ອຕອນ
ເປີດຕລາດ ເປັນການເດີນຮອຍຕາມ ຕລາດຮຸ້ນເອເຊັຽ ແລະ Wall Street
ແຫ່ງກຸງນິວຢ໊ອຣ໌ກ ທີ່ໄດ້ດິ່ງມາກ່ອນແລ້ວຢ່າງໜັກເຊັ່ນດຽກັນ

ດິ່ງ 10% ໂດຍສເລັ່ຽ
ຫລັງຈາກດິ່ງປະມານ 10% ເມື່ອຕອນເປີດຕລາດແລ້ວ ດັຊນີຕລາດຮຸ້ນ ທັງ CAC40
ຂອງນະຄອນຫລວງປາຣີສ໌, DAX ຂອງເມືອງແຟຣງເຟີດ ແລະ FOOTSIE 100
ຂອງກຸງລອນດອນ ກໍປັບຕົວຂຶ້ນເລັກນ້ອຍມາຢູ່ທີ່ -7,50%, 7,22% ແລະ -8,60%
ຕາມລໍາດັບ ເມື່ອເວລາ 13.00 ໂມງຂອງມື້ນີ້ (ສຸກ 10 ຕຸລາ) ຕາມເວລາທ້ອງຖິ່ນ

ເປັນການເດີນຕາມຮອຍຂອງດັຊນີຕລາດຮຸ້ນໃນທະວີບເອເຊັຽ ແລະ Wall Street ໂດຍ
ສະເພາະດັຊນີ "Nikkeï" ຂອງກຸງໂຕກຽວທີ່ຕົກເຖິງ 9,62% ເມື່ອຕອນປິດຕລາດຂອງ
ວັນທີ 10 ຕຸລານີ້ ແລະທີ່ Wall Street ກຸງນິວຢອຣ໌ກ ດັຊນີ Dow Jones ກໍດິ່ງເຖິງ
7,33% ໃນຂນະທີ່ດັຊນີ Nasdaq ກໍດິ່ງ 5,47% ເມື່ອຕອນປິດຕລາດວານນີ້

ຣັດເຊັຽທຸ້ມ ເກືອບ 5 ຕື້ຢູໂຣ
ໃນຂນະທີ່ຕລາດຮຸ້ນກຸງມອສໂຄວ໌ທັງສອງແຫ່ງ ຄືຕລາດຮຸ້ນ MICEX ແລະ RTS
(ທີ່ຊື້ຂາຍກັນເປັນ
ເງິນສະກຸນດອລລາຣ໌ອະເມຣິກັນ) ງົດການຊື້ຂາຍໃນມື້ນີ້ ຕາມຄຳສັ່ງ
ຂອງຄນະກັມມະການຄວບຄຸມ
ການເຄື່ອນໄຫວຂອງຕລາດຮຸ້ນ

 

ອີກປະການໜຶ່ງ ຣັຖບານຣັດເຊັຽກໍມີແຜນຈະທຸ້ມ 4,5 ຕື້ຢູໂຣ ຕັ້ງແຕ່ວັນເສົາ ທີ 11
ຕຸລານີ້ ເພື່ອຊື້
ຮຸ້ນໃນຕລາດຣັດເຊັຽ ເປັນເງິນສະກຸລ "ຣູບເບີ້ລ" ຂອງຣັດເຊັໜເອງ
ແທນທີ່ຈະຊື້ເອົາຮຸ້ນທີ່ເປັນເງິນ
ສະກຸນດອລລາຣ໌

 

ໃນຂນະທີ່ 11 ປະເທດສະມາຊິກ "ປະຊາຄົມຣັດເອກຣາດ" ທີ່ເຄີຍຢູ່ໃນອດີດສະຫະ
ພາບໂຊວຽດກໍຕົກ
ລົງປະສານງານຢ່າງໃກ້ຊິດ ເພື່ອຕໍ່ສູ້ຕ້ານວິກິຕການຮ່ວມກັນດ້ວຍ
ການຈັດຕັ້ງຄນະກັມມະການຮ່ວມ
ຂຶ້ນຄນະໜຶ່ງ ທີ່ປະກອບໄປດ້ວຍ ຣມຕ ການເງິນ
ຂອງແຕ່ລະປະເທດ

ການຕົກລົງການດັ່ງກ່າວມີຂຶ້ນຫລັງຈາກຮ່ວມປະຊຸມກັນທີ່ກຸງ "Bichkek" ເມືອງ
ຫລວງຂອງປະເທດ "ກ໊ຽກກິສຖານ"


ຕລາດຍັງຂາດຄວາມໄວ້ວາງໃຈ
ການຕົກຕໍ່ຂອງຕລາດຮຸ້ນໂລກດັ່ງກ່າວ ເປັນການຊີ້ໃຫ້ເຫັນວ່າ ບັນດານັກລົງທຶນມີຄວາມ
ຫວັ່ນເກງວ່າເສຖກິດໂລກຈະເຂົ້າສູ່ພາວະການຕົກຕໍ່າ (Récession) ຊຶ່ງກໍຄືພາວະ
ການຂຍາຍຕົວທາງເສຖກິດ ຕໍ່າກວ່າ 0 ຫລືຕິດລົບນັ້ນເອງ

ນອກຈາກນີ້ກໍຍັງເປັນການສແດງໃຫ້ເຫັນວ່າການວາງມາຕຣາການອອກໂດຍຣັຖບານ
ຕ່າງໆ ທັງໃນຢູໂຣບແລະອະເມຣິການັ້ນ ຍັງບໍ່ທັນສາມາດສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້
ແກ່ວົງການຕລາດໂລກແຕ່ຢ່າງໃດເລີຍ

ນໍ້າມັນດິບລົດຣາຄາ
ຢ່າງໃດກໍຕາມ ຖ້າຈະເປັນຂ່າວດີນ້ອຍໜຶ່ງສຳລັບເສຖກິດໂລກ ກໍແມ່ນການລົດລົງຂອງ
ຣາຄານໍ້າມັນດິບ ເຖິງ 4 ດອລລາຣ໌ຕໍ່ບາຣິລ

ໃນຕລາດຊື້ຂາຍທີ່ເອເຊັຽໃນມື້ນີ້ ນໍ້າມັນດິບປະເພດ "Brent" ຈາກທະເລເໜືອສຳລັບສົ່ງ
ໃຫ້ລູກຄ້າໃນເດືອນພະຈິກໜ້າ ລົດລົງເຖິງ 3,47 ດອລລາຣ ເຫລືອພຽງ 79,19 ດອລ
ລາຣ໌ຕໍ່ບາຣຣິລເທົ່ານັ້ນ ຄືລົດລົງຈາກ 82.66 ດອລລ໌ເມື່ອວານນີ້

ສ່ວນນໍ້າມັນດິບປະເພດ "Light SWeet Crude" ກໍຕົກເຫລືອພຽງ 82.85 ດອລລາຣ໌
ເທົ່ານັ້ນຕໍ່ບາຣຣິລ ລົດລົງຈາກ 86.59 ດອລລາຣ໌ຕໍ່ບາຣິລ໌ເມື່ອວານນີ້ເມືອຕອນປິດ
ຕລາດ

ແຕ່ການລົດລົງຂອງຣາຄານ້ຳມັນດິບໃນຕລາດໂລກນີ້ ກໍເປັນໄປຍ້ອນ "ອົງການພລັງງານ
ສາກົນ" ໄດ້ ຄາດຄະເນວ່າເສຖກິດໂລກຈະຕົກຕໍ່ານັ້ນເອງ ອັນຈະເປັນການເຮັດໃຫ້ຄວາມ
ຕ້ອງການນ້ຳມັນຕົກຕໍ່າ າມໄປນຳ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU