ໂດຍ ຄ.ພິວິໄລ
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 19/04/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 19/04/2009 13:41 TU
ເນື່ອງໃນ ໂອກາດ ພິທີ ສລອງ"ອະນຸສາວະຣີ ສເລີມກຽດ" ໄວ້ອາລັຍ ຣະນຶກເຖີງ ຄຸນງາມ ຄວາມດີ ຂອງ ບັນດານັກຣົບເກົ່າ ທີ່ ເສັຍຊີວິດ ເພື່ອຊາດຝຣັ່ງ ຢູ່ເມືອງ ກາກາວ, ເຂດແຂວງ ກຸຍຢານຝຣັ່ງ, ທ່ານ ຊັງ ມາຣີ ບົກແກນ, ຣັຖມົນຕຣີ ຊ່ວຍວ່າການ ກະຊວງ ປ້ອງກັນປະເທດ ແລະ ນັກຣົບເກົ່າຝຣັ່ງ ໄດ້ ຖແລງໃນ ພິທີທາງການວ່າ: "ທາງ ກະຊວງ ກຳລັງ ເລີ້ມຂັ້ນຕອນ ກ້າວຂື້ນ ຮັບຮູ້ ຢ່າງເປັນທາງການວ່າ ຄົນລາວເຜົ່າມົ້ງ ຄົນໃດ ທີ່ ເຄີຍປະກອບສ່ວນ ຮ່ວມຣົບ ໃນຖັນແຖວ ຂອງ ກອງທັບແຫ່ງຊາດຝຣັ່ງ ໃນປາງ ສໄມສົງຄາມ ອິນໂດຈີນ (1946 – 1954) ຈະຖືກຮັບຮູ້ ວ່າ ແມ່ນນັກຣົບເກົ່າຝຣັ່ງ ແລະ ຈະອອກ "ບັດນັກຣົບ" ໃຫ້"
ພ້ອມຍັງ ຈະເອີ້ຍອຳນວຍ ໃຫ້ສາມາດ ມີເບັ້ຍລ້ຽງ (ເບັ້ຍ ບຳເນັດ ແລະ ບຳນານ) ຕາມຄວາມ ຊອບທັມ.
ປັດຈຸບັນ ມີຄົນລາວເຜົ່າມົ້ງ ອາສັຍ ທຳມາຫາກິນ ຢູ່ໃນ ເຂດແຂວງ ກຸຍຢານ ປະມານ ສອງພັນ ຄອບຄົວ ສ່ວນໃຫຍ່ ແມ່ນ ມີອາຊີບ ຊາວໄຮ່ ປຸກຝັງ ເປັນຕົ້ນ ແມ່ນ ປຸກຜັກ ທຸກປະເພດ ຂາຍປ້ອນຕລາດ. ຄົນລາວເຜົ່າມົ້ງ ທັງໝົດ ໄດ້ຖືກ ຕ້ອນຮັບ ໂດຍຣັຖບານຝຣັ່ງ ເລີ້ມປີ 1977 ໃນຖານະ ເປັນຄົນລາວ ອົພຍົບ ຫລັງຈາກ ທີ່ ປະເທດລາວ ໄດ້ສະຖາປະນາ ຣະບອບການປົກຄອງໃໝ່ ແລະ ຊາວລາວເຜົ່າມົ້ງ ຈຳນວນນຶ່ງ ກໍ່ເຄີຍ ຮັບໄຊ້ ໃນຣາຊການ ທະຫານ ແຫ່ງ ພຣະຣາຊະອານາຈັກລາວ ຮ່ວມມື ກັບ ທະຫານ ອະເມຣິກັນ ໃນປາງສົງຄາມ ວຽດນາມ ເມື່ອຊຸມປີ 1963 – 1975. ທ່ານຣັຖມົນຕຣີຝຣັ່ງ ຍັງ ໄດ້ກ່າວ ມ້ວນທ້າຍວ່າ: "ອະນຸສາວະຣີ ຢູ່ເມືອງ ກາກາວ ແມ່ນ ສ້າງຕັ້ງຂື້ນມາ ເພື່ອຄຳນັບ ເພື່ອຄວາມຮູ້ບຸນຄຸນ ຂອງປະເທດຊາດຝຣັ່ງ ຕໍ່ປະຊາຊົນ ຊົນຊາດນີ້ ທີ່ເຄີຍໃຫ້ ການຮ່ວມມື ຕໍ່ຊາດພວກເຮົາ ໃນຢາມທີ່ ພວກເຮົາ ເຄີຍພົບພໍ້ ກັບຄວາມສັບສົນ ຫຍຸ້ງຢາກ ຮອບດ້ານ ພ້ອມດຽວກັນ ສຳລັບ ລູກຫລານ ທີ່ເກີດໃໝ່ ໃຫຍ່ລຸນ ຈະຮູ້ຈັກ ແລະ ຮູ້ສຶກ ທະນົງກຽດ ໃນປວັດສາດ ທີ່ ເຄີຍແບ່ງປັນ ຄວາມທຸກຄວາມສຸກ ທັງມວນ ຮ່ວມກັນ".
ວັທນະທັມ
29/01/2010 10:53 TU
17/12/2009 12:24 TU
13/12/2009 14:36 TU
12/12/2009 14:24 TU
09/12/2009 11:17 TU
08/12/2009 13:04 TU
07/12/2009 12:35 TU
04/12/2009 11:46 TU
03/12/2009 11:27 TU
02/12/2009 11:18 TU
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ