ຄົ້ນຫາຂໍ້ມູນ

/ languages

Choisir langue
 

ລາຍງານ ອາເມຣິກາ/ແຮງງານເດັກ

ເດັກຖືກໄຊ້ແຮງງານ ໃນທຸກຂແນງ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/09/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/09/2009 10:57 TU

ຮູບແຕ້ມສໍດຳ ບັນທືກວ່າ ເດັກນ້ອຍ ແລະແມ່ຍີງ ເຮັດວຽກ ຂຸດບໍ່ຖ່ານຫີນ ສມັຍຕົ້ນສັດຕະວັດທີ ໒໐ ທີ່ປະເທດອັງກິດ (ພາບ : Flickr)

ຮູບແຕ້ມສໍດຳ ບັນທືກວ່າ ເດັກນ້ອຍ ແລະແມ່ຍີງ ເຮັດວຽກ ຂຸດບໍ່ຖ່ານຫີນ ສມັຍຕົ້ນສັດຕະວັດທີ ໒໐ ທີ່ປະເທດອັງກິດ (ພາບ : Flickr)

ລາຍງານ ປະຈຳປີ ຂອງກະຊວງແຮງງານ ອາເມຣິກາ ບົ່ງວ່າ ເດັກ ບໍ່ພົ້ນກະສຽນອາຍຸ ຈຳນວນປະມານ ໒໐໐ ລ້ານຄົນ ໃນ ໕໘ ປະເທດ ຖືກໄຊ້ແຮງງານ ອັນມີທັງແບບຂາຍ ແຮງງານ ຣາຄາຖືກ ແລະທັງແບບບັງຄັບ ແຮງງານ ເໝືອນຂ້າທາດ. ໃນຈຳນວນ ໕໘ ປະເທດນັ້ນ ກໍມີ ປະເທດ ອັຟການີສະຖານ, ເກົາຫຼີເໜືອ, ອີນເດັຽ, ອັກຊັງຕີນ ຫຼືຣັຖເຊັຽ ດັ່ງນີ້ເປັນຕົ້ນ. ການໄຊ້ແຮງງານ ແມ່ນນັບແຕ່ ຫັດທະກັມ ຜລິດສິນຄ້າ ຈົນຮອດ ການຄ້າປະເວນີ້.

ເດັກນ້ອຍເຮັດວຽກ ປັ້ນດີນກີ່ ທີ່ ປະເທດອີນເດັຽ<br />(ພາບ : Flickr)

ເດັກນ້ອຍເຮັດວຽກ ປັ້ນດີນກີ່ ທີ່ ປະເທດອີນເດັຽ
(ພາບ : Flickr)

ລາຍງານ ປະຈຳປີ ຂອງກະຊວງ ແຮງງານ ອາເມຣິກາ ທີ່ເຜີຍແຜ່ ໃນສັບປະດານີ້ນັ້ນ ຍັງໄດ້ແນບນຳ ບັນຊີສີນຄ້າ ທີ່ຜລິດຈາກ ແຮງງານ ເດັກ ວ່າມີ ໑໒໒ ຢ່າງດ້ວຍກັນ. ສ່ວນສະຖານທີ່ ທີ່ໄຊ້ແຮງງານ ເດັກ ນັ້ນ ນຳໜ້າກໍແມ່ນ ຕາມສວນຝ້າຍ, ສວນອ້ອຍ, ສວນປູກຢາສູບ, ສວນກາເຟ, ຕາມໄຮ່ນາ ຫຼືສວນປູກ ໝາກກາກາໂອ໋ ດັ່ງນີ້ເປັນຕົ້ນ. ຕໍ່ມາ ອັນດັບສອງ ເດັກຈະຖືກ ໄຊ້ແຮງງານ ໃນຂແນງຫັທະກັມ ເຊັ່ນຕາມ ໂຮງງານຫຍິບເສື້ອຜ້າ, ໂຮງງານຕໍ່າພົມປູພື້ນ ຫຼືໂຮງງານຫຍິບເກີບກິລາ. ອັນດັບສາມ ເດັກຖືກໄຊ້ແຮງງານ ຕາມບໍ່ຂຸດຄົ້ນຕ່າງໆ ເຊັ່ນ ຕາມບໍ່ຂຸດ ຖ່ານຫີນ, ບໍ່ຂຸດຄຳ ແລະບໍ່ຂຸດເພັດນີນຈີນດາ ທີ່ຕ້ອງການໄຊ້ ພະນັກງານ ໂຕນ້ອຍໆ ສະດວກ ໃນການຂຸດຄົ້ນນັ້ນ.
"ສະນັ້ນ ອາຫານບາງຢ່າງ ທີ່ເຮົາບໍຣິໂພກ ປະຈຳວັນ, ເຄື່ອງເອ້ເງີນ ເອ້ຄຳ ທີ່ເຮົາຖື ຫຼືເຄື່ອງໄຊ້ຂອງສອຍ ປະຈຳວັນ ປະເພດຢາງ ປລາສຕິກ ແມ່ນຈາກຝີມື ຂອງເດັກ ທີ່ຢູ່ໃນໄວ ທີ່ຄວນຮໍ່າຮຽນນັ້ນເອງ". ລາຍງານ ປະຈຳປີ ຂອງກະຊວງແຮງງານ ອາເມຣິກາ ໄດ້ວິຈານ.

ເດັກນ້ອຍເຮັດວຽກ ເກັບດອກຝ້າຍ ທີ່ ອາຟຣິກກາ (ພາບ : Flickr)

ເດັກນ້ອຍເຮັດວຽກ ເກັບດອກຝ້າຍ ທີ່ ອາຟຣິກກາ (ພາບ : Flickr)

ນອກຈາກການໄຊ້ແຮງງານ ແບບ ໄຊ້ຝີມືຫຼືງານໜັກແລ້ວ ລາຍງານ ປະຈຳປີ ຂອງກະຊວງ ແຮງງານ ອາເມຣິກາ ຍັງໄດ້ ບົ່ງອີກວ່າ ເດັກທີ່ ຖືກບັງຄັບ ເປັນສີນຄ້າ ປະເວນີ້ ກໍມີຫຼາຍ ເໝືອນກັນ. ເຊັ່ນ ໃນບັນດາ ປະເທດ ຣັຖເຊັຽ, ອຸຍແຄຣ໊ນ, ຟີລິບປີນ ແລະ ໄທຍ ເດັກຜູ່ຮັບເຄາະ ມັກຖືກໄຊ້ ບັງຄັບເປັນ ຕົວສແດງໜັງໂປ້ ຢ່າງໜ້າສົງສານ.
ລາຍງານ ປະຈຳປີ ຂອງກະຊວງແຮງງານ ອາເມຣິກາ ໄດ້ອ້າງອີງ ເພີ່ມວ່າ : "ອົງການແຮງງານສາກົນ ຄາດຄຳນວນວ່າ ມີປະຊາຄົມໂລກ ຜູ່ພົ້ນກະສຽນ ອາຍຸແລ້ວ ບໍ່ຕໍ່າກວ່າ ໑໒ ລ້ານຄົນ ທີ່ເຮັດວຽກງານ ຢ່າງບໍ່ເຕັມໃຈ ຫຼືຖືກບັງຄັບ ເຖີງຂັ້ນ ຂ້ອຍຂ້າ ທາດ. ສ່ວນເດັກນ້ອຍ ທີ່ ເຮັດວຽກ ບໍ່ວ່າຈະເຮັດ ເພື່ອລ້ຽງຊີບເອງ ຫຼືຖືກບັງຄັບນັ້ນ ຄຳນວນ ໄດ້ວ່າ ມີບໍ່ຕໍ່າກວ່າ ໒໐໐ ລ້ານຄົນ ໃນທົ່ວໂລກ". ກະຊວງແຮງງານ ອາເມຣິກາ ໄດ້ວິພາກວິຈານ ນຳພ້ອມອີກວ່າ ແມ່ນຍ້ອນວິກິດການ ເສຖກິດ ປັດຈຸບັນ ທີ່ເປັນສາເຫດ ອີກອັນໜື່ງ ທີ່ເຮັດໃຫ້ ການບັງຄັບ ໄຊ້ແຮງງານ ທະວີຄູນຂື້ນ ຊື່ງຜູ່ຢູ່ ໃນສະຖານະພາບ ເປາະບາງ ງ່າຍ ແລະສະດວກ ໃນການສວຍໄຊ້ບັງຄັບ ກໍແມ່ນໄດ້ແກ່ ເດັກ ແລະ ແມ່ຍີງນັ້ນເອງ.

ເດັກນ້ອຍເຮັດວຽກ ຄົ້ນຂີ້ເຫຍື້ອ ຊອກຫາຂອງ ພໍທີ່ຈະນຳໄປໄຊ້ ຫຼືຂາຍໄດ້ ທີ່ ເບຣ່ຊີນລ໌ (ພາບ : Flickr)

ເດັກນ້ອຍເຮັດວຽກ ຄົ້ນຂີ້ເຫຍື້ອ ຊອກຫາຂອງ ພໍທີ່ຈະນຳໄປໄຊ້ ຫຼືຂາຍໄດ້ ທີ່ ເບຣ່ຊີນລ໌ (ພາບ : Flickr)

ທົບທວນວ່າ ເປົ້າໝາຍ ຂອງການ ຄົ້ນຄົ້ວລາຍງານ ຂໍ້ມູນ ຂອງກະຊວງ ແຮງງານ ອາເມຣິກາ ດັ່ງກ່າວ ແມ່ນເພື່ອປຸກຣະດົມຫຼື ໃຫ້ຂໍ້ຄິດ ແກ່ຝຸງຊົນ ຜູ່ອຸປໂພກ ແລະບໍຣິໂພກ.
ໃນບົດຄຳນຳ ຂອງລາຍງານ ປະຈຳປີ ຂອງກະຊວງແຮງງານ ອາເມຣິກາ ໄດ້ຊີ້ແຈງ ໃນຕອນໜື່ງ ວ່າ : "ຜູ່ອຸປໂພກ ແລະບໍຣິໂພກ ຈະຕ້ອງຄິດ ຢ່າງຖີ່ຖ້ວນ ຫຼືອາດບໍ່ຊີ້ ສີນຄ້າ ຊ້ຳຖ້າຫາກ ພວກເຂົາເຈົ້າ ຊາບວ່າ ສີນຄ້ານັ້ນໆ ຖືກຜລິດ ຈາກການບັງຄັບແຮງງານ ຫຼືຈາກ ອົ້ງມືນ້ອຍໆ ຂອງເດັກໄຮ້ດຽງສາ".

ວັທນະທັມ

ຍີ່ປຸ່ນ / ນະໂຍບາຍທົ່ວໄປ

ນາຍົກ ຍີ່ປຸ່ນ ທ່ານ ຢູກິໂອະ ຮາໂຕ
ຢ່າມ່າ ທີ່ ສພາແຫ່ງຊາດ ໃນມື້ນີ້
ຣ /ຣຕ

ຍີ່ປຸ່ນ ມີເຈຕນາ ພົວພັນ ແບບຖາວອນ ກັບ ອາຊີ

ຍີ່ປຸ່ນ ຕ້ອງ ເພີ່ມການ ພົວພັນ ຊອກ ຫາ ການຮ່ວມມື ກັບເຂດ ອາຊີ ໃຫ້ ມັນ ດຳເນີນ ໄປ ຢ່າງຖາວອນ

29/01/2010 10:53 TU

ປາກິສຖານ - ສານສູງສຸດ

ກອງກຳລັງທະຫານ ພົບພໍ້ ກັບພັຍ ກໍ່ການຮ້າຍ ຢ່າງລຽນຕິດ (reuters)

ລົບລ້າງ ກົດໝາຍ ນິຣະໂທດກັມ ທີ່ປ້ອງກັນ ປະທານປະເທດ

ສານສູງສຸດ ປາກິສຖານ ໄດ້ລົບລ້າງ ດຳຣັດ ການສ້າງ ຄວາມປອງດອງຊາດ ນິຣະໂທດກັມ ບຸກຄົນສຳຄັນ Phivilay

17/12/2009 12:24 TU

ກັມປູເຈັຍ - ໄທ

ຈັບອາວຸດເຖື່ອນ ໃນຂນະທີ່ ທ່ານທັກສິນ ເດີນທາງ ຮອດພນົມເປັນ

ທາງການຂອງ ປະເທດໄທ ວ່າໄດ້ຈັບ ອາວຸດເຖື່ອນ ໄດ້ 35ໂຕນ ທີ່ຂົນ ມາແຕ່ ປະເທດ ສປປ ເກົາຫລີ Phivilay

13/12/2009 14:36 TU

ເມືອງໂກເປີນຫາກ - ສຸດຢອດ ສະພາວະອາກາດ

ປະຊຸມໂລກ ຢູ່ພາຍໃຕ້ ຄວາມກົດດັນ ຂອງນັກເຄື່ອນໄຫວປະທ້ວງ

ນັກເຄື່ອນໄຫວ ປະທ້ວງ ຫລາຍໝື່ນຄົນ ທະຢອຍ ນັດກັນໄປ ຊຸມນຸມ ໃນທຸກມຸມແຈຖນົນ Phivilay

12/12/2009 14:24 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ເລີ້ມເຂົ້າ ພາກເຈຣະຈາ ດ້ານເຕັກນິກ ຢ່າງສົນລະວົນ

ຈະມີພິທີ ລົດຜ່ອນ ອາຍພິດ ອົບເອົ້າ ຈັ່ງໃດ ແມ່ນປະເທດໃດ ຈະປະຕິບັດ ແບບໃດ ຈະແບ່ງສ່ວນໂກຕ້າ ກັນຈັ່ງໃດ

09/12/2009 11:17 TU

ສຸດຢອດ - ສະພາວະອາກາດ

អ្នកវិទ្យាសាស្រ្ត​ព្យាករ​ថា នៅ​ឆ្នាំ​២១០០ សីតុណ្ហភាព​នឹង​កើន​ឡើង​ប្រមាណ ២,៥​អង្សា ប្រៀប​នឹង​សីតុណ្ហភាព​បច្ចុប្បន្ន(រូបថត៖ Reuters)

ໃຫ້ ປະຊາຄົມໂລກ ຮ່ວມມືກັນ ຮັບຜິດຊອບ

ອອກງົປມານຮ່ວມກັນ ລົດຜ່ອນອາຍພິດຮ່ວມກັນ ຕາມສັດສ່ວນ ອຸດສະຫະກັມທີ່ມີຢູ່ ອັນນີ້ແມ່ນຈຸດເດັ່ນສຳຄັນ

08/12/2009 13:04 TU

ອາກາດອົບເອົ້າ- ເມືອງໂກເປີນຫາກ

ສຸດຢອດ ຢູ່ໂກເປີນຫາກ: ສອງອາທິດ ເພື່ອແກ້ໄຂ ບັນຫາອາຍພິດ

ບໍ່ຕ່ຳກວ່າ 192 ປະເທດ ສົ່ງຜູ່ຕາງໜ້າ ໄປຮ່ວມປະຊຸມ ຂັ້ນໂລກ ຈັກກະວານ ວາງມາດຕາການ ລົດຜ່ອນ ຄວາມອົບເອົ້າ

07/12/2009 12:35 TU

ອະເມຣິກາ - ສົ່ງເສີມ ແຮງງານ

ທ່ານໂອບາມາ ຊຸກຢູ້ ໃຫ້ນັກລົງທຶນ ສົ່ງເສີມແຮງງານ

ທ່ານໂອບາມາ, ປະທານາທິບໍດີ ອະເມຣິກັນ, ຈັດຮ່ວມ ປະຊຸມສຸດຢອດ ແຫ່ງຊາດ ຢູ່ທຳນຽມຂາວ ສົ່ງເສີມແຮງງານ

04/12/2009 11:46 TU

ຝຣັ່ງ - ຍິປຸນ

ຣົດຍົນເປີໂຊຝຣັ່ງ ຈະຮ່ວມທືນ ກັບ ມິດຊຸຍບິດຊີຍິປຸ່ນ

ເປແອສອາ ເປີໂຊ ຊີໂຕຣແອນ ຂອງຝຣັ່ງ ຈະຮວມມື "ແບບ ຄູ່ຂາທາງດ້ານ ຢຸດທະສາດ" ກັບ ບໍຣິສັດ ມິດຊຸຍບິດຊີ ຂອງຍິປຸ່ນ

03/12/2009 11:27 TU

ອີຣານ - ນິວຄະເລັຍ

ທ່ານມັດມຸດ ອັດມາດິນເນຊັດ, ປະທານອີຣານ

ປະທານອີຣານ ທ້າທາຍ ຊາວໂລກ ເທື່ອໃໝ່

ທ່ານມັດມຸດ ອັດມາດິນເນຊັດ ຢັ້ງຢືນວ່າ ໄດ້ອະນຸຢາດ ໃຫ້ເລີ້ມ ບຸກເບີກ ກໍ່ສ້າງ ສູນກາງ ກັ່ນທາດພລັງງານ ນິວຄະເລີຍ ຕື່ມອີກ ສີບແຫ່ງ

02/12/2009 11:18 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU