ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິເຄາະປັນຫາໂລກຮ້ອນ

ສຫະຣັດອະເມຣິກາ ຈະຊ່ວຍແກ້ໄຂປັນຫາ ໄດ້ແນວໃດ?

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/10/2008 13:59 TU

ກ່ຽວກັບອາກາດອົບເອົ້າ
ເຮັດໃຫ້ຝົນຕົກໜັກ ນີ້ຄື
ນ້ຳຖ້ວມໃນອິນເດັຽໃນ
ເດືອນກໍລະກົດ 2007ຮູບ:RFI/Reuters

ກ່ຽວກັບອາກາດອົບເອົ້າ ເຮັດໃຫ້ຝົນຕົກໜັກ ນີ້ຄື ນ້ຳຖ້ວມໃນອິນເດັຽໃນ ເດືອນກໍລະກົດ 2007
ຮູບ:RFI/Reuters

ສຫະຣັດອະເມຣິກາເປັນໜຶ່ງໃນຈຳນວນປະເທດເປັນແຊມປ້ຽນໂລກໃນການປ່ອຍ
ກ໊າສ CO2 ທຳລາຍຊັ້ນຂອງບັນຍາກາດ ຊຶ່ງກໍຄືສາເຫດເຮັດໃຫ້ອຸນຫະພູມ
ໂລກສູງຂື້ນ ປັດຈຸບັນໂລກກ່າວຫາວ່າລຸງແຊມ ເສີຍເມີຍຕໍ່ການແກ້ໄຂປັນຫາ
ບັນດາຊ່ຽວຊານຕ່າງກໍມີທັສນະວ່າຖ້າປາສຈາກການຮ່ວມມືຂອງສຫະຣັດອະເມ
ຣິກາແລ້ວມາຕຣາການໃດກໍຈະບໍ່ສາມາດແກ້ໄຂປັນຫາໄດ້

GWB ພຍາຍາມລົດຜ່ອນ ຄວາມໂດດດ່ຽວ
ເຖິງໄດ້ປະຕິເສດການເຂົ້າຮ່ວມປະຊຸມໃນຂອບອົງການສຫະປະຊາຊາດວ່າດ້ວຍປັນຫາໂລກ
ຮ້ອນທີ່ກຸງນິວຢອຣ໌ກເມື່ອວານນີ້ (ຈັນ 24 ກັນຍາ) ກໍຕາມ ແຕ່ປະທານາທິບໍດີ ຢອຣ໌ຊ
ດັບ ເບີ້ນຢູ ບຸຊ (GWB) ກໍໄດ້ຮ່ວມຮັບປະທານອາຫານຄ່ຳກັບບັນດາຜູ້ນຳຈາກ 20 ປະ
ເທດສຳຄັນທີ່ກ່ຽວຂ້ອງກັບປັນຫາໂລກຮ້ອນນີ້ ອັນເປັນການສແດງອອກເຖິງວ່າສຫະຣັດອະ
ເມຣິກາບໍ່ໄດ້ຕັດຂາດຈາກການພຍາຍາມແກ້ໄຂປັນຫາ

ພ້ອມດຽວກັນກໍເປັນການພຍາຍາມລົດຜ່ອນຕໍ່ການຖືກໂດດດ່ຽວໃນເວທີໂລກ ອັນເນື່ອງມາ
ຈາກສຫະຣັດອະເມຣິກາໄດ້ຖອນຕົວອອກຈາກສົນທິສັນຍາກຽວໂຕ

ອີກຈຸດໜຶ່ງ ທີ່ຊີ້ໃຫ້ເຫັນວ່າສຫະຣັດກໍຢາກແກ້ໄຂປັນຫາເຊັ່ນດຽວກັນ ກໍຄືການທີ່ທ່ານປະ
ທານາທິບໍດີ GWB ໄດ້ເຊື້ອເຊີນບັນດາປະເທດຕ່າງໆ 16 ປະເທດອຸດສາຫະກັມໃຫຍ່
ຮ່ວມປະຊຸມໃນວັນພະຫັດແລະສຸກທີ່ຈະເຖິງນີ້ (27 – 28 ກັນຍາ) ຕື່ມອີກທີ່ກຸງວໍຊິງຕັນ
ເພື່ອເວົ້າກັນເຖິງວິທີການແກ້ໄຂປັນຫາຄວາມຮ້ອນຂອງໂລກ

ສອງຈຸດທີ່ກ່າວມານີ້ ຄືສັນຍານບົ່ງບອກເຖິງວ່າສຫະຣັດອະເມຣິກາໄດ້ມີການປ່ຽນແປງ
ທ່າທີບາງປະການກ່ຽວກັບການຕໍ່ສູ້ກັບການສູງຂື້ນຂອງອຸນຫະພູມໂລກ ແຕ່ໃຫ້ເປັນການ
ຕໍ່ສູ້ໄປຕາມແນວທາງທີ່ສຫະຣັດອະເມຣິກາຈະນຳສເນີ ແທນທີ່ຈະໃຫ້ມີການວາງກົດ
ເກນບັງດ້ວຍການກຳໜົດຕົວເລກຄັກແນ່ ດັ່ງທີ່ໄດ້ບັນຍັດເອົາໄວ້ໃນສົນທິສັນຍາກຽວ
ໂຕ

ສຫະຣັດຖືກຊີ້ໜ້າມາຕລອດ
ທີ່ວ່າມີການປ່ຽນແປງທ່າທີກໍເພາະເປັນການປຽບທຽບກັບກ່ອນໜ້ານີ້ ທີ່ສຫະຣັດອະເມ
ຣິກາໄດ້ຖືກຊີ້ໜ້າມາຕລອດໂດຍບັນດາອົງການຈັດຕັ້ງຮັກສາສພາບສິ່ງແວດລ້ອມວ່າ
ເປັນປະເທດທີ່ບໍ່ສົນໃຈແກ້ໄຂປັນ ຫາ

ທີ່ຖືກກ່າວຫາເຊັ່ນນີ້ກໍເພາະ ນອກຈາກເປັນໜຶ່ງໃນຈຳນວນປະເທດແຊມປ້ຽນທັງຫລາຍ
ຂອງການປ່ອຍກ໊າສ CO2 ແລ້ວ ສຫະຣັດຍັງໄດ້ຖອນຕົວອອກຈາກສົນທິສັນຍາກຽວໂຕ
ຕື່ມອີກທັງໆທີ່ວ່າກ່ອນໜ້ານີ້ຕົນເອງກໍໄດ້ຮ່ວມລົງນາມ

ເຫດຜົນການຖອນຕົວ
ສຫະຣັດອະເມຣິກາໃຫ້ເຫດຜົນ ຫລືວ່າຍົກຂໍ້ອ້າງໃນການຖອນຕົວວ່າ ເພາະສົນທິສັນຍາ
ກຽວໂຕວາງກົດຂໍ້ບັງຄັບຫລາຍໂພດ ກ່າວຄືກຳໜົດໃຫ້ບັນດາປະເທດສມາຊິກຕ້ອງລົດ
ການປ່ອຍກ໊າສ CO2 ລົງໃຫ້ໄດ້ໃນຣະດັບ 5% ເມື່ອປຽບທຽບກັບຣະດັບຂອງ 1990 ຊຶ່ງ
ສຫະຣັດອະເມຣິກາຄາດວ່າ ເປັນໄປບໍ່ໄດ້

ທັງນີ້ເພາະການລົດການປ່ອຍກ໊າສ CO2 ຍ່ອມໝາຍເຖິງວ່າຕ້ອງລົດຜ່ອນກິຈການ
ທາງດ້ານອຸດສາຫະກັມລົງ ອັນຈະເປັນສາເຫດເຮັດໃຫ້ເກີດປັນຫາທາງດ້ານເສຖກິດ
ການວ່າງງານ ແລະປັນ ຫາທາງດ້ານອື່ນໆຕິດຕາມມາ

ນອກຈາກນີ້ອີກ ຣັຖບານວໍຊິງຕັນຍັງເຫັນອີກວ່າສົນທິສັນຍາກຽວໂຕຂາດຄວາມຍຸດຕິທັມ
ກ່າວຄືເປັນສົນທິສັນຍາທີ່ບັງຄັບສເພາະບັນດາປະເທດອຸດສາຫະກັມໃຫຍ່ເທົ່ານັ້ນ ໃຫ້ໃຊ້
ຄວາມພຍາຍາມ ໃນຂນະທີ່ບັນດາປະເທດທີ່ກຳລັງພັທນາແລະກ້າວເຂົ້າສູ່ຍຸກອຸດສາຫະ
ກັມ ເຊັ່ນ ສປ ຈີນ,  ອິນເດັຽ,  ເບຣຊິລ  ແລະອື່ນໆ ບໍ່ໄດ້ຖືກວາງກົດບັງຄັບ

ນອກຈາກນີ້ສຫະຣັດອະເມຣິກາຍັງອ້າງອີກວ່າ ການທີ່ອຸນຫະພູມຂອງໂລກສູງຂື້ນ ບໍ່ໄດ້ມີ
ສາເຫດມາຈາກການປ່ອຍກ໊າສ CO2 ຢ່າງດຽວເທົ່ານັ້ນ ຫາກແຕ່ວ່າການຕັດໄມ້ທຳ
ລາຍປ່າໃນບັນດາປະເທດດ້ອຍພັທນາກໍແມ່ນສາເຫດຄືກັນ ເພາະສນັ້ນການພຍາຍາມ
ແກ້ໄຂປັນຫາຈະຕ້ອງໃຫ້ມີການຮ່ວມມືກັນຈາກທຸກປະເທດໃນໂລກ ແທນທີ່ຈະໃຫ້ແຕ່ບັນ
ດາປະເທດອຸດສາຫະກັມໃຫຍ່ຮັ່ງມີເປັນຜູ້ພຍາຍາມແກ້ໄຂແຕ່ພຽງຝ່າຍດຽວ

ອາກາດອົບເອົ້າເຮັດໃຫ້ນ້ຳ
ກ້ອນເປື່ອຍໃນທົ່ວໂລກ ນ້ຳ
ມະຫາສມຸດ ກໍຫຼາຍຂຶ້ນກວ່າ
ເກົ່າ ຖ້ວມເມືອງແຄມຝັ່ງ...
ຮູບ :RFI/Reuters

ການທົດລອງພິສູດຄວາມໄວຂອງການລະລາຍຂອງນ້ຳແຂງ ຍິ່ງອຸນຫະພູມສູງຂື້ນເທົ່າໃດ

ຄວາມໄວຂອງການລະລາຍກໍຍິ່ງສູງຕາມໄປນຳ (ພາບ: Reuters)

 

ສຫະຣັດສເນີແກ້ໄຂປັນຫາແນວໃດ?
ລາຍລະອຽດຄັກແນ່ທາງດ້ານເຕັກນິກຍັງບໍ່ມີການເປີດເຜີຍເທື່ອ ແຕ່ປະທານາທິບໍດີບຸຊ ກໍ
ເຄີຍໄດ້ກ່າວເຖິງຫລາຍຄັ້ງແລ້ວວ່າການແກ້ໄຂປັນຫາໂລກຮ້ອນ ຈະສາມາດເປັນໄປໄດ້ກໍ
ຕໍ່ເມື່ອແກ້ໄຂໂດຍການພັທນາວິທຍາການສມັຍໃໝ່ ເວົ້າອີກຢ່າງໜຶ່ງກໍຄືຕ້ອງຊອກຫາ
Technology ຊັ້ນສູງ Technology ສມັຍໃໝ່ເພື່ອນຳເອົາມາແກ້ໄຂປັນຫາໂດຍບໍ່ໃຫ້ບັນ
ດາປະເທດອຸດສາຫະກັມຮັ່ງມີເປັນຜູ້ແບກຫາມພາຣະແຕ່ພຽງຜູ້ດຽວ

 

ສຫະຣັດອາດເຜີຍລາຍລະອຽດກ່ຽວກັບເຣື່ອງນີ້ຕື່ມອີກກໍໄດ້ໃນການປະຊຸມຂອງບັນດາ 16 ປະເທດໃນວັນພະຫັດແລະວັນສຸກທີ່ຈະເຖິງນີ້ທີ່ວໍຊິງຕັນ ຊຶ່ງກໍຖືໄດ້ວ່າແມ່ນບາດລ໊ຽວທີ່ສຳ
ຄັນ ຫລືວ່າການປ່ຽນທ່າທີໃໝ່ທີ່ສຳຄັນຂອງສຫະຣັດອະເມຣິກາໃນການຕໍ່ຕ້ານກັບການສູງ
ຂື້ນຂອງອຸນຫະພູມຜິວໂລກ

 

ເພາະສນັ້ນກໍຕ້ອງຄອຍຕິດຕາມເບີ່ງຕໍ່ໄປອີກເພື່ອທີ່ຈະຮູ້ວ່າຫລັງກອງປະຊຸມລະຫວ່າງສຫະ
ຣັດແລະ 16 ປະເທດອຸດສາຫະກັມໃນວັນທີ 27 – 28 ກັນຍານີ້ທີ່ກຸງວໍຊິງຕັນແລ້ວ ລຸງ
ແຊມຈະມີການປະກາດ
ສເນີລາຍລະອຽດຄັກແນ່ທາງດ້ານ Technique ເພື່ອການແກ້ໄຂ
ປັນຫາແນວໃດ
ທີ່ເປັນຮູປທັມ ໂດຍສເພາະທ່ານປະທານາທິບໍດີບຸຊຈະຕັດສິນໃຈໃຫ້ຄນະຜູ້
ແທນອະເມຣິກັນເຂົ້າຮ່ວມກອງປະຊຸມທີ່ບາຫລີໃນເດືອນທັນ
ວາໜ້າຫລືບໍ່

 

ບັນດາຊ່ຽວຊານໃດໆຕ່າງກໍເຊື່ອກັນວ່າຖ້າປາສຈາກການຮ່ວມໄມ້ຮ່ວມມືຂອງສຫະຣັດອະເມ
ຣິກາແລ້ວ ມາຕຣາການໃດໆທີ່ວາງອອກກໍຈະບໍ່ສາມາດບັນລຸເຖິງເປົ້າໝາຍທີ່ວາງໄວ້ໄດ້

       ຖ້າບໍ່ແກ້ປັນຫາ

  ຈະມີອັນຕຣາຍໃດເກີດຂື້ນ?
ກຸ່ມຜູ້ຊ່ຽວຊານຂອງອົງການສຫະປະຊາ
ຊາດກ່ຽວກັບການປ່ຽນແປງຂອງອາ
ກາດ ໄດ້ສເນີລາຍງານຫລາຍສບັບ
ເຕືອນໃຫ້ຮູ້ວ່າການທີ່ອຸນຫະພູມໂລກໄດ້
ສູງຂື້ນແມ່ນສືບເນື່ອງມາຈາກການກະ
ທຳຂອງມວນມນຸດເອງ (ຄວັນພິດຈາກ
ໂຮງງານອຸດສາຫະກັມ, ຄວັນຣົດຍົນ, ການຕັດໄມ້ທຳລາຍປ່າເປັນຕົ້ນ) ທີ່ອາດສາມາດ
ທຳໃຫ້ອຸນຫະພູມໂລກສູງຂື້ນໄດ້ເຖິງ "6,4 ອົງສາແຊລຊ໊ຽສ" ໃນຣະຍະ 100 ປີຂ້າງ
ໜ້າ

 

ໃນຣະຍະຫລາຍປີຫລັງໆຜ່ານມານີ້ ເຮົາກໍໄດ້ເຫັນເປັນປະຈັກຕາແລ້ວ່າເກີດພາຍຸໃຫຍ່ພັດ
ກະໜ່ຳໃນປະເທດນັ້ນປະເທດນີ້ ເກີດນ້ຳຖ້ວມໜັກໃນພາກສ່ວນນັ້ນສ່ວນນີ້ຂອງໂລກ ໃນ
ຂນະດິນແດນທີ່ເຄີຍແຫ້ງແລ້ງ ກໍມາຖືກນ້ຳຖ້ວມ ບ່ອນເຄີຍຖືກນ້ຳຖ້ວມກໍກາຍມາແຫ້ງ

ແລ້ງ ບ່ອນເຄີຍໜາວກາຍມາເປັນຮ້ອນ ບ່ອນເຄີຍຮ້ອນກາຍໄປເປັນໜາວ

 

ທັງນີ້ແມ່ນເກີດມາຈາກຊັ້ນຂອງບັນຍາກາດ ຫລືທີ່ ເອີ້ນອີກຢ່າງໜຶ່ງ Ozone ທີ່ຫຸ້ມຫໍ່ໂລກ
ໄວ້ ຖືກທຳລາຍດ້ວຍກ໊າສ CO2 ໃຫ້ບອບບາງລົງ ເຮັດໃຫ້ແສງອາທິດສ່ອງລົງສູ່ໂລກ
ຫລາຍຂື້ນ

 

ບາງຕົວຢ່າງ: ຖ້າບໍ່ມີການແກ້ໄຂປັນຫາອັນໃດເລີຍ ຣະດັບນ້ຳທະເລກໍຈະສູງຂື້ນ, 1/3
ຂອງປະເທດບັງຄລາເທດກໍຈະຈົມຢູ່ໃຕ້ນ້ຳ ຊາວບັງຄລາເທດປະມານ 30 – 40 ລ້ານ
ຄົນໃນຈຳນວນພົລເມືອງທັງໝົດ 140 ລ້ານຄົນ ຈະຕ້ອງອົພຍົບຫລົບໜີຫາທີ່ຕັ້ງຫລັກ
ແຫລ່ງໃໝ່

 

ໃນຂນະທີ່ບັນດາປະເທດປະເທດຕ່າງໆທີ່ເປັນເກາະເລັກເກາະນ້ອຍໃນມຫາສມຸດປາຊີ
ຟິກກໍຈະຫາຍສາບສູນລົງໄປຢູ່ໃນກົ້ນບຶ້ງຂອງມຫາສມຸດໃນອີກ 50 ປີຂ້າງ ໜ້າ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU