ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດໄທຍ

ຄວາມບອບບາງ ຂອງຣັຖບານຊຸດໃໝ່

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/12/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/12/2008 15:50 TU

ທ່ານອະພິສິດ ເວຊຊາຊີວະ ໄດ້ຮັບຄວາມ
ໄວ້ວາງໃຈຈາກສະພາ  ດ້ວຍຄະແນນສຽງ
235 ຕໍ່ 198 ໃຫ້ດຳຣົງຕຳແໜ່ງນາຍົກ ຣ
ມຕ ໄທຍ ຄົນໃໝ່ (ພາບ: Reuters)

ທ່ານອະພິສິດ ເວຊຊາຊີວະ ໄດ້ຮັບຄວາມ ໄວ້ວາງໃຈຈາກສະພາ ດ້ວຍຄະແນນສຽງ 235 ຕໍ່ 198 ໃຫ້ດຳຣົງຕຳແໜ່ງນາຍົກ ຣ ມຕ ໄທຍ ຄົນໃໝ່ (ພາບ: Reuters)

ຖືໄດ້ວ່າການທີ່ ທ່ານອະພິສິດ ເວຊຊາຊີ
ວະ ໄດ້ຮັບຄວາມໄວ້ວາງໃຈຈາກສະພາ
ໃຫ້ດຳຣົງຕຳແໜ່ງ ນາຍົກ ຣມຕ ປະ
ກອບຣັຖບານຊຸດໃໝ່ ໂດຍມີສຽງສນັບ
ສນຸນ 235 ຕໍ່ 198 ນັ້ນເປັນການເຮັດ
ໃຫ້ຄວາມສັບສົນວຸ້ນວາຍ ຄວາມປັ່ນປ່ວນ
ທາງດ້ານການເມືອງໃນປະເທດໄທຍທີ່
ດຳເນີນຢ່າງລຽນຕິດມາເປັນເວລາເຖິງ
10 ເດືອນນັ້ນ ໄດ້ສິ້ນສຸດລົງ ຢ່າງນ້ອຍ
ທີ່ສຸດກໍເປັນການຊົ່ວຄາວ

ແຕ່ບໍ່ໄດ້ໝາຍຄວາມວ່າຈະເປັນການຮັບປະກັນການມີສະເຖັຽຣະພາບທາງດ້ານ
ການເມືອງໄດ້ຢ່າງໝັ້ນ ຄົງຖາວອນ ທັງນີ້ອັນເນື່ອງມາຈາກປະເທດໄທຍໄດ້
ແບ່ງແຍກກັນອອກເປັນສອງຝ່າຍເຫັນໄດ້ຢ່າງຊັດ ແຈ້ງທີ່ສຸດ ຝ່າຍໜຶ່ງ "ເສື້ອ
ເຫລືອງ" ນິຍົມກະສັດແລະຕໍ່ຕ້ານທັກສິນ ແລະ ອີກຝ່າຍໜຶ່ງ "ເສື້ອແດງ" ນິ
ຍົມອດີດນາຍົກ ຣມຕ ຊຶ່ງໃນຕອນນີ້ລີ້ໄພການເມືອງໃນຕ່າງປະເທດ

ການປ່ຽນຄ້າຍ
ທີ່ພວກເຮົາໃຫ້ການວິເຄາະຄືແນວນີ້ ປະການທີໜຶ່ງ ເພາະໃນລະບົບການເມືອງຂອງໄທຍ
"ການປ່ຽນຄ້າຍ" ເປັນປະເພນີການເມືອງທີ່ມີການປະຕິບັດກັນຢ່າງກວ້າງຂວາງ ໂດຍມີ
ຜົນປໂຍດເປັນຕົວກຳໜົດ

ການທີ່ ທ່ານອະພິສິດ ເວຊຊາຊີວະ ສາມາດໄດ້ຮັບຄວາມໄວ້ວາງໃຈຈາກສະພາໃນເທື່ອ
ນີ້ ກໍແມ່ນ "ການປ່ຽນຄ້າຍ" ເປັນປັດໃຈສຳຄັນ ໂດຍ ສສ ຈຳນວນເຖິງ 67 ທ່ານ ທີ່ເຄີຍ
ຮ່ວມສນັບສນຸນຣັຖບານນິຍົມທັກສິນທີ່ຕົກໄປແລ້ວນັ້ນ ໄດ້ປິ້ນເສື້ອຫັນມາໃຫ້ການສນັບສນຸນ
ພັກປະຊາທິປັດຝ່າຍຄ້ານ ຈົນຫົວໜ້າພັກໄດ້ກາຍມາເປັນນາຍົກ ຣມຕ ຄົນໃໝ່ ທີ່ມີສຽງ
ສະໜັບສະໜຸນໃນສະພາເກີນກວ່າສຽງສ່ວນຫລາຍເດັດຂາດພຽງແຕ່ 7 ສຽງເທົ່ານັ້ນ
ໃນຈຳນວນ ສສ ທັງໝົດ 447 ທ່ານໃນສະພາ

ຖືໄດ້ວ່າເປັນສຽງສນັບສນຸນທີ່ "ບອບບາງ" ໃນກໍຣະນີເກີດການຂັດແຍ່ງພາຍໃນແລະມີ
ການຖອນຕົວຂອງພັກຮ່ວມຣັຖບານປະສົມ ຣັຖບານຂອງ ທ່ານອະພິສິດ ເວຊຊາຊີວະ ກໍ
ອາດຕົກໃນຍາມໃດກໍໄດ້

ຊ່ອງວ່າງລະຫວ່າງຄົນໃນເມືອງອລະຊົນນະບົດ

ປະການທີ່ສອງ ນາຍົກ ຣມຕ ຄົນໃໝ່ ຈິງຢູ່ເປັນນັກການເມືອງໜຸ່ມ ອາຍຸພຽງ 44 ປີ ມີ
ແນວຄວາມຄິດທັນສະໄໝ ໄດ້ຮັບການສຶກສາທີ່ມີຄຸນນະພາບຈາກມະຫາວິທຍາໄລນາມ
ກະເດື່ອງຣະດັບໂລກທີ່ປະ ເທດອັງກິດ ຄືມະຫາວິທຍາໄລ "Oxford" ຈຶ່ງເປັນທີ່ນິຍົມ
ຊົມຊອບຂອງບັນດາປັນຍາຊົນ ຂອງວົງການທຸຣະກິດການຄ້າໃນນະຄອນຫລວງ ໃນຫົວ
ເມືອງໃຫຍ່ ແລະ ໃນພາກໃຕ້ຂອງປະເທດ ແຕ່ສໄຕລ໌ ຂອງທ່ານ ທີ່ເປັນບຸກຄົນທີ່ມາ
ຈາກຄອບຄົວທີ່ມີຖານະ ຊໍ້າພັດເຂົ້າກັນຍາກກັບພົລເມືອງໃນຊົນນະບົດ ຊຶ່ງເປັນພົລ
ເມືອງສ່ວນໃຫຍ່ຂອງປະເທດ ແລະ ເປັນຖານຄະແນນທີ່ໜຽວແໜ້ນຂອງກຸ່ມນິຍົມ
ທ່ານທັກ ສິນ ຊິນນະວັດ

ກ່າວກັນວ່າ ທ່ານອະພິສິດ ເວຊຊາຊີວະ ຕະໜັກແກ່ໃຈເປັນຢ່າງດີເຖິງປັນຫາຂໍ້ນີ້ ແລະ
ໄດ້ໃຊ້ຄວາມພະຍາຍາມເຕັມທີ່ເພື່ອລົງພື້ນຖານໃຫ້ສາມາດເຂົ້າກັບ "ຄົນບ້ານນອກ"
ໃຫ້ໄດ້ ແຕ່ທ່ານກໍປະສົບກັບຄວາມລົ້ມແຫລວ

ນອກຈາກນີ້ ກຸ່ມຄົນ "ເສື້ອແດງ" ຊໍ້າພັດຍັງປະກາດຈະເດີນໜ້າສະແດງພະລັງຢູ່ຕໍ່ໄປ
ໂດຍຈະເຮັດທຸກວິທີທາງທີ່ສາມາດເຮັດໄດ້ເພື່ອຂັດຂວາງການປະຕິບັດງານຂອງຄະ
ນະຣັຖບານຊຸດໃໝ່

ເມື່ອສະຫລຸບຄວາມແລ້ວ ພວກເຮົາຍັງເບີ່ງບໍ່ເຫັນວ່າການທີ່ ທ່ານອະພິສິດ ເວຊຊາຊີ
ວະ ໄດ້ກາຍມາເປັນນາຍົກ ຣມຕ ຄົນໃໝ່ ຈະເຮັດໃຫ້ປະເທດໄທຍຫວນກັບຄືນສູ່ການມີ
ສະເຖັຽຣະພາບທາງດ້ານການ ເມືອງທີ່ໝັ້ນຄົງຖາວອນໄດ້ຄືແນວໃດ

ນອກຈາກນີ້ ການທີ່ປະເທດໄທຍໄດ້ຈົມດິ່ງລົງສູ່ວິກິດການທາງດ້ານການເມືອງນັບຕັ້ງ
ແຕ່ປີ 2006 ເປັນຕົ້ນມາ ກໍເປັນການຊີ້ໃຫ້ເຫັນວ່າ ລະບອບປະຊາທິປະໄຕໃນປະເທດ
ໄທຍຍັງບໍ່ໄດ້ຮັບການຍອມຮັບນັບຖືຈາກສັງຄົມເທົ່າທີ່ຄວນຈະເປັນ

ແຕ່ຢ່າງໃດ ກໍຕ້ອງຄອຍຕິດຕາມເບີ່ງກັນຕໍ່ໄປ ບາງທີ ນາຍົກ ຣມຕ ຄົນໃໝ່ຂອງໄທຍ
ອາດສາມາດພິກປິ້ນການວິເຄາະຂອງບັນດານັກສັງເກດການທັງຫລາຍກໍອາດເປັນ
ໄປໄດ້ ຖ້າວ່າເພີ່ນສາມາດເຮັດໄດ້ແນວນັ້ນແທ້ ກໍຈະຖືໄດ້ວ່າເພີ່ນເປັນນັກການເມືອງ
ທີ່ມີພອນສວັນເປັນເລີດ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU