ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການລົດຜ່ອນ ອຸນຫະພູມ ຜິວໂລກ

ຍາກ ຖ້າປາສຈາກ ຈີນ ແລະ ອະເມຣິກາ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 24/07/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 24/07/2009 13:10 TU

ສປ ຈີນ ແລະ ສຫຣ ອະເມຣິກາ ເປັນສອງປະເທດມະຫາອຳນາດອຸດສາຫະກັມ ທີ່ປ່ອຍຄວັນພິດ CO2 ຫລາຍທີ່ສຸດ
ໃນໂລກ (ພາບ: Fotolia)

ສປ ຈີນ ແລະ ສຫຣ ອະເມຣິກາ ເປັນສອງປະເທດມະຫາອຳນາດອຸດສາຫະກັມ ທີ່ປ່ອຍຄວັນພິດ CO2 ຫລາຍທີ່ສຸດ ໃນໂລກ (ພາບ: Fotolia)

ຄວາມພະຍາຍາມຂອງປະຊາຄົມໂລກໃນການລົດຜ່ອນອຸນຫະພູມຜິວໂລກ ຈະມີ
ໂອກາດປະສົບຜົນສໍາເຣັດໄດ້ຫລາຍຂຶ້ນ ຖ້າໄດ້ຮັບການຮ່ວມໄມ້ຮ່ວມມືຈາກ ສປ
ຈີນ ແລະ ສຫຣ ອະເມຣິກາ ເພາະມະຫາອໍານາດຂອງໂລກສອງປະເທດນີ້ ເປັນຕົ້ນຕໍປັນຫາສໍາຄັນກວ່າໝູ່

ເພາະສະນັ້ນການຢ້ຽມຢາມ ສປ ຈີນ ຂອງທ່ານ ບັນ ກີມູນ ເລຂາທິການໃຫຍ່ອົງການ
ສະຫະປະຊາຊາດ ຈຶ່ງແມ່ນການຢ້ຽມຢາມທີ່ມີຄວາມສຳຄັນຍິ່ງ ທັງນີ້ເພາະຖ້າປາສຈາກ
ການຮ່ວມໄມ້ຮ່ວມມືຂອງຈີນແລ້ວ ກໍຍ່ອມເປັນໄປໄດ້ຍາກທີ່ໂລກຈະປະສົບຜົນສຳເຣັດໄດ້
ຢ່າງສົມບູນແບບໃນການຊອກຫາສົນທິສັນຍາສບັບໃໝ່ ທີ່ແນໃສ່ການຕໍ່ສູ້ກັບການປ່ຽນ
ແປງຂອງດິນຟ້າອາກາດຂອງໂລກ

ທີ່ວ່າແນວນີ້ກໍເພາະ ໃນປັດຈຸບັນນີ້ ສປ ຈີນ ແລະ ສຫຣ ອະເມຣິກາ ໄດ້ກາຍມາເປັນ
ສອງປະເທດທີ່ ປ່ອຍແກ໊ສ CO2 ອອກສູ່ບັນຍາກາດຫລາຍທີ່ສຸດໃນໂລກ.....ແກ໊ສ
CO2 ຊຶ່ງກໍຄືຄວັນພິດຕ່າງໆ ທີ່ປ່ອຍອອກຈາກບັນດາໂຮງຈັກໂຮງງານນັ້ນເອງ ຄື
ສາເຫດຕົ້ນຕໍເຮັດໃຫ້ອຸນຫະພູມໂລກສູງຂຶ້ນ

ອັນທີ່ຈິງ ທັງ ສຫຣ ອະເມຣິກາ ແລະ ສປ ຈີນ ບໍ່ໄດ້ຮ່ວມລົງນາມໃນສົນທິສັນຍາກຽວ
ໂຕວ່າດ້ວຍການລົດຜ່ອນອຸນຫະພູມຜິວໂລກ ເພາະສະນັ້ນຕາມທິສດີແລ້ວສອງປະເທດ
ນີ້ຈຶ່ງບໍ່ມີພັນທະບັງຄັບວ່າ ຕ້ອງລົດຜ່ອນການປ່ອຍແກ໊ສ CO2 ເປັນຕົວເລກຄັກແນ່

ແຕ່ປັນຫາມີຢູ່ວ່າ ຕໍ່ໜ້າສຖານະການການປ່ຽນແປງຂອງອາກາດທີ່ເປັນໄປຢ່າງວ່ອງ
ໄວຢ່າງໃນທຸກວັນນີ້ ສອງປະເທດມະຫາອຳນາດໂລກ ສປ ຈີນ ແລະ ສຫຣ ອະເມຣິກາ
ຈຶ່ງບໍ່ມີທາງຫລີກລ້ຽງໄດ້ ຈຳເປັນຈະຕ້ອງໄດ້ເອົາຄວາມຮັບຜິດຊອບຮ່ວມກັນກັບປະຊາ
ຄົມໂລກ

ສຫຣ ອະເມຣິກາ ພາຍໃຕ້ການນຳຂອງ ບາຣັກ ໂອບາມາ ໄດ້ສແດງເຈຕນາຈະແຈ້ງ
ແລ້ວວ່າ ຈະປ່ຽນຈາກໜ້າມືເປັນຫລັງມືເມື່ອທຽບກັບ ສຫຣ ອະເມຣິກາ ສະໄໝ GWB
ເປັນຜູ້ນຳໃນຣະຍະແປດປີທີ່ຜ່ານມາ ທີ່ປະຕິເສດ "ສົນທິສັນຍາກຽວໂຕ" ເພາະເຫັນວ່າ
ບັງຄັບແຕ່ບັນດາປະເທດອຸດສາຫະກັມໃຫຍ່ ແຕ່ບໍ່ວາງກົດບັງຄັບຫຍັງຫລາຍຕໍ່ບັນດາ
ປະເທດດ້ອນພັທນາ ທີ່ເປັນຕົ້ນຕໍຂອງພາວະໂລກຮ້ອນຄືກັນ ເຊັ່ນການຕັດໄມ້ທຳລາຍປ່າ
ເປັນຕົ້ນ

ເມື່ອ ບາຣັກ ໂອບາມາ ຂຶ້ນຄອງຕຳແໜ່ງປະທານາທິບໍດີ ຈຶ່ງມີຄວາມເປັນໄປໄດ້ຢ່າງ
ສູງທີ່ ສຫຣ ອະເມຣິກາ ຈະເຂົ້າຮ່ວມໃນສົນທິສັນຍາສບັບໃໝ່ທີ່ຈະທົດແທນສົນທິສັນຍາ
ກຽວໂຕຕັ້ງແຕ່ປີ 2012 ເປັນຕົ້ນໄປ ແລະ ຮ່ວມໄມ້ຮ່ວມມືຢ່າງໃກ້ຊິດກັບ ສປ ຈີນ ແລະ
ອິນເດັຽ ເພື່ອລົດຜ່ອນອຸນຫະພູມຜິວໂລກ

ມື່ອທ້າຍເດືອນມິຖຸນາຜ່ານມາ ສະພາຕໍ່າອະເມຣິກັນກໍໄດ້ລົງມະຕິຮັບຮອງເອົາຮ່າງ
ກົດໝາຍທີ່ແນໃສ່ການລົດຜ່ອນການປ່ອຍແກ໊ສ CO2 ໃຫ້ໄດ້ 17% ຈາກນີ້ເຖິງປີ
2020 ເມື່ອທຽບກັບລະດັບຂອງປີ 2005

ພ້ອມດຽວກັນກໍເລັ່ງການພັທນາແຫລ່ງພລັງງານທີ່ສະອາດ ເຊັ່ນ Bio-Diesel, ພະລັງ
ງານແສງແດດ, ພລັງງານລົມ ແລະ ອື່ນໆ ເພື່ອໄປສູ່ເປົ້າໝາຍລົດຜ່ອນການປ່ອຍ
ແກ້ສ CO2 ໃຫ້ໄດ້ເຖິງ 85% ໃນປີ 2050

ແຕ່ເຖິງປານນັ້ນກໍຕາມ ທາງ ສປ ຈີນ ກໍຍັງເຫັນວ່າບໍ່ເປັນການພຽງພໍ ສຫຣ ອະເມຣິກາ
ຕ້ອງພະຍາຍາມຫລາຍກວ່ານັ້ນ ເພາະຖືວ່າເປັນຜູ້ເຮັດໃຫ້ໂລກເປິເປື້ອນຫລາຍທີ່ສຸດ
ຊຶ່ງກໍຄືຕົ້ນຕໍໃຫຍ່ທີ່ເຮັດໃຫ້ໂລກຮ້ອນນັ້ນເອງ

ກໍແມ່ນຍ້ອນສອງປະເທດຍັກໃຫຍ່ ຍັງບໍ່ສອດຄ່ອງກັນໃນຕົວເລກ ທ່ານບັນ ກີມູນ ຈຶ່ງວ່າ
ເດີນທາງມາ ສປ ຈີນ ໃນມື້ນີ້ ເພື່ອພະຍາຍາມຊອກຫາທາງໃຫ້ມີການສອດຄ່ອງກັນ
ລະຫວ່າງສອງຍັກໃຫຍ່ ຜູ້ປ່ອຍແກ໊ສ CO2 ຫລາຍທີ່ສຸດໃນໂລກ

ຢ່າງໃດກໍຕາມ ໃນຣະຍະຫລັງໆຜ່ານມານີ້ ສປ ຈີນ ກໍໄດ້ຕໍ່ສູ້ກັບປັນຫາສະພາບສິ່ງແວດ
ລ້ອມຂອງຕົນບໍ່ແມ່ນຂອງຄ່ອຍ ອັນເກີດຈາກການພັທນາອຸດສາຫະກັມຂນານໃຫຍ່
ຍ້ອນວ່າພລັງງານເຖິງ 70% ຂອງຈີນມາຈາກຖ່ານຫິນ ທີ່ຖືວ່າເປັນແຫລ່ງພລັງງານ
ທີ່ເປິເປື້ອນ ບໍ່ນ້ອຍໜ້າໄປຈາກນໍ້າມັນ

ກໍຍ້ອນສຳນຶກໃນໄພອັນຕຣາຍໃນຣະຍະຍາວນານ ສປ ຈີນ ມະຫາອຳນາດເສຖກິດໝາຍ
ເລກ 3 ຂອງໂລກ ຈຶ່ງເລີ້ມຫັນມາສຶກສາຫາແຫລ່ງພລັງງານທົດແທນ ພລັງງານທີ່
ສະອາດແລ້ວ ໃນຣະຍະຫລັງໆມານີ້ ໂດຍສະເພາະພລັງງານຈາກກັງຫັນລົມ ຈົນກາຍ
ມາເປັນປະເທດອັນດັບທີສີ່ຂອງໂລກທາງດ້ານນີ້

ປັດຈຸບັນ ສປ ຈີນ ຜລິດພລັງງານລົມໄດ້ 12 Gigawatts ແລະ ໝາຍໝັ້ນປັ້ນມືຈະເພີ້ມ
ໃຫ້ສູງຂຶ້ນ ເປັນ 30 Gigawatts ໃນປີ 2020 ກ່ອນທີ່ຈະບັນລຸເຖິງ 100 Gigawatts ໃນຂັ້ນຕໍ່ໄປ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU