ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດໄທຍ

ການຂາດສະເຖັຽຣະພາບ ທີ່ຍັງຄົງແກ່ຍາວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/08/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/08/2009 13:07 TU

ເຈົ້າໜ້າທີ່ຕຳຣວດກຳລັງກວດສອບຊາກຣົດຍົນບັນທຸກລະເບີດ ທີ່ຖືກນຳໃຊ້ໃນການກໍ່ການຮ້າຍ
ໃນມື້ນີ້ (ອັງຄານ 25 ສິງຫາ) ໃນໃຈກາງ ຂອງເມືອງ ນາຣາທິວາດ ພາກໃຕ້ ຂອງປະເທດ
(ພາບ: Reuters)

ເຈົ້າໜ້າທີ່ຕຳຣວດກຳລັງກວດສອບຊາກຣົດຍົນບັນທຸກລະເບີດ ທີ່ຖືກນຳໃຊ້ໃນການກໍ່ການຮ້າຍ ໃນມື້ນີ້ (ອັງຄານ 25 ສິງຫາ) ໃນໃຈກາງ ຂອງເມືອງ ນາຣາທິວາດ ພາກໃຕ້ ຂອງປະເທດ (ພາບ: Reuters)

ກຸ່ມຄົນເສື້ອແດງກກະກຽມການປະທ້ວງໃຫຍ່ ສ່ວນຢູ່ພາກໃຕ້ກໍມີການກໍ່ການຮ້າຍ
ດ້ວຍຣົດຍົນບັນທຸກລະເບີດ ມີຜູ້ໄດ້ຮັບບາດເຈັບຢ່າງນ້ອຍ 42 ຄົນ ຕາມລາຍ
ງານຂ່າວຫລ້າສຸດທີ່ພວກເຮົາໄດ້ຮັບ ເປັນການສແດງໃຫ້ເຫັນວ່າແມ່ນການສືບ
ຕໍ່ຂອງການປັ່ນປ່ວນ ແລະ ການຂາດສະເຖັຽຣະພາບທາງດ້ານການເມືອງ ທີ່
ຍືດເຍື້ອຍາວນານມາໄດ້ສີ່ຫ້າປີແລ້ວ

ພວກເຮົາມາເລີ້ມຕົ້ນພິຈາຣະນາປັນຫາຄວາມປັ່ນປ່ວນທາງດ້ານການເມືອງເສັຽກ່ອນ ກ່ອນ
ທີ່ຈະເວົ້າເຖິງປັນຫາຄວາມພະຍາພຍາມແຍກດິນດິນໂດຍຂບວນການຈັດຕັ້ງມຸສລິມໃນພາກ
ໃຕ້ຂອງປະເທດ

ເສື້ອແດງເຮັດແບບດຽວກັບເສື້ອເຫລືອງ

ການທີ່ກຸ່ມເສື້ອແດງປະກາດເຈດຕະນາຈະຊຸມນຸມປະທ້ວງໃຫຍ່ໃນມື້ອື່ນນີ້ເປັນຕົ້ນໄປ ໄປຈົນ
ເຖິງທ້າຍສັປດານີ້ ຫລືອາດແກ່ຍາວອອກໄປເທົ່າທີ່ຈະຍາວໄດ້ ແມ່ນມີເປົ້າໝາຍຈະກົດດັນ
ຕໍ່ຣັຖບານຂອງທ່ານ ນາຍົກ ຣມຕ ອະພິສິດ ເວຊຊາຊີວະ ເພື່ອໃຫ້ປະກາດຍຸບສະພາ
ແລະຈັດການເລືອກຕັ້ງໃໝ່ກ່ອນກຳໜົດ ຊຶ່ງກໍແມ່ນຂໍ້ຮຽກຮ້ອງອັນດຽວກັນທີ່ກຸ່ມຄົນເສື້ອ
ເຫລືອງຝ່າຍກົງກັນຂ້າມ ໄດ້ເຄີຍກະທຳມາແລ້ວຕໍ່ຣັຖບານທີ່ກຸ່ມຄົນເສື້ອແດງໃຫ້ການສນັບ
ສນຸນ

ຣັຖບານຫວັ່ນປະກາດຊໍ້າຮອຍເກົ່າ
ເມື່ອເບີ່ງຈາກການປະກາດພະຣາຊບັນຍັດຄວາມປອດໄພ ເພີ້ມອຳນາດໃຫ້ແກ່ເຈົ້າໜ້າທີ່
ຕຳຣວດແລະທະຫານໃນການຮັກສາຄວາມປອດໄພແລ້ວ ເຮົາກໍເຫັນໄດ້ແຈ້ງວ່າຣັຖບານມີ
ຄວາມຫວັ່ນເກງວ່າປວັດສາດຈະຊໍ້າຮອຍເກົ່າ

ກ່າວຄືກຸ່ມຄົນເສື້ອແດງ ອາດຈະເຮັດແບບດຽວກັບທີ່ກຸ່ມຄົນເສື້ອເຫລືອງເຄີຍກະທຳມາ
ແລ້ວເພື່ອຂັບໄລ່ຣັຖບານນິຍົມທັກສິນ ທີ່ມີທ່ານ ສມັກ ສຸນທໍຣະເວດ ແລະ ທ່ານສົມຊາຍ
ວົງສວັດ ເປັນນາຍົກ ຣມຕ

ນັ້ນກໍຄື ການເຂົ້າຍຶດທຳນຽບຣັຖບານ ແລະ ຍຶດສນາມບິນທັງສອງແຫ່ງຂອງນະຄອນ
ຫລວງບາງກອກ ຢ່າງຍືດເຍື້ອຍາວນານ ສ້າງຄວາມເສັຽຫາຍທາງດ້ານເສຖກິດ ແລະ
ພາບພົດຂອງປະເທດ ໃນສາຍຕາຂອງບັນດານັກທ່ອງທ່ຽວ

ທີ່ພວກເຮົາວ່າຣັຖບານຂອງທ່ານນາຍົກ ຣມຕ ອະພິສິດ ເວຊຊາຊີວະ ມີຄວາມຫວັ່ນເກງ
ແນວນັ້ນ ກໍເພາະເຫັນໄດ້ໃນການປະກາດພະຣາຊບັນຍັດຄວາມປອດໄພ ທີ່ເພີ້ມອຳນາດ
ໃຫ້ແກ່ເຈົ້າໜ້າທີ່ທະຫານ ໃຫ້ສາມາດອອກມາຊ່ວຍຕຳຣວດໄດ້ ເພື່ອປ້ອງກັນສຖານທີ່
ສຳຄັນທາງຣາຊການຕ່າງໆໃນນະຄອນ ຫລວງ ໃນນັ້ນຮວມທັງພະບໍຣົມມະຫາຣາຊວັງນຳ
ດ້ວຍ ພ້ອມທັງໃຫ້ອຳນາດໃນການກວດຄົ້ນຫາອາວຸດ ແລະ ປະກາດຫ້າມການສັນຈອນ

ການຊຸມນຸມຂອງກຸ່ມຄົນເສື້ອແດງທີ່ສນາມຫລວງ ໃນໃຈກາງນະຄອນຫລວງບາງກອກ ເມື່ອວັນທີ
17 ສິງຫາຜ່ານມາ ເພື່ອຍື່ນດີກາຕໍ່ກະສັດ ພູມີພົນ ອະດຸລຍະເດດ ໃຫ້ຊົງພະຣາຊທານອະໄພ
ຍະໂທດແດ່ອດີດນາຍົກ ຣມຕ ທັກສິນ ຊິນນະວັດ (ພາບ: Reuters)

ການຊຸມນຸມຂອງກຸ່ມຄົນເສື້ອແດງທີ່ສນາມຫລວງ ໃນໃຈກາງນະຄອນຫລວງບາງກອກ ເມື່ອວັນທີ 17 ສິງຫາຜ່ານມາ ເພື່ອຍື່ນດີກາຕໍ່ກະສັດ ພູມີພົນ ອະດຸລຍະເດດ ໃຫ້ຊົງພະຣາຊທານອະໄພ ຍະໂທດແດ່ອດີດນາຍົກ ຣມຕ ທັກສິນ ຊິນນະວັດ (ພາບ: Reuters)

ເມື່ອອາທິດແລ້ວນີ້ ກຸ່ມປະທ້ວງນິຍົມທັກສິນກໍໄດ້ຈັດຊຸມນຸມມາແລ້ວທີ່ສນາມຫລວງ ໃກ້ໆ
ກັບພະບໍຣົມມະຫາຣາຊວັງ ເພື່ອຖວາຍດີກາຂໍໃຫ້ພະເຈົ້າຢູ່ຫົວຂອງໄທຍພະຣາຊທານນີ
ຣະໂທດກັມໃຫ້ແກ່ອດີດນາຍົກ ຣມຕ ທີ່ລີ້ໄພໃນຕ່າງປະເທດ

ເພາະສະນັ້ນຣັຖບານຈຶ່ງຫວັ່ນເກງວ່າກຸ່ມປະທ້ວງເສື້ອແດງຈະ ສ້າງຄວາມກົດດັນຕໍ່ພະບໍ
ຣົມມະຫາຣາຊວັງອີກ ຈຶ່ງໄດ້ມີຄຳສັ່ງໃຫ້ເຈົ້າໜ້າທີ່ວາງກຳລັງຮັກສາຄວາມປອດໄພ
ເຕັມທີ່ຕໍ່ສະຖາບັນສູງສຸດຂອງປະເທດ

ເມື່ອເດືອນເມສາຜ່ານມາ ກຸ່ມຄົນເສື້ອແດງກໍເຄີຍໄດ້ພະຍາຍາມປິດລ້ອມທຳນຽບຣັຖບານ
ມາແລ້ວແລະເຄີຍປະສົບຜົນສຳເຣັດໃນການຂັດຂວາງກອງປະຊຸມສຸດຍອດກຸ່ມປະເທດອາ
ຊ້ຽນ

ພວກແຍກດິນແດນ ໃນພາກໃຕ້ ສວຍໂອກາດ

ເບີ່ງຄືວ່າກຸ່ມຂບົດແຍກດິນແດນໃນພາກໃຕ້ຂອງປະເທດກໍໄດ້ສວຍໂອກາດຄວາມເຄັ່ງຕຶງ
ທາງດ້ານການເມືອງໃນບາງກອກນີ້ ປະຕິບັດການກໍ່ການຮ້າຍໃນໃຈກາງຕົວເມືອງນະຣາ
ທິວາດເຊົ້າມື້ນີ້ ມີຜູ້ໄດ້ບາດເຈັບເຖິງ 42 ຄົນເປັນຢ່າງນ້ອຍ ຕາມຂ່າວຫລ້າສຸດ

ສ່ວນຫລາຍແມ່ນບັນດາຂ້າຣາຊການທີ່ນັບຖືສາສນາພຸດ ໃນນັ້ນຮວມທັງຜູ້ວ່າຣາຊການ
ຈັງຫວັດຫລືເຈົ້າແຂວງນຳດ້ວຍ ຈຶ່ງຖືໄດ້ວ່າເປັນໜຶ່ງໃນຈຳນວນປະຕິບັດການກໍ່ການ
ຮ້າຍທີ່ຮ້າຍແຮງທີ່ສຸດ

ສິ່ງທີ່ໜ້າສັງເກດກໍແມ່ນ ການກໍ່ການຮ້າຍມີຂື້ນຫລັງຈາກການຈຳສິນອົດ ຣາມາດານ ໄດ້
ເລີ້ມຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ເປັນການຊີ້ໃຫ້ເຫັນຊັດແຈ້ງວ່າກຸ່ມກໍ່ການຮ້າຍພະຍາຍາມ
ຫລີກເວັ້ນທີ່ຈະໃຫ້ຊາວມຸສລິມດ້ວຍກັນຕົກເປັນເຫຍື່ອການກະທຳຂອງຕົນ

ຈະກະທົບຕໍ່ລາວ ບໍ່ຫລາຍກໍນ້ອຍ
ສຣຸບກໍຄື ສຖານະການການເມືອງໃນປະເທດໄທຍໃນຣະຍະສີ່ຫ້າປີມານີ້ ໂດຍຍັງບໍ່ທັນໄດ້
ນັບກໍຣະນີພິພາດກັບກັມພູເຈັຽໃນປັນຫາຍາດແຍ່ງອະທິປະໄຕເໜືອດິນແດນເຂົາພະວິຫານ
ຈຶ່ງບໍ່ແມ່ນສຖານະການທີ່ເອື້ອອຳນວຍຕໍ່ການພັທນາເສຖກິດຂອງປະເທດເລີຍ

ໃນຖານະທີ່ປະເທດໄທຍມີການລົງທຶນໃນອັນດັບແນວໜ້າໃນ ສປປ ລາວ ຈຶ່ງເປັນທີ່ແນ່
ນອນວ່າຈະຕ້ອງກະທົບຕໍ່ປະເທດເພື່ອນບ້ານດ້ານຝັ່ງຊ້າຍແມ່ນໍ້າຂອງ ບໍ່ຫລາຍກໍນ້ອຍ
(ເຊີນຄລິກລຸ່ມນີ້ ເພື່ອຮັບຟັງບົດວເຄາະໂດຍສຽງຂອງນັກຂ່າວ)

ZOOM_THAILANDE_250809

25/08/2009

 

 

 

 

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU