ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 02/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 02/10/2009 14:29 TU
ນາຍົກ ຣມຕ ໄອຣ໌ແລນດ໌ ທ່ານບຣາຍອັນ ໂຄເວັນ ກຳລັງໃຊ້ສິດຂອງຕົນປ່ອນບັດ ໃນການ
ອອກສຽງປະຊາມະຕິ ຮັບຮອງ ກລື ບໍ່ຮັງຮອງ ສົນທິສັນຍາລິສບອນ (ພາບ: Reuters)
ກໍແມ່ນຍ້ອນເອກກຣາດອະທິປະໄຕນີ້ແຫລະ ຈຶ່ງວ່າມີກຸ່ມນັກການເມືອງໄດ້ຂົນຂວາຍໂຄສະ
ນາ ເພື່ອຢາກໃຫ້ສະຫະພາບຢຸໂຣບກາຍເປັນ "ສະຫະພັນສາທາຣະນະຣັດ" ຫລື ປະ
ເທດໜຶ່ງປະເທດດຽວ ຊຶ່ງກໍໄດ້ຮັບກະແສສຽງການຄັດຄ້ານບໍ່ແມ່ນຂອງຄ່ອຍຄືກັນ ຈົນວ່າ
ຊາວຝຣັ່ງເສດແລະເນເທີແລນດ໌ ໄດ້ອອກສຽງປະຊາມະຕິປະຕິເສດທັມມະນູນຂອງສະ
ພາບໄປເມື່ອປີ 2005 ເພາະຄັ້ງນັ້ນເພີ່ນເອີ້ນວ່າ "Constitution" ຫລື ຣັຖທັມມະນູນ ຊຶ່ງ
ເປັນຊື່ທີ່ບົ່ງບອກເຖິງການກ້າວໄປເປັນປະເທດໜຶ່ງປະເທດດຽວກັນ
ເມື່ອຣັຖທັມມະນູນລົ້ມ ຈຶ່ງມີການເຈຣະຈາກັນໃໝ່ ຖຽງກັນໜ້າດຳຕາແດງກວ່າຈະໄດ້
ເປັນຮ່າງສົນທິສັນຍາລິສບອນອອກມາໄດ້ ຊຶ່ງເປັນຜົນຂອງການ ແບ່ງປັນ ອະລຸ້ມອະ
ຫລ່ວຍ ກັນລະຫວ່າງກຸ່ມທີ່ຫວງແຫນອະທິປະໄຕແຫ່ງຊາດ ແລະ ກຸ່ມນິຍົມຄວາມເປັນໜຶ່ງ
ດຽວໃນສະຫະພາບແລະຢາກກ້າວສູ່ຄວາມເປັນ "ສະຫະພັນສາທາຣະນະຣັດ" ແຕ່ເຖິງ
ປານນັ້ນກໍຍັງຖືກປະຕິເສດຈາກສາທາຣະນະຣັດໄອຣ໌ແລນດ໌ອີກເມື່ອເດືອນມິຖຸນາປີກາຍ
ນີ້
ບາດນີ້ເຮົາມາເບິ່ງວ່າ ຖ້າສົນທິສັນຍາລິສບອນຜ່ານການອອກສຽງປະຊາມະຕິຂອງຊາວ
ໄອຣ໌ແລນດ໌ຄັ້ງນີ້ ແລະ ໄດ້ຮັບການໃຫ້ສັຕຍາບັນຈາກສາທາຣະນະຣັດເຊັກສ໌ແລະປະເທດ
ໂປແລນດ໌ ຊຶ່ງຈະເປັນການຄົບຖ້ວນຂບວນການ ການໃຫ້ສັຕຍາບັນແລ້ວ ສົນທິສັນຍາລິສ
ບອນຈະມີກົນໄກຂໍ້ບັງຄັບຄືແນວໃດ
ກ່ອນອື່ນ ການເປັນປະທານວຽນແຕ່ລະຫົກເດືອນໃນປັດຈຸບັນ ຈະປ່ຽນໄປເປັນປະທານທີ່ມີ
ປີການສອງປີເຄີ່ງ ສາມາດຕໍ່ໄດ້ອີກໜຶ່ງສມັຍ ໂດຍກອງປະຊຸມສຸດຍອດຈະເປັນຜູ້ເລືອກ
ບຸກຄົນຜູ້ທີ່ຈະດຳຣົງຕໍາແໜ່ງປະທານ
ຜູ້ຕາງໜ້າສູງສຸດທາງດ້ານການເມືອງຕ່າງປະເທດ ຈະໄດ້ຮັບຮັບອຳນາດກວ້າງຂວາງ
ຂຶ້ນກວ່າເກົ່າ ຊຶ່ງເປັນການຫຍັບເຂົ້າໃກ້ຕໍາແໜ່ງ ຣມຕ ຕ່າງປະເທດຂອງປະເທດທີ່ມີອະ
ທິປະໄຕ
ຈົນຮອດດຽວນີ້ ນະໂຍບາຍຕ່າງປະເທດໃດໆຂອງ ສຫພ ຢຸໂຣບ ຕ້ອງໄດ້ຮັບສຽງທີ່ເປັນ
ເອກກະສັນຈາກທຸກປະເທດສະມາຊິກເທົ່ານັ້ນ ຈຶ່ງຈະສາມາດມີຜົນບັງຄັບໃຊ້ໄດ້
ຜູ້ຕາງໜ້າສູງສຸດທາງດ້ານການເມືອງຕ່າງປະເທດນີ້ ຈະຄວບຕໍາແໜ່ງ ຮອງປະທານ
ຂອງຄະນະກັມມາທິການຢຸໂຣບ (European Commission) ອີກຕໍາແໜ່ງໜຶ່ງດ້ວຍ
ສໍາລັບຈຳນວນກັມມາທິການນັ້ນ ໃນຂັ້ນຕົ້ນສົນທິສັນຍາລິສບອນກຳໜົດວ່າ ຈະໃຫ້ລົດຈຳ
ນວນລົງເມື່ອທຽບກັບໃນປັດຈຸບັນ ຊຶ່ງຈະທຳໃຫ້ບາງປະເທດນ້ອຍບໍ່ມີໂອກາດໄດ້ເຂົ້າຮ່ວມ
ໃນຄນະກັມມາທິການເລີຍ (ຄະນະກັມມາທິການນີ້ມີອໍານາດຄ້າຍຄືກັນກັບຣັຖບານ)
ແຕ່ເພື່ອເປັນການເອົາໃຈໄອຣ໌ແລນດ໌ ໃຫ້ຈັດການອອກສຽງປະຊາມະຕິເທື່ອທີສອງ ຈຶ່ງ
ໄດ້ມີການປ່ຽນແປງໃໝ່ວ່າ ທຸກປະເທດສະມາຊິກຈະມີຕົວແທນຂອງຕົນໃນຄນະກັມມາທິ
ການ
ນອກຈາກນີ້ແລ້ວ ສົນທິສັນຍາລິສບອນຍັງໄດ້ເພີ້ມຫົວຂໍ້ຕ່າງໆຂຶ້ນເຖິງ 40 ຫົວຂໍ້ ທີ່ຈະ
ສເນີໃຫ້ມີການອອກສຽງໃນກອງປະຊຸມ ແບບ "Majorité qualifié" ຫລື "Qualified
Majority voting" ແທນທີ່ຈະຕ້ອງແມ່ນແບບສຽງທີ່ເປັນເອກກະສັນຄືໃນປັດຈຸບັນ ຊຶ່ງ
ແຕ່ລະປະເທດມີສິດອອກສຽງຍັບຍັ້ງ Veto ໄດ້
ນັ້ນກໍໝາຍຄວາມວ່າ ເປັນການຫຍັບເຂົ້າໃກ້ ຄວາມເປັນປະເທດໜຶ່ງປະເທດດຽວຫລາຍ
ຂຶ້ນກວ່າເກົ່າ ເວົ້າອີກຢ່າງໜຶ່ງກໍຄື ໂອນຄວາມເປັນເອກກະຣາດແລະອະທິປະໄຕຂອງ
ຊາດ ໄປຂຶ້ນກັບການຕັດສິນໃຈຂອງສະຫະພາບຫລາຍຂຶ້ນກວ່າເກົ່ານັ້ນເອງ
ບົດວິເຄາະ
27/11/2009 13:31 TU
26/11/2009 12:44 TU
24/11/2009 11:39 TU
23/11/2009 14:51 TU
20/11/2009 12:22 TU
19/11/2009 13:43 TU
17/11/2009 14:42 TU
10/11/2009 12:22 TU
09/11/2009 12:11 TU
04/11/2009 12:07 TU
ຂ່າວສຳຄັນປະຈຳວັນ
22/01/2010 10:50 TU
20/01/2010 12:13 TU
ບົດວິເຄາະ
19/11/2009 13:43 TU
ຂ່າວອື່ນໆ