ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປຈີນ / ຝຣັ່ງ / ດາໄລ່ ລ່າມະ

ຈີນ ເປັນປະເທດໃຫຍ່ ຄວນຊ່ວຍເຫລືອ ໂລກນີ້ ໃນອະນາຄົດ ນີ້ ກໍ ເປັນ ທັສນະ ໃນ ການໃຫ້ ສຳພາດ ຂອງ ອົງດາໄລ່ ລາມ່ະ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/10/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/10/2009 14:34 TU

ອົງດາໄລ່ ລ່າມະ ໃຫ້ການສຳພາດ ເເກ່  RFI 
RFI             ຮ /Philippe Nadel

ອົງດາໄລ່ ລ່າມະ ໃຫ້ການສຳພາດ ເເກ່ RFI RFI ຮ /Philippe Nadel

ການໃຫ້ສຳພາດ ຂອງ ອົງດາໄລ່ ລາມ່ະ ໂດຍ ແມ່ນ ຢັ້ນ ເຊນ ນັກຂ່າວ ຂອງ ຜແນກ ພາສາຈີນ ຂອງ ວິທະຍຸຝຣັ່ງ ສາກົນ ເປັນ ຜູ່ ເດີນທາງໄປ ສຳພາດ ທີ່ ເມືອງ ດ້າຣຳຊ່າລ່າ ປະເທດ ອີນເດັຍ ຊື່ງ ນະແຫ່ງນີ້ ພຣະອົງ ແລະ ມວນຊົນຊາວ ອົພຍົບ ຕິ໋ເບ້ ໄດ້ຮ່ວມຢູ່ ດ້ວຍກັນມາຕັ້ງແຕ່ປີ 1959

ໃນການໃຫ້ສຳພາດ ນີ້ ພຣະອົງໄດ້ເວົ້າເຖີງ ສະພາບການ ຂອງ ຄວາມ ມີເສຣີພາບຕ່າງທ ທີ່ ສປຈີນ ສະພາບການຂອງ ມວນຊົນ ອູຍກູ໊ກ ທີ່ ເຂດສີ່ນຈ່ຽງ  ແລະ ການທີ່ ພຣະອົງ ຈະໄດ້ພົບ ກັບ ທ່ານ ໂອ່ບ່າມ່າ

ບາງຂໍ້ຄວາມໃນການ ໃຫ້ສຳພາດສະເພາະ ຂອງ ພຣະອົງ ໃນວັນທີ່
19 ຕຸລາ 2009

ຢັ້ນເຊນ : ພຣະອົງເປັນບຸກຄົນ ທີ່ ສາມາດ ໃຫ້ການ ໂນ້ມນ້າວ ໃຈຄົນ ບໍ່ວ່າ ທັງການເມືອງ ຫລືຈາກມວນຊົນ ຢາກຂໍ ຊາບເຖີງ ຄຳ ເຫັນຂອງທ່ານ ກ່ຽວກັບທ່າທີ່ ຂອງ ສປຈີນ ໃນປັຈຈຸບັນ

ອົງດາໄລ ລ່າມະ : ໃນການ ທີ່ໄດ້ຖືກສຳພາດ ຈາກຜແນກ ພາສາຈີນ ຂອງ RFI ນີ້ ຂ້າພະເຈົ້າ ຂໍກ່າວວ່າ ສປຈີນ ເປັນປະເທດໃຫຍ່ ຄວນ ຕ້ອງໄດ້ ມີບົດບາດ ສຳຄັນ ໃນເວທີສາກົນ ໃນປັຈຈຸບັນນີ້ ກໍເຫັນວ່າ
ຈີນ ບໍ່ສາມາດ ສແດງ ຄວາມຮັບຜິດຊອບ ໃຫ້ເຫັນໄດ້ ໃນຖານະ ທີ່ ເປັນປະເທດນື່ງໃນໂລກ ທັງນີ້ ກໍແມ່ນໂລກນີ່ ບໍ່ໄດ້ໃຫ້ຄວາມໄວ້ເນື້ອ ເຊື່ອໃຈ ແກ່ຈີນ ກໍຍ້ອນວ່າ ຈີນຂາດຄວາມໂປ່ງໃສ ບໍ່ມີເສຣີພາບ ໃນ ດ້ານສື່ມວນຊົນ ບໍ່ມີສິດເສຣີພາບ ໃນການປາກເວົ້າ ນຳອີກດ້ວຍ ສນັ້ນ ຖ້າຫາກວ່າ ສປຈີນ ມີເຈຕນາ ຕ້ອງການ ຮັກສາບົດບາດ ຢ່າງ ມີກຽດ ໃນການເປັນມະຫາອຳນາດຜູ່ນື່ງ ກໍຄວນຫັນໄປມີ ນະໂບາຍການເມືອງ ອັນມີຄວາມໂປ່ງໃສ ແຕ່ນີ້ ສປຈີນ ບໍ່ເຜີຍອັນໃດ ໃຫ້ໂລກຣູ້ ຈ່ືງເປັນທີ່ ສົງສັຍ ຂອງ ບັນດາປະເທດເພື່ອນບ້ານ ແລະ ປະຊາຄົມສາກົນ ການ ກວດກາ ຊັ໋ງຊູຍ ໃສ່ສື່ມວນຊົນ ມັນພາໃຫ້ ພາບພົດຂອງຈີນ ມີ ຄວາມ ເສັຍ ຫາຍ ມັນສ້າງໃຫ້ເຫັນ ພາຍພົດ ອັນຂາດໆສ້ອຍໆໄປ

ຢັ້ນເຊນ : ທ່ານບໍ່ໄດ້ຖືກ ຮັບຕ້ອນຈາກປະນາທິບໍດີ ໂອ່ບ່າມ່າ ໃນຄາວ ໄດ້ສເດັດໄປຍັງ ອະເມຣິກາ ຫວ່າງ ມໍ່ໆນີ້ ທ່ານຮູ້ບໍ່ວ່າ ທ່ານ ໂອບ່າມ່າ ນັ້ນ ໄດ້ຖືກກົດດັນ ຈາກ ຣັຖບານຈີນ ແລະທ່ານ ມີ ບໍ ໃນໂຄງການທີ່ ຈະ ພົບ ກັບຜູ່ນຳອະເມຣິກັນ ໃນເວລາໃດ?

ອົງດາໄລ ລ່າມະ : ເເນ່ນອນ ທີ່ ໂອບ່າມ່າໄດ້ຮັບການກົດດັນ ອັນທີ່ຈິງ ທ່ານ ໂອ່ບ່າມ່າ ກໍ ມີໂຄງການຈະເວົ້າບັນຫາ ຕິເບ້ ຢູ່ ກັບຣັຖບານຈີນ ໃນໂອກາດ ທີ່ ທ່ານຈະເດີນທາງ ໄປ ຢ້ຽມຢາມ ສປຈີນ ໃນເດືອນ ພະ ຈິກໜ້ານີ້ ໃນແນວຄິດ ໃຫ້ສພາບການໆ ເປັນຢູ່ ຊອງມວນຊົນ ຕິເບ້ນັ້ນ ໃຫ້ມັນດີຂື້ນ ອີກດ້ານນື່ງນັ້ນ ກໍແມ່ນວ່າ ເພື່ອ ບໍ່ຢາກໃຫ້ເກີດ ຄວາມສະ ເທືອນໃຈແກ່ຝ່າຍຈີນ ໂອ່ບ່າມ່າ ກໍ ເຫັນວ່າ ທາງທີ່ດີນັ້ນ ກໍ ບໍ່ຄວນ ມີ ການພົບພໍ້ກັບ ຂ້າພະເຈົ້າ ໃນຂນະນີ້ດີກວ່າ ກ່ອນທີ່ ທ່ານຈະໄປ ຢ້ຽມ ຢາມ ສປຈີນ ແລະຂ້ພະເຈົ້າເອງ ກໍເຫັນພ້ອມນຳແນວຄິດອັນນີ້

ອີກອັນນື່ງນັ້ນ ກໍແມ່ນວ່າ ຜູ່ນຳ ອະເມຣິກາຈະພົບກັບ ຂ້າພະເຈົ້າ ເມື່ອ ທ່ານຫາກໄດ້ກັນ ຈາກຈີນມາແລ້ວ ອາດເປັນໄປໄດ້ ທີ່ຈະມີການພົບພໍ້ ກັບ ທ່ານ ໂອ່ບ່າມ່າ ໃນທ້າຍປີນີ້ ຫລື ຕົ້ນປີໜ້າ

ຢັ້ນເຊນ : ສປຈີນ ໄດ້ປະສົບກັບ 2 ວິກິຕການໃຫຍ່ ໃນປີ 2008 : ທຳອິດ ກໍແມ່ນເຣື້ອງຕິເບ້ ຕໍ່ມາ ກໍແມ່ນ ສີ່ນຈ່ຽງ. ທ່ານ ມີ ຄວາມເຫັນ ແບບໃດ ໃນເຫດການນີ້ ການເປັນ ພັນທະມິດ ຮ່ວມກັນ ລະຫວ່າງ ຕິເບ້ ແລະ ອູຍກູ໊ກ ເປັນໄປໄດ້ບໍ? ອາດຈະແມ່ນ ຣຽກຮ້ອງເອົາເອກຣາດ ຫລື ປົກຄອງແບບ ເອກເທດ ຖ້າຫາກເປັນໄປໄດ້ ຈະເປັນໄປໃນທຳນອງໃດ? 

ອົງດາໄລ ລ່າມະ : ໃນປີ 1954 ຂ້າພະເຈົ້າໄດ້ພົບກັບ ຜູ່ຕ່າງໜ້າ ອູຍກູ໊ກ ເຂົາເຈົ້າ ໄດ້ສແດງຄວາມບໍ່ ພໍໃຈໃນສພາບການໆເປັນຢູ່ຂອງ ເຂົາເຈົ້າ ເລີຍ ແລະ ກໍ ສັນນິຖານວ່າ ເຂົາເຈົ້າ ມີ ຄວາມທໍຣະມານ ທີ່ສຸດ    ໃນປີ 1959  ຂ້າພະເຈົ້າ ໄດ້ພົບ ຊົນອູຍກູ໊ກອີກ ບາງພ່ອງ ກໍແມ່ນ ຕ້ອງການ ຮຽກຮ້ອງເອົາເອກຣາດ ແລະ ກໍວາດໂຄງການ ການຕໍ່ສູ້  ປະກອບ ອາ ວຸດ ເພື່ອ ໃຫ້ໄດ້ເອກຣາດ ດັ່ງນັ້ນ ພວກເຮົາ ກໍຈື່ງໄດ້ ມີຄວາມ ເຫີນຫ່າງ ກັນ    ຕັ້ງແຕ່ ທ່ານນາງ ເຣ້ບິ່ຍ່າ ກ່າດີຣ໌ ໄດ້ໜີອອກ ຈາກຈີນມາ ພວກ ເຮົາກໍໄດ້ພົບກັນ ຄັ້ງທຳອິດທີ່ ອະເມຣິກາ ແລະເທື່ອທີ່ ສອງ ກໍແມ່ນ ທີ່ ປະເທດ ເຍັຍຣະມັນ ໃນປີ 2007

ໃນເວລາມໍ່ ຜ່ານມານີ້ ກໍໄດ້ມີໂອກາດພົບ ກັບ ທ່ານນາງ ກາດີຣ໌ ທີ່ ອະເມຣິກາ ທ່ານນາງ ໄດ້ ເວົ້າເຖີງ ອະນາຄົດຂອງສີ່ນຈ່ຽງ ທີ່ຄວນ ຈະມີ ຄວາມເປັນ ເອກເທດ ການເຄື່ອນໄຫວ ແບບອະຫິງສາ ເທົ່າ ນັ້ນຈຶ່ງຈະເໝາະສົມ ແລະເປັນຫົນທາງດຽວ ເມື່ອເປັນເຊັ່ນນີ້ ກໍເຫັນ
ວ່າ ແນວຄິດ ຂອງພວກເຮົາ ຈຸຈອດກັນ

ຢັ້ນເຊນ : ທ່ານນາງ ກາດີຣ໌ ບໍ່ມີ ບຸກຄລິກ ທ່າທາງ ຄືພຣະອົງ ດັ່ງນັ້ນ ຄວາມໂນ້ມນ້າວ ຂອງເພີ່ນ ຈື່ງຈຳກັດ ເພີ່ນ ຈະນຳພາ ມວນຊົນອູຍກູ໊ກ ໄດ້ ບໍ ?

ອົງດາໄລ ລ່າມ່ະ : ຂ້າພະເຈົ້າ ໄດ້ ລົມກັບ ທ່ານນາງ ເຣື້ອງນີ້ເຊັ່ນ ກັນ ແລະ ໃນນາມ ທີ່ ທ່ານນາງ ໄດ້ເປັນ ຜູ່ຕ່າງໜ້າຊົນ ອູຍກູ໊ກ ກາດີຣ໌ ຢູ່ ນອກປະເທດ ທ່ານ ກໍ ມີໜ້າທີ່ ປຸ້ມລຸ້ມ ໂຮມເອົາ ຄົນອູຍກູ໊ກ ທຸກຄົນ ພ້ອມດ້ວຍ ຍຸວະຊົນຣຸ່ນຫລັງ ຢູ່ ນອກປະເທດ ອັນມັນ ຄວນເປັນ ກັບ ຄົນຈີນ ທີ່ ຫລັງຈາກ ເຫດການ ທ່ຽນອັນເມີ່ນ ກໍ ເຫັນວ່າ ພວກທີ່ມີ ແນວຄິດ ບໍ່ເຫັນພ້ອມ ກັບການປົກຄອງຈີນໃນປັຈຈຸບັນ ຊື່ງໄດ້ ພາກັນ ໜີໄປຍັງ ອະເມຣິກາ ເອີຣົບ ໂອສຕຣາລີ ກໍ ຄວນປຸ້ມລຸ້ມກັນ

ຂ້າພະເຈົ້າເອງ ໄດ້ພົບພໍ້ ຫລາຍຄົນແລ້ວ ຂ້າພະເຈົ້າກໍໄດ້ ບອກກ່າວ
ວ່າ ຄວນໂຮມກັນເປັນກ້ອນ ເປັນກຸ່ມ ແລະ ຣ່ວມສ້າງພລັງຣ່ວມກັນ ເປັນທີ່ໜ້າເສັຍໃຈຢູ່ ທີ່ ພລັງທີ່ວ່າ ຍັງ ບໍ່ເຫັນມີວີ່ແວວອັນໃດຂື້ນມາ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU