ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເງິນໂລກ

ປະຊຸມສຸດຍອດ "G-4" ທີ່ ປາຣີສ໌

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/10/2008 14:20 TU

ແຖວເທິງ: ນິໂກລາສ໌ ຊາຣ໌ໂກຊີ (ຊ້າຍ)
ແລະ ອັງເຄີລາ ແມຣ໌ເຄລ..ແຖລລຸ່ມ ຊິລ
ວີໂອ ແບ໌ລຸສໂກນີ (ຊ້າຍ) ແລະ ກໍຣ໌ດັນ
ບຣາວນ໌ (ພາບ: REUTERS/AFP)

ແຖວເທິງ: ນິໂກລາສ໌ ຊາຣ໌ໂກຊີ (ຊ້າຍ) ແລະ ອັງເຄີລາ ແມຣ໌ເຄລ..ແຖລລຸ່ມ ຊິລ ວີໂອ ແບ໌ລຸສໂກນີ (ຊ້າຍ) ແລະ ກໍຣ໌ດັນ ບຣາວນ໌ (ພາບ: REUTERS/AFP)

ໃນຖານະປະທານວຽນສະຫະພາບຢຸໂຣບ
ສຳລັບຊ່ວງ 6 ເດືອນຫລັງຂອງປີ 2008
ນີ້ ທ່ານ ປະທານາທິບໍດີຝຣັ່ງເສດ ນິໂກ
ລາສ໌ ຊາຣ໌ໂກຊີ ຈຶ່ງໄດ້ເຊື້ອເຊີນ ນາຍົກ
ຣມຕ ເຍີຣະມັນ ທ່ານນາງອັງເຄີລາ
ແມຣ໌ເຄລ, ນາຍົກ ຣມຕ ແຫ່ງສຫະຣາຊ
ອານາຈັກ ທ່ານກໍຣ໌ດັນ ບຣາວນ໌ ແລະ
ນາຍົກ ຣມຕ ຂອງປະເທດອິຕາລີ ທ່ານ
ຊິລວີໂອ ແບຣ໌ລຸສໂກນີ ຮ່ວມປະຊຸມສຸດ
ຍອດແບບຍ່ອຍສະເພາະບັນດາຜູ້ນຳຂອງປະເທດຍັກໃຫຍ່ແຫ່ງສະຫະພາບ ທີ່
ເປັນສະມາຊິກຂອງ "ກຸ່ມ G-8" ເທົ່ານັ້ນ ໂດຍກອງປະຊຸມຈະມີຂຶ້ນ ທີ່ນະຄອນ
ຫລວງປາຣີສໃນມື້ນີ້ (ເສົາ 4 ຕຸລາ)

ຜູ້ວ່າການທະນາຄານກາງຢຸໂຣບ ທ່ານຢັງໂກລດ ຕຣິສເຊ, ປະທານກຸ່ມຢູໂຣ
ກຣຸ໊ບ (ກຸ່ມ ຣມຕ ການເງິນຂອງເຂດເງິນສະກຸນດຽວຢູໂຣ) ທ່ານຢັງໂກລດ ຢຸງ
ເກີ ແລະປະທານຄນະກັມມາທິ ການຢຸໂຣບ ທ່ານໂຢເຊ ມານູແອລ ບາໂຣໂຊ
ກໍເຂົ້າຮ່ວມປະຊຸມນຳດ້ວຍ

ແນໃສ່ການວາງກົດເກນໃໝ່ຄວບຄຸມຕລາດການເງິນໂລກ
ກອງປະຊຸມສຸດຍອດຂນາດຍ່ອຍທີ່ປາຣີສ໌ເທື່ອນີ້ ນອກຈາກເປັນການແນໃສ່ເຮັດໃຫ້ວົງການ
ຕລາດການເງິນ ຕລອດຈົນພົລເມືອງທົ່ວໄປ ໃຫ້ມີຄວາມໝັ້ນໃຈແລ້ວ ກໍຍັງແນໃສ່ການ
ຊອກຫາມາຕຣາການຮ່ວມກັນຂອງສະຫະພາບຢຸໂຣບອີກດ້ວຍ ແທນທີ່ແຕ່ລະປະເທດຈະ
ວາງມາຕຣາການຂອງໃຜຂອງມັນອອກຢ່າງທີ່ເປັນໃນປັດຈຸບັນ ອັນຈະເປັນການເຮັດໃຫ້
ເກີດຄວາມບໍ່ສົມດຸລທາງດ້ານເສຖກິດແລະການເງິນຂອງສະຫະພາບທັງມວນ

ຕົວຢ່າງ: ສາທາຣະນະຣັດໄອຣ໌ແລນດ໌ ມີນະໂຍບາຍໃຫ້ຫລັກປະກັນຢ່າງບໍ່ມີຈຳກັດຕໍ່ເງິນ
ຝາກໃນທະນາຄານໃນປະເທດຂອງຕົນຈຳນວນ 6 ທະນາຄານ ໂດຍບໍ່ມີການຕົກລົງຮ່ວມ
ກັນໃນສະຫະພາບມາກ່ອນ ອັນເປັນການຂັດແຍ່ງຕໍ່ຫລັກການການແຂ່ງຂັນຢ່າງເສຣີຂອງ
ສະຫະພາບ

ຖ້າກອງປະຊຸມ "G-4" ຫາກປະສົບຜົນສຳເຣັດ ກໍອາດເປັນແນວທາງສເນີໃຫ້ເປັນກົດເກນ
ໃໝ່ ສຳລັບຄວບຄຸມການເຄື່ອນໄຫວຂອງວົງການຕລາດການເງິນຂອງໂລກໃນຂັ້ນຕໍ່ໄປ
ທັງນີ້ເພື່ອຫລີກເວັ້ນການເກີດວິກິຕການອີກຄັ້ງໃໝ່ໃນອະນາຄົດ

ແນວຄິດຊາຣ໌ໂກຊີ
ກ່ອນໜ້ານີ້ ທ່ານປະທານາທິບໍດີຝຣັ່ງເສດໄດ້ກ່າວສເນີແນວຄິດນີ້ມາກ່ອນແລ້ວຕໍ່ໜ້າກອງ
ປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໂດຍສແດງຄວາມປາຖນາຢາກໃຫ້ມີ
ການຈັດກອງປະຊຸມໃນລັກສນະ "Bretten Woods 2" ຂຶ້ນ ໂດຍເຊື້ອເຊີນບັນດາປະ
ເທດທີ່ກ່ຽວຂ້ອງຫລາຍທີ່ສຸດກັບວິກິຕການທີ່ເກີດຂຶ້ນຄັ້ງນີ້ ມາຮ່ວມປະຊຸມ ຊຶ່ງໃນນັ້ນກໍມີ
"ກຸ່ມ G-8" ຕລອດຈົນບັນດາປະເທດທີ່ກຳລັງກ້າວສູ່ຍຸກອຸດສາຫະກັມ ເຊັ່ນ ສປ ຈີນ
ແລະ ອິນເດັຽ ເປັນຕົ້ນ

ດັ່ງນັ້ນກອງປະຊຸມສຸດຍອດຍ່ອຍແບບ "G-4" ໃນເທື່ອນີ້ ຈຶ່ງແມ່ນເປັນກອງປະຊຸມ ກະກຽມ
ປູທາງສູ່ກອງປະຊຸມສຸດຍອດຂນາດໃຫຍ່ໃນຂັ້ນຕໍ່ໄປ

ແຕ່ຈະໄປເຖິງຂັ້ນນັ້ນໄດ້ຫລືບໍ່ ເປັນເຣື່ອງທີ່ຈະຕ້ອງຄອຍຕິດຕາມກັນຕໍ່ໄປ ທັງນີ້ອັນເນື່ອງ
ມາຈາກການເວົ້າແລະການປະ ຕິບັດຕົວຈິ່ງ ມີຄວາມງ່າຍແລະຄວາມຍາກແຕກຕ່າງກັນ
ອີກປະການໜຶ່ງກໍມີການຂັດແຍ່ງກັນກ່ອນແລ້ວກ່ຽວກັບການຈັດຕັ້ງກອງເງິນທຶນຢຸໂຣບ
ແບບດຽວກັບ "ແຜນກອບກູ້ Paulson" ໃນສະຫະຣັດອະເມຣິກາ

ປະຊຸມໃນຖ້າມກາງຄວາມຂັດແຍ່ງ
ເປັນທີ່ໜ້າສັງເກດວ່າ ກອງປະຊຸມສຸດຍອດຂນາດຍ່ອຍ "G-4" ທີ່ນະຄອນຫລວງປາຣີສ໌
ໃນມື້ນີ້ ມີຂຶ້ນ ຫລັງຈາກທີ່ປະເທດເຍີຣະມັນແລະສະຫະຣາຊອານາຈັກໄດ້ປະຕິເສດຢ່າງ
ເຍືອກເຢັນທີ່ສຸດຕໍ່ຂໍ້ສເນີຂອງປະທານາທິບໍດີຝຣັ່ງເສດ ທີ່ໄດ້ຮັບການສນັບສນຸນໂດຍຣັຖ
ບານເນເທີແລນດ໌ ແລະ ຜູ້ອຳນວຍການກອງເງິນທຶນສາກົນ "IMF" ຊາວຝຣັ່ງເສດ
ທ່ານໂດມີນິກ ສໂຕຣສການຫ໌  ໃຫ້ຈັດຕັ້ງ "ກອງເງິນທຶນຢຸໂຣບ 300 ຕື້ຢູໂຣ"  (416
ຕື້ດອລລາຣ໌) ກະກຽມໄວ້ສຳລັບກອບກູ້ຖານະການເງິນຂອງບັນດາທະນາຄານໃນສະຫະ
ພາບ ທີ່ອາດປະສົບກັບປັນຫາການຂາດເງິນສົດ ເປັນແຜນທີ່ຄ້າຍຄືກັນກັບ "ແຜນກອບກູ້
Paulson" ຂອງສະຫະຣັດອະເມຣິກາ ທີ່ຫາກໍໄດ້ຮັບການປະກາດໃຊ້ເປັນກົດໝາຍ ຫລັງ
ຈາກທີ່ໄດ້ຮັບການອະນຸມັດຈາກຣັຖສະພາ

"ໃຫ້ພວກປະທານຜູ້ອຳນວຍການຂອງບັນດາທະນາຄານທັງຫລາຍ ທີມີຣາຍໄດ້ສູງໆ
ນັ້ນລະພາກັນຂາຍເຮືອນຂາຍຊານແລະຊັບສົມບັດຂອງຕົນເອງ ເພື່ອນຳເງິນມາແກ້ປັນ
ຫາ ຢ່າໃຫ້ພວກເຂົາເຈົ້າມາຫວັງເອົານຳຣັຖບານເລີຍ" ທ່ານໄມເຄີລ ໂກລສ ຣມຕ
ການເງິນເຍີຣະມັນ ໄດ້ກ່າວກ່ອນການເປີດກອງປະຊຸມສຸດຍອດ "G-4" ທີ່ປາຣີສ໌

ສະຫະພາບເອີຣົບ

ສາຣະຄະດີ

Tour Eiffel ມາໃນສີທຸງ ສຫະພາບເອີ່ຣົປ ເມື່ອຕອນຝຣັ່ງ ເປັນປະທານວຽນ ປີກາຍນີ້ (ພາບ : Flickr)

ຂ່າວຮອບໂລກ

ເຄື່ອນນ້ຳເທີນ ໒ ທົດລອງຜລິດ ພລັງໄຟຟ້າ. ສຫະພາບ ເອີ່ຣົປ ໄດ້ຮັບການສເນີ ໃຫ້ມີກົດໝາຍ ສາກົນຕ້ານ ອາສຍາກັມ ເພດສຳພັນ

17/07/2009 08:58 TU

ຕະເວນອອກກາງ

ການປະຊຸມສຸດຍອດ ທີ່ Charm-el
-cheikhປະເທດ ອີ່ຊີ໊ບ ມື້ນີ້
ຮູບ / RFI.ຣຕ

ປະຊຸມ ສຸດຍອດ ຫວັງໃຫ້ ມີການຢຸດຍີງ ອັນຢືນນານ ທີ່ ກ່າຊ່າ

ເປັນການປະຊຸມສຸດຍອດພາຍໃຕ້ການເປັນປະ ທານຮ່ວມກັນຂອງຜູ່ນຳອີ່ຊີ໊ບທ່ານ ມູ໊ບາຣັ໋ກແລະ ຜູ່ນຳຝຣັ່ງທ່ານ ຊ໊າກໂກ໊ຊີ ໃນຕອນບ່າຍ ມື້ນີ້

18/01/2009 13:22 TU

ປາກກິ່ງ - ສຸດຢອດ ກຸ່ມອາເຊມ ASEM

ທ່ານ ນິໂກລາ ຊາກໂກຊີ, ປະທານປະເທດຝຣັ່ງ (ຂວາ), ທ່ານ ບາຣົດໂຊ, ປະທານ ກັມມາທິການເອີຣົບ (ກາງ) ແລະ ທ່ານ ຟີຢົງ, ນາຍົກຣັຖມົນຕຣີຝຣັ່ງ (ຊ້າຍ) Reuters

ວ່າ ສປຈີນ ຄວນປະກອບສ່ວນ ສຳຄັນ ແກ້ໄຂ ບັນຫາ ການເງີນໂລກ

"ບໍ່ມີ ປະເທດໃດ ຈະຢູ່ ເອີຣົບ ຫລື ອາຊີ ຈະກ້າເວົ້າໄດ້ວ່າ ສາມາດ ໂດຍລຳພັງ ປະເທດດຽວ ສາມາດ ແກ້ໄຂ ການເງີນນີ້ ໄດ້ໂດຍ ລຳພັງຕົວເອງແລ້ວ.

23/10/2008 13:21 TU

ວີກິດຕະການ ການເງີນໂລກ

ນັກຊື້ຂາຍ ຕລາດຫູ້ນສ່ວນ ເງີນລົງທືນ ທາງເຂດ ອາຊີ ກຳລັງເຈັບຫົວ (Reuters)

ຢູ່ປາຣີ, ສະຫະພາບເອີຣົບ ຊອກຂື້ນແຜນເພີ້ມ

ທາງເອີຣົບ ຈະຂື້ນແຜນ ຄ້ຳຕໍ່ຕື່ມອີກ ຫລັງຈາກ ເສັດສີ້ນ ປະຊຸມ ກຸ່ມG7 ຢູ່ ນະຄອນວໍຊິງຕັນ

12/10/2008 14:41 TU

ວິກິດຕະການ ດ້ານການເງີນ

ທ່ານ ຕຣິເຊ, ປະທານ ທະນາຄານ ສູນກາງເອີຣົບ (ຊ້າຍ), ກຳລັງ ສົນທະນາ ກັບທ່ານໂຊນແບສ, ຣັຖມົນຕຣີ ເສຖກິດ ການເງີນ ຂອງ ປະເທດ ສະເປນ ຢູ່ ເມືອງ ລັກຊຳບວກ (Reuters)

໒໗ ປະເທດ ສະຫະພາບ ເອີຣົບ ວ່າ ຮັບປະກັນ ໑໐໐.໐໐໐ € ຕໍ່ບຸກຄົນ ອອມສິນ

ໃນຂນະ ທີ່ ຢູ່ໃນ ປະເທດຝຣັ່ງ ຣັຖບານ ຮັບປະກັນ ໗໐.໐໐໐ € ໃຫ້ ຜູ່ມີເງີນຝາກ ອອມສິນ ໃນແຕ່ລະ ທະນາຄານ.

07/10/2008 12:18 TU

ວິກິຕການ ການເງິນໂລກ

BNP-PARIBAS ທຸ້ມ 14.5 ຕື້ຢູໂຣ ຊື້ກິຈການຂອງ FORTIS

ເປັນການຊື້ຮຸ້ນຈາກປະເທດເບລຢ້ຽມແລະລັກ ເຊມເບິຣ໌ກ ສ່ວນເນເທີແລນດ໌ຍັງຮັກສາຮຸ້ນ ຂອງຕົນໄວ້ຄືເກົ່າ ບໍ່ມີການປ່ຽນແປງ

07/10/2008 08:30 TU

ຝຣັ່ງ/ວິກິດການ ການເງີນ

Reuters

ປະທານຝຣັ່ງ ຮຽກປະຊຸມດ່ວນ

ບັນດາ ຜູ່ນຳບໍຣິຫານ ທະນາຄານແລະ ສະຖາບັນ ການປະກັນພັຍ ທີ່ວັງ ເອລີເຊ ມື້ນີ້

07/10/2008 08:33 TU

ສະຫະພາບຢຸໂຮບ - ອິນເດັຽ

ຊຸມສຸດຍອດ ທີ່ເມືອງ ມາຣ໌ໄຊ

ຫລັງຈາກນັ້ນ ຈະມີການລົງນາມທີ່ກຸງປາຣີສ ໃນມື້ອື່ນ (ອັງຄານ 30 ກັນຍາ) ໃນສັນຍາ ຮ່ວມມືສອງຝ່າຍ ຝຣັ່ງເສດ - ອິນເດັຽ ທາງ ດ້ານນິວເຄລັຽພົລເຮືອນ

07/10/2008 08:35 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU